ເມືອງດັກຈຶງ

ຈາກ ວິກິພີເດຍ

ເມືອງດັກຈຶງ ເມືອງຊາຍແດນ ລາວ-ຫວຽດນາມ ຢູ່ທີ່ແຂວງເຊກອງ ເມືອງດັກຈຶງເປັນອີກເມືອງໜຶ່ງຊຶ່ງຈະເປັນເມືອງເອກຂອງເຊກອງໃນອະນາຄົດ ເມືອງດັກຈຶງ ທີ່ມີຄົນເວົ້າເຖິງພາສາດັກກັງ ທີ່ເປັນພາສາປະຈຳເຜົ່າຕຣຽງ ຊາວຕຣຽງທີ່ມີຢູ່ຫລາຍ ທີ່ແຂວງເຊກອງ ໂດຍສະເພາະເມືອງດັກຈຶງ ຄຳວ່າ ດັກ ແປວ່ານ້ຳ ເມືອງດັກຈຶງ ຢູ່ຫ່າງຈາກເມືອງລະມາມແຂວງເຊກອງປະມານ 100 ກິໂລແມັດ (ເບິ່ງການເດິນທາງໄປເມືອງດ໊າການເດິນທາງສະໄໝກ່ອນຕ້ອງໃຊ້ເວລາເປັນອາທິດກວ່າຈະເຂົ້າເຖິງເມືອງນີ້ໄດ້ ແຕ່ທຸກມື້ນີ້ເຮັດຖະໜົນສຳເລັດແລ້ວ ໃຊ້ເວລາໃນການເດິນທາງປະມານ 2 ຊົ່ວໂມງ ເມືອງດັກຈຶງ ໄດ້ຖືກວາງໄວ້ໃຫ້ເປັນເມືອງເອກຂອງເຊກອງ ເປັນເສັ້ນທາງທີ່ຈະໄປຫວຽດນາມໄດ້ໄວທີ່ສຸດ ໄປເຂົ້າວຽດນາມໄປຍັງດານັງ ບໍ່ຕ້ອງຂົນຂອງທາງເຮືອມາທີ່ທ່າເຮືອຄອງເຕີຍກໍໃຊ້ເສັ້ນທາງນີ້ທະລຸຜ່ານຈາກອຸບົນມາເຊກອງ ມາດັກຈຶງ ເຂົ້າດານັງປະເທດຫວຽດນາມ ໄລຍະທາງຈາກຊາຍແດນຊ່ອງເມັກ ອຸບົນລາຊະທານີໄປເຖິງເມືອງດານັງ ຫວຽດນາມ ຜ່ານເສັ້ນທາງນີ້ ໄລຍະທາງພຽງ 300 ກິໂລແມັດເທົ່ານັ້ນ.