ໄອໂຟນ

ຈາກ ວິກິພີເດຍ
ໄອໂຟນ.

ໄອໂຟນ (ອັງກິດ: iPhone) ແມ່ນໂທລະສັບມືຖືທີ່ມີຄວາມສາມາດໃຊ້ງານອິນເຕີເນັດແລະມູນຕີເມເດຍ ຜະລິດແລະຈຳໜ່າຍໂດຍບໍລິສັດແອບເປິນ ໂດຍການເຮັດວຽກຂອງໄອໂຟນສາມາດໃຊ້ງານສົ່ງອີແມລ ໃຊ້ເປັນໂທລະສັບເຄື່ອນທີ່ ສົ່ງແອັດແອັມແອັດ ທ່ອງອິນເຕີເນັດຜ່ານທາງໂລຊີຊີແອນຊາຟາລີ ຄົ້ນຫາແຜນທີ່ ຟັງເພງ ແລະຄວາມສາມາດອື່ນ ໂດຍມີອຸປະກອນຫຼັກປະກອບດ້ວຍ Wi-Fi (802.11b/g) ບະລູທູດ 2.0 ແລະກ້ອງຖ່າຍຮູບ 2.0-megapixel. ໄອໂຟນລຸ້ນທຳອິດມີລັກສະນະ 2.5G quad band GSM ແລະ EDGE ແລະລຸ້ນທີສອງໃຊ້ UMTS ແລະ HSDPA.

ແອບເປິນໄດ້ເປີດເຜີຍໄອໂຟນລຸ້ນທຳອິດໂດຍ ສະຕີບ ຈອບ ໃນງານແມັກເວີນ ວັນທີ 9 ມັງກອນ ຄ.ສ. 2007 ແລະວາງຈຳໜ່າຍຄັ້ງທຳອິດໃນສະຫະລັດອາເມລິກາວັນທີ 29 ມິຖຸນາ ຄ.ສ. 2007. ໄອໂຟນໄດ້ຊື່ວ່າແມ່ນສິ່ງປະດິດຍອດຢ່ຽມປະຈຳປີຈາກວາລະສານທາມ ປະຈຳປີ 2550 ໂດຍມີລຸ້ນຖັດມາແມ່ນ ໄອໂຟນ 3G ແລະ ໄອໂຟນ 3GS ແລະໄອໂຟນ 4 ໄດ້ເປີດໂຕໃນວັນທີ 7 ມິຖຸນາ ຄ.ສ. 2010. ໄອໂຟນລຸ້ນໃໝ່ຫຼ້າສຸດໃນປັດຈຸບັນແມ່ນ iPhone 5 ເຊິ່ງມີເປັນລຸ້ນທີ່ສົມບູນທີ່ສຸດໃນຂະນະນີ້. ໃນວ່າງເດືອນກັນຍາ 2013 ບໍລິສັດapple ໄດ້ຖະແຫລງການສີນຄ້າໃໝ່ຂອງໄອໂພນ ຄືIphone 5s, Iphone 5c ເຊິ່ງລາຄາເລີ້ມຕົ້ນແຕ Us$ 549ຂື້ນໄປ.

ອ້າງອີງ[ດັດແກ້]

ບັນນານຸກົມ

ອ່ານຕື່ມ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]