ເມືອງໜອງບົກ

ຈາກ ວິກິພີເດຍ

ເມືອງໜອງບົກ ເປັນເມືອງຕັ້ງຢູ່ທາງເຂດໄຕ້ ຂອງແຂວງຄຳມ່ວນ ເນື້ອທີ່ສ່ວນໃຫຍ່ເປັນທົ່ງພຽງ ມີສາຍນ້ຳຂອງເປັນຊາຍແດນລາວໄທມີສາຍເຊບ້ັ້ງໄຟ ກັ້ນເປັນຊາຍແດນລະຫວ່າງ ເມືອງໄຊບູລີ ແຂວງສະຫວັນນະເຂດ ທີດເຫນືອຕີດກັບ ເມືອງທ່າແຂກ ເຊີ່ງເປັນເທດສະບານແຂວງ ປະຊາຊົນສ່ວນໃຫຍ່ເປັນຊາວກະສີກອນ ປູກຝັງລ້ຽງສັດ ເຮັດນາແບບດັ້ງເດີມເປັນຫລັກ ການເຮັດນາແມ່ນອາໃສທຳມະຊາດເປັນຕົ້ນຕໍລະດູແລ້ງ ມີບາງບ້ານສ່ວນນ້ອຍໄດ້ເຮັດນາແຊງ ຍ້ອນມີຊົນລະປະທານຢູ່ໄກ້ແຄມແມ່ນ້ຳປູກຜັກຂາຍຕາມລະດູ ມີສາຍທາງເລກທີ 13 ໃຕ້ ເປັນສາຍທາງຫຼັກ ແລະ ເປັນເສັ້ນທາງເຊືອມຕໍ່ຫາເທສະບານແຂວງແລະທາງເຊືອມຕໍ່່ ຫາແຂວງສະຫວັນນະເຂດ ມີດ່ານແລກປ່ຽນສີນຄ້າທີ່ປາກເຊບັ້ງໄຟ ແລະ ດ່ານຊຽງຫວາທ່າ ທັງສອງດ່ານນີ້ເປັນເສັ້ນທາງຂາຍສິນຄ້າລະດັບທ້ອງຖິ່ນ ດ່ານເຊບັ້ງໄຟນີ້ເປີດແຕ່ຕົ້ນປີ 80 ສ່ວນຫລາຍແມ່ນປະຊາຊົນລາວເອົາສີນຄ້າໄປຂາຍ ແລະ ຊື້ສີນຄ້າຈາກອຳເພີທາດພະນົມ ເຂດນີ້ເປັນບໍລີເວນອານາຈັກເກົ່າແກ່ ຂອງອານາຈັກສີໂຄດຕະບອງ ມີພະທາດຕູມພະວັງ ຕັ້ງຢູ່ບ້ານນາວາງເຊີ່ງຖືກສ້າງຂື້ນ ສະໄຫມດຽວກັນກັບພະທາດ ພະນົມໃນປີ ພໍສໍ 8 ຕາມນີທານອຸຣັງຄະທາດ ມີເຂດຫນອງເຮືອທອງ ເຊີ່ງເປັນບ່ອນກໍຕັ້ງ ອານາຈັກສີໂຄດຕະບອງແຫ່ງທຳອິດ ມີດິນຈີ່ກາຍເປັນຫີນທີ່ວັດປ່າໂຊກຄຳແສນ ກົກຕົ້ນໄມ້ໃຫຍ່(ກົກຕົ້ນໄມ້ຍາງ) ອາຍູພັນປີຢູ່ບ້ານຫາດຊຽງດີ. ດອນຍາວ(ດອນປາແດກ)ຫຼາຍຫລັກກິໂລແມັດ ກາງນ້ຳຂອງເປັນຂອງຄົນລາວ ກວມເອົາຫລາຍຫມູ່ບ້ານຢູ່ເຂດດອນສະຫວ່າງ ມີທົ່ງນາກວ້າງຢາຍຢູ່ທົ່ວໄປຂອງເຂດເມືອງ ເຮັດນາປີເປັນຫຼັກ ແລະ ບາງບ່ອນເຫມາະສົມກໍເຮັດນາແຊງ ແລະ ປູກຜືດຜັກແຄມຂອງຕາມລະດູການ.

ມີດອນຢູ່ 2 ດອນ ມີຊື່ວ່າ ດອນປາແດກ ແລະດອນປົ່ງໃໝ່ໃນເຂດພື້ນທີ່ປາກເຊບັ້ງໄຟ

ປະຈຸບັນບ້ານຫນອງບົກມີຢູ່ 4 ຫມູ່ບ້ານໂຮມຕົວເຂົ້າເປັນບ້ານໜຶ່ງ ຄື: ບ້ານໜອງບົກ,ບ້ານສີບຸນເຮືອງ,ບ້ານໜອງໂດນ,ບ້ານໜອງສະພັງ

ມີທ່ານ (.......... ..........) ຄົນປະຈຸບັນເປັນເຈົ້າເມືອງໜອງບົກ

ປະຊາກອນ[ດັດແກ້]

50,799 ຄົນ (2020) ປະກອບດ້ວຍ ລາວລຸ່ມ,ຜູ້ໄທ ແລະ ມະກອງ(ໂສ້,ໂຊ່)(ບ້ານປົ້ງກິ່ວ).

ບັນດາບ້ານ[ດັດແກ້]

ເມືອງໜອງບົກ (ອັງກິດ: Nongbok District) ແມ່ນເມືອງໜຶ່ງໃນຄຳມ່ວນ ເຊິ່ງປະກອບດ້ວຍ ...... ບ້ານ (ຖ້າໄຜມີຂໍ້ມູນລະອຽດເພີ່ມຕື່ມໃຫ້ຂ້ອຍແນ່ ຖືວ່າຊ່ອຍໆກັນເດີພີ່ນ້ອງຊາວລາວເຮົາ.)

  • ບ້ານຫນອງບົກ
  • ບ້ານໂພນ
  • ບ້ານສັນຕີສຸກ
  • ບ້ານດົງຂວາງ
  • ບ້ານນາມັນປາ
  • ບ້ານດົງຍາງ
  • ບ້ານໜອງປາຫຼາດ
  • ບ້ານສອງເໝືອງໄຕ້
  • ບ້ານສອງເໝືອງເຫນືອ
  • ບ້ານຊຽງຫວາງທົ່ງ
  • ບ້ານຊຽງຫວາງທ່າ
  • ບ້ານກຸດຈັບ
  • ບ້ານຫາດຊຽງດີ
  • ບ້ານຜັກອີ່ຕູ່
  • ບ້ານນາໄຕ້
  • ບ້ານດົງສະຫງຳ
  • ບ້ານສອກເບາະ
  • ບ້ານດອນຂຽວເຫນືອ
  • ບ້ານດອນສະຫວ່າງ
  • ບ້ານດອນຂຽວກາງ
  • ບ້ານດອນຂຽວໄຕ້
  • ບ້ານດອນປາແດກ
  • ບ້ານບຶງສານທ່າ
  • ບ້ານບຶງສານເທິງ
  • ບ້ານມ່ວງໄຂ່
  • ບ້ານໜອງຫຼົ່ມ
  • ບ້ານປາກເດີດ
  • ບ້ານເດີດນ້ອຍ
  • ບ້ານດອນຫມາກໂມ(ຊື່ເກົ່າ:ໂຄກເຫນືອ)
  • ບ້ານໂຄກກ່ອງ(ຊື່ເກົ່າ:ໂຄກໄຕ້)
  • ບ້ານດ່ານປາກເຊ
  • ບ້ານດົງພົງເພົາ
  • ບ້ານຕານເທີງ
  • ບ້ານດົງຜັກເພື້ອ
  • ບ້ານໜອງລີ
  • ບ້ານຫາດຊາຍຟອງ
  • ບ້ານໜອງສະພັງ(2)
  • ບ້ານນາວາງເຫນືອ
  • ບ້ານນາວາງໄຕ້
  • ບ້ານນາວາງທົ່ງ
  • ບ້ານນາວາງນ້ອຍ
  • ບ້ານໂຄກສະຫວ່າງ
  • ບ້ານຊຳນາດີ
  • ບ້ານສະດື
  • ບ້ານໂພນສາວເອ້
  • ບ້ານທ່າມ່ວງ
  • ບ້ານດົງກະສິນ
  • ບ້ານນາພຸ
  • ບ້ານໜອງຜຳ
  • ບ້ານໂພນແພງ
  • ບ້ານດົງບູນ
  • ບ້ານນາຄຳ
  • ບ້ານນານ້ອຍ
  • ບ້ານໂນນສີລາ
  • ບ້ານໂນນແຕ້
  • ບ້ານໂນນຈິກ
  • ບ້ານນາຫູນ
  • ບ້ານປົ້ງກິ່ວ
  • ບ້ານເຫຼົ່ານາ
  • ບ້ານໂພນແພງ
  • ບ້ານນາຈຳປາ
  • ບ້ານດົງຄຸງ

ສະຖານທີ່ທ່ອງທ່ຽວ[ດັດແກ້]

  • ພະທາດຕູມພະວັງ
  • ດອນປາແດກ
  • ໂບດຄຣິສຫວຽດນາມຊຽງຫວາງ
  • ວັດປ່າໂພນງາມ
  • ວັດປ່າໂຊກຄຳແສນ
  • ວັດປ່າສີໂຄດຕະບູນ
  • ວັດດົງປ່າຫຼາຍ(ພຸດທະວະຈະນະ)