ໂຮງແຮມຈຳປາພາເຣດ

ຈາກ ວິກິພີເດຍ

ມີຄວາມໂດດເດັ່ນທາງດ້ານສະຖາປັດຕະຍະກຳທີ່ຄວນຄ່າແກ່ການເຂົ້າຢ້ຽມຊົມ ເຖີງວ່າຈະບໍ່ແມ່ນແຂກເຂົ້າພັກກໍຕາມ ອາຄານແຫ່ງນີ້ເລີ່ມສ້າງເມື່ອປີ ຄ.ສ 1968 ດ້ວຍຈຸດປະສົງເພື່ອໃຊ້ເປັນພະຣາຊະວັັງຂອງ “ເຈົ້າບຸນອຸ້ມ“ ເຈົ້າຄອງນະຄອນຈຳປາສັກອົງສຸດທ້າຍ ຂອງຣາຊະວົງຈຳປາສັກ ເປັນທີ່ຮັກຍິ່ງຂອງຊາວເມືອງທົ່ວໄປ ທ່ານເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີ ລະຫວ່າງ ປີ ຄ.ສ 1960 - 1962 ແຕ່ດ້ວຍຄວາມບໍ່ໝັ້ນຄົງຂອງບ້ານເມືອງ ເຮັດໃຫ້ຕ້ອງສະເດັດລີ້ໄພໄປປະທັບຍັງປະເທດຝຣັ່ງ ໃນປີ ຄ.ສ 1974 ຈົນເຖິງແກ່ອະສັນຍະກຳ ໂດຍບໍ່ມີໂອກາດໄດ້ສະເດັດກັບມາປະທັບໃນພະຣາຊະວັັງໃໝ່ແຫ່ງນີ້ ຫລັງປະເທດປ່ຽນແປງການປົກຄອງທາງລັດຖະບານ ຈຶ່ງໃຊ້ເປັນທີ່ຈັດປະຊຸມ ແລະ ເຮືອນຮັບຮອງຂອງເຈົ້າຫນ້າທີ່ລະດັບສູງ ມາເຖິງ ປີ ຄ.ສ 1995 ກຸ່ມບໍລິສັດເອກະຊົນ ຈາກໄທ ໄດ້ເຈລະຈາເພື່ອຂໍເຊົ່າ ໂດຍເຂົ້າມາປັບປຸງບູລະນະອາຄານໃໝ່ ແລະ ເປີດເປັນໂຮງແຮມຈົນເຖິງປະຈຸບັນ. ດ້ວຍຮູບຊົງຂອງໂຮງແຮມເປັນແບບຂະໜົມເຄກແຕ່ງງານ (ຕາມຕຳລາຝຣັ່ງ) ສູງ 4 ຊັ້ນຕາມແບບສະຖາປັດຕະຍະກຳຝຣັ່ງປະສົມປະສານກັບ ສະຖາປັດຕະຍະກຳລາວ ຈຶ່ງເຮັດໃຫ້ເປັນຈຸດສົນໃຈຂອງນັກທ່ອງທ່ຽວທີ່ຜ່ານໄປມາ ພາຍໃນລອບບີ້ ມີເຄົາເຕີໄມ້ຍາວ ມີລາຍແກະສະຫລັກຂອງຝາ ແລະ ເສົາທີ່ສວຍງາມ ໃນຫ້ອງອາຫານເບິ່ງມີສະເໜ່ ຂອງລາຍພື້ນທີ່ກົມກືນກັບໂຕະ ແລະ ເສົາໄມ້ ໂຮງແຮມແຫ່ງນີ້ຍັງຖືກໃຊ້ເປັນສາກໜຶ່ງໃນໜັງ ເລື່ອງສະບາຍດີຫລວງພະບາງ ອີກດ້ວຍ.