ເມນເຟຣມ

ຈາກ ວິກິພີເດຍ
ເມນແຟຣມ Honeywell-Bull DPS 7 , 1990.

ເມນເຟຣມ ແມ່ນ ຄອມພິວເຕີ ສ່ວນຫຼາຍຖືກໃຊ້ໂດຍ ວິສາຫະກິດຂະໜາດໃຫຍ່ ເພື່ອແລ່ນ ໂປແກມນຳໃຊ້ທີ່ສຳຄັນ, ຫຼື ຈັດການຖານຂໍ້ມູນຂະໜາດໃຫຍ່ ເຊັ່ນ ສະຖິຕິພົນລະເມືອງ,​ທຸລະກິດ, ແລະ ໄປຈົນຮອດ ການຊຳລະທາງການເງິນ..

ໂດຍທົ່ວໄປ ປະຈຸບັນ ຄຳວ່າ ເມນເຟຣມ ຈະໝາຍເຖິງ ບັນດາຄອມພິວເຕີ ທີ່ ໃຊ້ໄດ້ກັບ IBM System/360, ທີ່ຖືກສ້າງຂຶ້ນມາໃຊ້ເປັນເທື່ອທຳອິດ ໃນ ປີ 1965.

ຄຸນລັກສະນະ ຂອງ ເມນເຟຣມ[ດັດແກ້]

ເກືອບທຸກໆ ເມນເຟຣມ ມີຄວາມສາມາດແລ່ນ ຫຼາຍໆ ໂອເອສ (OS) ແລະ ປະຕິບັດງານຄືກັນກັບ ຄອມພິວເຕີນ້ອຍ ເປັນຫຼາຍໆສິບ ຫຼື ຫຼາຍໆຮ້ອຍໜ່ວຍ.