ເມືອງນາແລ

ຈາກ ວິກິພີເດຍ

ເມືອງນາແລ ເປັນເມືອງທີ່ຕັ້ງຢູ່ທິດໃຕ້ ຂອງແຂວງຫຼວງນໍ້າທາ ຫ່າງຈາກເທດສະບານແຂວງ 78 ກິໂລແມັດ, ທິດເໜື່ອຕິດກັບແຂວງຫຼວງນໍ້າທາ ມີສາຍແດນຮ່ວມກັນ 19,86 ກິໂລແມັດ, ທິດໃຕ້ຕິດກັບເມືອງຜາອຸດົມ ແຂວງບໍ່ແກ້ວ ມີສາຍແດນຮ່ວມກັນ 35,06 ກິໂລແມັດ, ທິດຕາເວັນອອກຕິດກັບ 4 ເມືອງຂອງແຂວງອຸດົມໄຊຄື ເມືອງນາໝໍ້ ມີສາຍແດນຮ່ວມກັນ 34,87 ກິໂລແມັດ, ເມືອງໄຊ ມີສາຍແດນຮ່ວມກັນ 19,24 ກິໂລແມັດ, ເມືອງຮູນ ມີສາຍແດນຮ່ວມກັນ 33,44 ກິໂລແມັດ ແລະ ເມືອງແບງ ມີສາຍແດນຮ່ວມກັນ 30,51 ກິໂລແມັດ, ທິດຕາເວັນຕົກຕິດກັບເມືອງວຽງພູຄາ ມີສາຍແດນຮ່ວມກັນ 94,52 ກິໂລແມັດ. ເມືອງນາແລ ມີເນື້ອທີ່ທັງໝົດ 162,400 ເຮັກຕາ, ເປັນເມືອງພູດອຍກວມ 98%, ມີ 2 ຊົນເຜົ່າໃຫຍ່ຄື: ເຜົ່າລາວລຸ່ມ(ລື້) ແລະ ລາວເທິງ(ກຶມມຸ), ມີປະຊາກອນທັງໝົດ 22 ພັນກວ່າຄົນ, ຍິງ 11 ກວາຄົນ, ມີ 70 ບ້ານ , ມີ 13 ກຸ່ມບ້ານພັດທະນາ, ມີບ້ານທົດລອງວຽກງານ 3 ສ້າງຄື: ບ້ານພູຈະແລ ແລະ ບ້ານ ລ້ອງແຄນ. ເມືອງນາແລ ເປັນເມືອງວິລະຊົນ