ໂດລາເອມອນ (ໂຕລະຄອນ)

ຈາກ ວິກິພີເດຍ
ໂດລາເອມອນ (ໂຕລະຄອນ)
ໂດລາເອມອນ
ຂໍ້ມູນບົດບາດ
ຈາກ ໂດລາເອມອນ
ຂໍ້ມູນຜູ້ສ້າງສັນ
ສ້າງ ຟູຈິໂກະ ເອຟ. ຟູຈິໂອະ
ພາກ ເບິ່ງຂ້າງລຸ່ມ
ຂໍ້ມູນສ່ວນຕົວລະຄອນ
ເກີດ 3 ກັນຍາ ຄ.ສ. 2112
ເຫຼົ່າກຳເໜີດ ຫຸ່ນຍົນ
ເພດ ຊາຍ

ໂດລາເອມອນ (ຍີ່ປຸ່ນ: ドラえもん) ເປັນໂຕລະຄອນກາຕູນເລື່ອງໂດລາເອມອນ. ເປັນໂຣບົດແມວຈາກໂລກອະນາຄົດ ໃນສະຕະວັດທີ່ 22. ເກີດວັນທີ່ 3 ກັນຍາ 2112. ຮູບຮ່າງຕຸ້ຍພີກົມສີຟ້າ (ທຳອິດເກີດມາຮ່າງຄີງສີເຫຼືອງ) ບໍ່ມີໃບຫູ ຍ້ອນຖືກໜູຂົບ. ມີໜ້າທີ່ເປັນໂຣບົດຜູ້ຄອຍເຝົ້າເບິ່ງແຍງ ເຊິ່ງຜູ້ທີ່ຊື້ໂດລາເອມອນມາແມ່ນເຊວາຊິຫຼ້ອນຊາຍຂອງໂນບິຕະ. ມື້ໜຶ່ງເຊວາຊິເກີດຢາກຮູ້ສາເຫດທີ່ຖານະທາງບ້ານຍາກຈົນ ຈຶ່ງໄດ້ຄືນເມືອໄປໃນອະດີດດ້ວຍເຄື່ອງຢ້ອນເວລາ ຈຶ່ງໄດ້ຮຽນຮູ້ວ່າໂນບິຕະ (ຜູ້ເປັນປູ່ມ່ອນ) ເປັນໂຕຕົ້ນເຫດ. ເຊວາຊິຈຶ່ງຕັດສິນໃຈໃຫ້ໂດລາເອມອນຢ້ອນເວລາຄືນໄປຄອຍເຝົ້າເບິ່ງແຍງຍາມໂນບິຕະຖືກຫົວຂວັນໂດຍໃຊ້ເຄື່ອງວິເສດຊັ້ນເລີດທີ່ຫຍິບຈາກຖົງສີ່ມິຕິ.

ໂດລາເອມອນເຄີຍໄດ້ຮັບເລືອກຈາກນິດຕະຍະສານໄທມ໌ອາຊີ ໃຫ້ເປັນໜຶ່ງໃນວີລະບຸລຸດຂອງທະວີບອາຊີ[1] ແລະໃນວັນທີ່ 19 ມີນາ ຄ.ສ. 2008 ມາຊາຮິໂກະ ຄາມູຣະ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງຢີ່ປຸ່ນ ໄດ້ແຕ່ງຕັ້ງໃຫ້ໂດລາເອມອນເປັນທູດສັນຖະວະໄມຕີຢ່າງເປັນທາງການເພື່ອຊ່ວຍໃນການປະຊາສັມພັນວັດທະນະທຳຂອງປະເທດ ໂດຍນັບເປັນ "ທູດແອນິຊັ່ນ" ຕົວທຳອິດຂອງປະເທດຢີ່ປຸ່ນ[2]

ອ້າງອີງ[ດັດແກ້]

  1. "TIMEasia.com: Asian Heroes - Doraemon". Archived from the original on 2008-07-14. Retrieved 2016-11-24.
  2. "โดราเอมอน" ลั่นพร้อมทำงานเพื่อชาติ[dead link], ผู้จัดการออนไลน์, 19 มี.ค. 2551, เรียกข้อมูลเมื่อ 22 มี.ค. 2551