ເມືອງພຽງ

ຈາກ ວິກິພີເດຍ

ເມືອງພຽງ ເປັນເມືອງທີ່ມີທົ່ງນາຫລາຍກວ່າຫມູາໃນແຂວງກໍວ່າໄດ້ຍອ້ນແນວນັ້ນເພີານຈຶ່ງໃຫ້ນາມວ່າເມືອງແຫ່ງອູ່ເຂົ້າອູ່ປາ ານອກຈາກນີ້ເມືອງແຫ່ງນີ້ກໍຍັງມີທຳມະຊາດທີ່ສວຍງາມຢູ່ຫລາຍແຫ່ງພໍສົມຄວນເຊັ່ນນຳ້ປຸ້ນ ດົງໄມ້ທີ່ມີຊື່ວ່າດົງຄຳນາກອກທີ່ມີຊື່ແນວນີ້ກໍເພາະວ່າດົງແຫ່ງນີ້ຕັ້ງຢູ່ຂອບເຂດບ້ານນາກອກ ນອກນີ້ກໍຍັງຕົ້ນຫມາກຂາມທີ່ເກົ່າແກ່ເຊິ່ງມີອາຍຸປະມານ500ປີແລະກໍຍັງມີປ່າສະຫງວນອີກແຫ່ງຫນຶ່ງທີ່ມີຕົ້ນໄມ້ໃຫຍ່ຫລາຍຊະນິດແລະບຸນປະເພນີທີ່ເດັ່ນຂອງເມືອງນີ້ກໍຄືບຸນກອງເຂົ້າໃຫຍ່ເຊຶ່ງເພີ່ນຈັດຂື້ນໃນທຸກທຸກປີໃນລະຫວາ່ງເດືອນ9ແລະທີ່ຂາດບໍໄດ້ຄືບຸນບັ້ງໄຟເຊິ້ງເພີ່ນໄດ້ຈັດຂື້ນຢູ່ບາ້ນຂອງຂ້າພະເຈົ້າເອງ

ຄວາມສວຍງາມຂອງເມືອງພຽງນັ້ນມີລັກສະນະທຳມະຊາດ ອາກາດເຢັນ ມີຖ້ຳພູຜາຫຼາຍແຫ່ງ ມີປ່າໄມ້ຂຽວງາມໂດຍສະເພາະແມ່ນໄມ້ທີ່ມີລາຄາແພງເຊັ່ນ: ໄມ້ດູ່ ໄມ້ຂ່າ ໄມ້ສັກ ... ຫາກໃຜໄດ້ໄປເຫັນແລ້ວບໍ່ຢາກຈາກ ປະຊາຊົນຊາວເມືອງພຽງມີນ້ຳໃຈດີ ຍິນດີຕ້ອນຮັບ ເລື່ອງອາຫານການກິນບໍ່ຕ້ອງເປັນຫ່ວງ ມີແຕ່ຂອງແຊບໆທີ່ໄດ້ມາຈາກທຳມະຊາດທັງນັ້ນ ຮັບຮອງວ່າປອດສານພິດແນ່ນອນ. ນອກຈາກນີ້ຍັງມີຫຼາຍຊົນເຜົ່າທີ່ອາໄສຢູ່ໃນເມືອງພຽງ ມີຊົນເຜົ່າໜຶ່ງຊື່ ເຜົ່າຂ້າຕອງເຫຼືອງ ຫຼື ຄົນຂ້າປ່າ ເປັນຊົນເຜົ່ານ້ອຍອາໄສຢູ່ໃນປ່າ (ຖ້າຂ້າພະເຈົ້າຈື່ບໍ່ຜິດກໍອາດຈະຈັດຢູ່ໃນໝວດເຜົ່າໃຫຍ່ລາວເທິງ)ອາໄສທຳມາຫາກິນດ້ວຍການລ່າເນື້ອສັດ ຂຸດມັນ ກິນໝາກໄມ້ຕາມປ່າດົງ ຊົນເຜົ່ານີ້ມີຄອບຄົວອາໄສຢູ່ກະແຈກກະຈາຍ ເຮັດເຮືອນມຸງດ້ວຍໃບຕອງ ເຮັດເຮືອນຢູ່ບ່ອນໃດໃບຕອງເຫຼືອງແລ້ວກໍຍົກຍ້າຍໄປບ່ອນອື່ນອ້ອມມາບ່ອນເກົ່າຢູ່ຕະຫຼອດ ເຜົ່ານີ້ບໍ່ມີຢູ່ໃສນອກຈາກເມືອງພຽງ ຖ້າທ່ານຍາກໃນການໄປເບິ່ງ ໃຫ້ໄປເບິ່ງຍາມເຮັດບຸນຊ້າງຢູ່ແຂວງໄຊຍະບູລີ ຈະມີການສະແດງທຸກປີ ຄ່າປີ້ເຂົ້າຊົມບໍ່ແພງ 2ໍ000 ກີບ ທ່ານກໍຈະໄດ້ຮູ້ວ່າເປັນແນວໃດ