ເຟືອງ

ຈາກ ວິກິພີເດຍ
ເມືອງເຟືອງ
ພິກັດ: 18°39′N 102°05′E / 18.65°N 102.09°E / 18.65; 102.09ພິກັດພູມສາດ: 18°39′N 102°05′E / 18.65°N 102.09°E / 18.65; 102.09
CountryLaos
ProvinceVientiane
ເຂດເວລາUTC+7 (ICT)

ເມືອງເຟືອງແມ່ນເມືອງໜຶ່ງເປັນເຂດພູດອຍທິດເໜືອຕິດກັບເມືອງວັງວຽງ,ທິດໃຕ້ຕິດກັບເມືອງໝ່ືນ,ທິດຕາເວັນອອກຕິດກັບເມືອງຫິນເຫີບແລະທິດຕາເວັນຕົກຕິກັບເມືອງແມດ, ເມ່ືອທ່ານໄປທ່ອງທ່ຽວເມືອງເຟືອງໂດຍຜ່ານ ທາງ 3 ແຍກ ເມືອງຫິນເຫີບ ມຸ້ງໜ້າໄປທາງທິດຕາເວັນຕົກ ຕາມເສັ້ນທາງ ຫີນເຫີບ-ຊະນະຄາມ ພຽງແຕ່ໃຊ້ເວລາ ປະມານ 35 ນາທີກໍ່ໄປເຖີງແລ້ວ.ຕາມເສັ້ນທາງແມ່ນມີພູ!ປ່າໄມ້ແລະໄຮ່ສວນຂອງປະຊາຊົນທັງ 2 ເມືອງ (ຫິນເຫີບ-ເມືອງເຟືອງ) ພໍລົດຂອງທ່ານໄປຮອດເມືອງເຟືອງ ທ່ານຈະໄດ້ເຫັນ ທີວທັດທຳມະຊາດ ຜາທໍ່ໜໍ່ຄຳ ແລະທົ່ງນາທີ່ກວ້າງໃຫຍ່ ທີ່ອູ່ເຂົ້າອູ່ເຂົ້າອູ່ປາລ້ຽງຊີວິດປະຊາຊົນຊາວເມືອງເຟືອງ, ບ້ານທຳອິດທີ່ທ່ານເຫັນແມ່ນບ້ານດອນ ຕໍ່ດ້ວຍບ້ານທ່າ(ບ້ານທີ່ມີ 3 ແຍກ) ຖ້າທ່ານຈະໄປທ່ຽວຫຼີນ ກຸດສົງການ ອາບນ້ຳລີກທີ່ໄຫຼເຢັນ ຫາດຊາຍ ດ່ືມນ້ຳ,ດ່ືມເບຍ ປີໃໝ່, ຫຼືທ່ານຢາກໄປທ່ຽວຊົມເຂື່ອນໄຟຟ້າ ກໍ່ເຊີນທ່ານລ້ຽວພວງມະໄລລົດຂອງທ່ານໄປທາງຂວາມື.ຖ້າທ່ານຈະໄປສຳນັກງານ,ຫ້ອງການຕ່າງໆແລະຕະລາດ ຂອງເມືອງ ຫຼືຢາກໄປ ເມືອງໝື່ນ,ຊະນະຄາມ,ແຂວງໄຊຍະບູລີ ແມ່ນໃຫ້ທ່ານລ້ຽວພວງມະໄລລົດຂອງທ່ານໄປທາງຊ້າຍມືຂອງທ່ານ.

         ຄຳຂວັນຂອງເມືອງເຟືອງ                 ຜາທໍ່ໜໍ່ຄຳທລືຊ່າ     ທົ່ງນາແສນກວ້າງໃຫຍ່                ປ່າໄມ້ດົກໜາ        ພູຜາອ້ອມບັງ       ສຽງດັງທົ່ວແຄວ້ນ      ແດນເຊື້ອວິລະຊົນ                    (ຜູ້ສະເໜີ ທ.ໜູຄຳພົນໂຍທາ)