ເສັ້ນທາງລົດໄຟລາວ-ໄທ

ຈາກ ວິກິພີເດຍ

ເສັ້ນທາງລົດໄຟລາວ-ໄທ (Thai-Lao Railway) ແມ່ນເສັ້ນທາງລົດໄຟທີ່ເຊື່ອມຕໍ່ລະຫວ່າງ ຈັງຫວັດຫນອງຄາຍ ປະເທດໄທ ແລະ ນະຄອນຫລວງວຽງຈັນ ປະເທດລາວ.

ເສັ້ນທາງລົດໄຟລາວ-ໄທ ແມ່ນເລີ່ມຈາກ ສະຖານນີຫນອງຄາຍ ຂ້າມແມ່ນໍ້າຂອງທີ່ເປັນເສັ້ນຊາຍແດນລາວ-ໄທ ໂດຍຜ່ານຂົວມິດຕະພາບລາວ-ໄທ ແລະ ເຂົ້າຫາ ສະຖານນີທ່ານາແລ້ງ ເຊິ່ງມີຄວາມຍາວ 3,5 ກິໂລແມັດ, ແລະ ມີແຜນການຂະຫຍາຍຕື່ມ ເຂົ້າຫາໃຈກາງນະຄອນຫລວງວຽງຈັນ.

ໂຄງການສ້າງເສັ້ນທາງລົດໄຟລາວ-ໄທ ແມ່ນມີການວາງແຜນສ້າງແຕ່ປີ 1994 ຫລັງຈາກຂົວມິດຕະພາບລາວ-ໄທສ້າງສໍາເລັດ.[1] ແຕ່ເນື່ອງຈາກ ວິກິດການທາງເສດຖະກິດ ໃນປີ 1997 ໂຄງການດັ່ງກ່າວໃນເຂດປະເທດລາວ ຈິງຖືກລະງັບ ແລະ ຖືກເລີ່ມຄືນ ໃນເດືອນຕຸລາ ປີ 2006 ແລະ ສ້າງສໍາເລັດ ໃນເດືອນເມສາ ປີ 2008. ງົບປະມານຂອງໂຄງການສ້າງເສັ້ນທາງລົດໄຟລາວ-ໄທ ແມ່ນການປ່ອຍງິນກູ້ຍືມດອກເບ້ຍຕໍ່າ ແລະ ການຊ່ວຍເຫລືອລ້າມູນຄ່າ 197 ລ້ານໄທບາດ ຈາກລັດຖະບານໄທ.

ຫລັງຈາກຕ້ອງລໍຖ້າຍາວເຖິງ 15 ປີ, ພິທີເປີດໃຊ້ເສັ້ນທາງລົດໄຟລາວ-ໄທ ໃດ້ຖືກຈັດພິທີ ໃນວັນທີ 5 ມີນາ ປີ 2009[2][3] ໂດຍການເຂົ້າຮ່ວມຂອງ ເຈົ້າຟ້າ ມະຫາຈັກກຣີ ສີຣິນທອນ ເຈົ້າຍິງ​ແຫ່ງລາຊະອະນາ​ຈັກ​ໄທ, ທ່ານ ອະພິສິດ ເວດຊາຊີວະ ນາຍຍົກລັດຖະມົນຕີໄທ, ທ່ານ ບຸນຍັງ ວໍລະຈິດ ຮອງປະທ່ານປະເທດລາວ ແລະ ປະຊາຊົນທັງສອງປະເທດ. ຄາດວ່າຈະໃຫ້ບໍລິການຕໍ່ປະຊາຊົນທົ່ວໄປຢ່າງສົມບູນ ໃນເດືອນ ເມສາ ປີ 2009 ໂດຍມີລົດໄຟໄປກັບສອງຖ້ຽວຕໍ່ມື້.

ອ້າງອີງ[ດັດແກ້]

  1. Aussie-funded bridge over Mekong opened
  2. First Thai-Laos rail link opens
  3. New train service opens up vital link