ເມືອງບໍ່ແຕນ

ຈາກ ວິກິພີເດຍ

ເມື່ອງບໍແຕນ ເປັນເມື່ອງໜື່ງທີ່ຢູ່ໃຕ້ສຸດຂອງແຂວງໄຊຍະບູລີ ຕິດກັບຊາຍແດນປະເທດໄທທັງ3ດ້ານ ການໄປມາຫາສູ່ກັນແມ່ນສະດວກສະບາຍຫລາຍບໍ່ຈຳເປັນຕ້ອງໃຊ້ໜັງສືຜ່ານແດນຫລືບັດປະຊາຊົນແຕ່ຢ່າງໃດ ກໍ່ສາມາດຂ້າມໄປມາຫາສູ່ກັນໄດ້ ງ່າຍກວ່າ ບ້ານຂ້ອຍກັບບ້ານເຈົ້າຊ້ຳນາ ເພາະມັນຄາ ກຳແພງບ້ານທີ່ສູງ ໃສ່ລວດໜາມ ໃສ່ແກ້ວ ໃສ່ເຫລັກແຫລມ ສາລະພັດຢ່າງ ລອງຄຶດພາບເບິ່ງໂລດ, ທີ່ສຳຄັນເມືອງນີ້ກຳລັງຖືກພັດທະນາຫລາຍໆດ້ານ ເຊັ່ນແຫ່ລງທ່ອງທ່ຽວ ຢູ່ບ່ອນນີ້ສວຍງາມຫລາຍມີພູຜາປາໄມ້,ແລະໄດ້ຊື່ວ່າເປັນເມືອງທີ່ມີນ້ຳຕົກຕາດຫລາຍກວ່າໝູ່ໃນແຂວງດຽວກັນ ຕາດທີ່ຢູ່ໃກ້ກວ່າໝູ່ແມ່ນຕາດຮຳເດີ ແລະ ມີແກ້ງທຽນນຳອີກງາມຫຼາຍໆໃດ. ອາຫານການກີນ ກໍ່ແຊບຫລາຍ ຮ້ານອາຫານທີ່ແຊບເປັນຮ້ານອາຫານທີ່ຢູ່ຕິດກັບຫ້ວຍສະງື້ເດີ ໄປຖາມຫາໂລດຄົນທີ່ຢູ່ບ່ອນນີ້ ແລະ ຄົນທີ່ໄປເມືອງບໍ່ແຕນມາ ຮູ້ໝົດ ແຂກລາວ ແຂກໄທ ກໍ່ໄປແວ່ກີນຢູ່ຮ້ານນີ້ ແຊບຫລາຍ ຂໍໂທດທີ່ຂ້າພະເຈົ້າບໍ່ຈື່ຊື່ຮ້ານ ດົນໆກັບໄປບ້ານເທື່ອໜື່ງ ເສັ້ນທາງກໍ່ສະດວກສະບາຍຫລາຍ ແຕ່ວຽງຈັນໄປ5-6 ຊົ່ວໂມງກໍ່ຮອດແລ້ວ.