ແວງກາແບກເນໂຊວີຍົງ

ຈາກ ວິກິພີເດຍ

ກາແບກເນໂຊວີຍົງ (ຝຣັ່ງ: Cabernet Sauvignon) ແມ່ນນຶ່ງໃນແວງດຳ ຫຼື ເຫຼົ້າອະງຸ່ນດຳທີ່ຂຶ້ນຊື່ລືຫຼາຍທີ່ສຸດໃນໂລກ. ໝາກລະແຊ່ງຂອງແວງນີ້ ມີການເພາະປູກຢ່າງແພ່ຫຼາຍ ຕັ້ງແຕ່ຈາກປະເທດການາດາຫາປະເທດລີບັງ. ກາແບກເນໂຊວີຍົງເປັນທີ່ຮູ້ຈັກຂອງຜູ້ຄົນທົ່ວໂລກ ໂດຍເປັນແວງບອກໂດ (Bordeux) ຊະນິດນື່ງທີ່ມີຊື່ສຽງຈາກການນຳ ແວງແມກໂລ (Merlot) ກັບ ແວງກາແບກເນຟັງ (Cabernet Franc) ມາປະສົມກັນ. ເມັດພັນໝາກລະແຊ່ງນີ້ມີຈຸດກຳເນີດຈາກປະເທດຝະລັ່ງ ແລະ ປັດຈຸບັນນີ້ກໍໄດ້ມີການນຳເມັດມາປູກໃນປະເທດອື່ນ ເຊັ່ນ ປະເທດການາດາ ລັດກາລີຟອກນີຂອງສະຫະລັດ ແລະ ປະເທດອົດສະຕາລີ ຯລຯ.

Photo[ດັດແກ້]

ອ້າງອີງ[ດັດແກ້]

ບັນນານຸກົມ
  • Robinson, J., ed. (2006). The Oxford Companion to Wine (Third ed.). Oxford University Press. pp. 119–121. ISBN 0-19-860990-6.

ແຫຼ່ງຂໍ້ມູນອື່ນ[ດັດແກ້]