ເຫລົ້າລາວ

ຈາກ ວິກິພີເດຍ
ເຫລົ້າລາວ

ເຫລົ້າລາວ(Lao-Lao) ເຫລົ້າລາວ ຫຼື ເຫຼົ້າລາວ ເປັນເຫຼົ້າພື້ນເມືອງທີ່ມີເອວກໍຮໍ ໃນປະລິມານ 45 ຫາ 60 ອົງສາ. ເປັນເຫຼົ້າທີ່ມີແຕ່ໃນປະເທດລາວເທົ່ານັ້ນ ແລະ ເປັນເຫຼົ້າທີ່ຄົນລາວໝົດທຸກຄົນສາມາດເຮັດໄດ້ເອງ. ການຜະລິດ ຫຼື ເອີ້ນແບບພື້ນເມືອງແມ່ນ ການຕົ້ມເຫຼົ້າ ແມ່ນເກີດຂຶ້ນໃນທຸກເມືອງຂອງປະເທດລາວ. ສ່ວນປະກອບຕົ້ນຕໍແມ່ນ ເຂົ້າ, ນໍ້າ ແລະ ແປ້ງເຫຼົ້າ ເຊິ່ງສາມາດຫາຊື້ໄດພຽງແຕ່ຢູ່ ລາວ.