ເວັບບຣາວເຊີ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ເວັບເບຣົາວ໌ເຊີຣ໌)
ການໃຊ້ເວັບບຣາວເຊີຫຼັກໃນປະເທດຕ່າງໆ ຂໍ້ມູນຈາກ StatCounter.
  UC
  Iron
  ບໍ່ມີຂໍ້ມູນ

ເວັບບຣາວເຊີ (ອັງກິດ: web browser), ບຣາວເຊີ ຫຼື ໂປຣແກຣມທ່ອງເວັບ ຄືໂປຣແກຣມຄອມພິວເຕີ ທີ່ຜູ້ໃຊ້ສາມາດເບິ່ງຂໍ້ມູນ ແລະ ໂຕ້ຕອບກັບຂໍ້ມູນທີ່ຈັດເກັບໃນເວັບທີ່ສ້າງດ້ວຍພາສາສະເພາະເຊັ່ນ ເອັສທີເອັມແອລ ທີ່ຈັດເກັບໄວ້ທີ່ເວັບເຊີວິສ ຫຼື ເວັບເຊີບເວີ ຫຼື ລະບົບສາງຂໍ້ມູນອື່ນໆ ໂດຍໂປຣແກຣມຄົ້ນຫາເບິ່ງເວັບຄ້າຍຄືເຄື່ອງມືຕິດຕໍ່ສື່ສານກັບເຄືອຂ່າຍຄອມພິວເຕີຂະໜາດໃຫຍ່ທີ່ເອີ້ນວ່າ ເວີລໄວດ໌ເວັບ

ເວັບບຣາວເຊີທໍາອິດຂອງໂລກຊື່ ເວີລໄວດ໌ເວັບ[1] ຂະນະດຽວກັນເວັບບຣາວເຊີທີ່ນິຍົມຫຼາຍທີ່ສຸດໃນປັດຈຸບັນ (ພະຈິກ 2022) ຄື ກູເກິລ ໂຄຣມ ຮອງລົງມາແມ່ນໄມໂຄຣຊອບ ເອດຈ໌ ແລະ ຊາຟາລີ ຕາມລຳດັບ[2]

ປະຫວັດ[ດັດແກ້]

ທິມ ເບີເນີຣ໌ສ-ລີ ຈາກສູນວິໄຈເຊີຣ໌ນ ໄດ້ຄິດຄົ້ນລະບົບໄຮເບີເທັກສ໌ ໂປຣແກຣມຄົ້ນຫາເບິ່ງເວັບຕົວທຳອິດມີຊື່ວ່າ ເວີລວາຍດ໌ເວັບ ແຕ່ເວັບໄດ້ຮັບຄວາມນິຍົມຢ່າງຈິງຈັງເມື່ອ ສູນວິໄຈເອັນຊີເອສເອ (NCSA) ຂອງມະຫາວິທະຍາໄລ ອິລລິນອຍສ໌ ເອີຣ໌ແບນາ-ແຊມເປນ ສະຫະລັດອາເມຣິກາ ໄດ້ຄິດຄົ້ນ ໂມເສກ (MOSAIC) ເຊິ່ງເປັນໂປຣແກຣມຄົ້ນຫາເບິ່ງເວັບກຣາຟິກ ຫຼັງຈາກນັ້ນທີມງານທີ່ເຮັດໂມເສກກໍໄດ້ອອກໄປເປີດບໍລິສັດເນັດສະເຄບ

ມາດຕະຖານ[ດັດແກ້]

ອ້າງອີງ[ດັດແກ້]

  1. Stewart, William. "Web Browser History". Retrieved 2008-02-02.
  2. "Desktop Browser Market Share Worldwide". statcounter.