ເນັຕເວີກ
ຈາກ ວິກິພີເດຍ
ເນັຕເວີກ(Computer Network) ຫລື ຄອມພິວເຕີຣ໌ເນັຕເວີກ ແມ່ນເຄືອຂ່າຍການເຊື່ອມຕໍ່ເຄື່ອງອຸປະກອນຄອມພິວເຕີຣ໌ເຂົ້າໃສ່ກັນ.ເນັຕເວີກສາມາດແບ່ງປະເພດຕາມຄຸນລັກສະນະທີ່ຫຼາກຫຼາຍ. ໃນບົດຄວາມນີ້ ຈະອະທິບາຍ ພາບລວມຂອງບາງ ຊະນິດ, ໝວດໝູ່, ແລະ ອົງປະກອບພື້ນຖານຂອງເນັຕເວີກ.
ເນື້ອໃນ |
[ດັດແກ້] ແນະນຳ
ຄອມພິວເຕີຣ໌ເນັຕເວີກແມ່ນກູ່ມຄອມພິວເຕີຣ໌ແລະອຸບປະກອນ ທີ່ເຊືອມຕໍ່ເຊີງກັນແລະກັນ. ໂດຍອາໄສເນັຕເວີກ ບັນດາຄອມພິວເຕີຣ໌ຈະສາມາດຕິດຕໍ່ສຶສານ, ແບ່ງ ປັນຂໍ້ມູນແລະສັບພະຍາກອນ.
[ດັດແກ້] ຂະຫນາດຂອງເນັຕເວີກ
[ດັດແກ້] ເນັຕເວີກໃນພື້ນທີ່ເຂດສະເພາະ (LAN)
ແມ່ນເນັຕເວີກໃນບໍລິເວນເຂດໃນເຮືອນ, ຫ້ອງການ, ຫລື ພາຍໃນຕຶກ.
[ດັດແກ້] ເນັຕເວີກໃນພື້ນທີ່ເຂດເມືອງ (MAN)
ແມ່ນເນັຕເວີກໃນບໍລິເວນເຂດພາຍໃນເມືອງ.
[ດັດແກ້] ເນັຕເວີກໃນພື້ນທີ່ເຂດກວ້າງ (WAN)
ແມ່ນເນັຕເວີຣ໌ລະຫວ່າງເມືອງຕໍ່ເມືອງພາຍໃນປະເທດດຽວກັນ ຫລື ລະຫວ່າງເມືອງຕໍ່ເມືອງໃນປະເທດຕ່າງກັນ.
[ດັດແກ້] ອິນເຕີຣ໌ເນັຕເວີກ
ອິນເຕີເນັຕເວີກ ແມ່ນເຄືອຂ່າຍການເຊື່ອມຕໍ່ ເນັຕເວີຣ໌ ກັບ ເນັຕເວີຣ໌ ເຂົ້າໃສ່ກັນ, ໂຕຢ່າງແມ່ນ ເຄືອຂ່າຍອິນເຕີຣ໌ເນັຕ.
[ດັດແກ້] ຂ່າຍການເຊື່ອມຕໍ່ເນັຕເວີກ
ການເຊື່ອມຕໍ່ເນັຕເວີກແບບມີສາຍ
ການເຊື່ອມຕໍ່ເນັຕເວີກແບບມີສາຍແມ່ນຜ່ານສາຍນໍາສົ່ງຄື:
- ສາຍອີເທີຣ໌ເນັຕ
- ສາຍໂທລະສັບ
- ສາຍສົ່ງໂທລະພາບ
- ສາຍສົ່ງໄຟຟ້າ
- ສາຍໄຍແກ້ວ
ການເຊື່ອມຕໍ່ເນັຕເວີກແບບບໍ່ມີສາຍ
ການເຊື່ອມຕໍ່ເນັຕເວີກແບບບໍ່ມີສາຍແມ່ນຜ່ານຄື້ນຄື:
[ດັດແກ້] ອຸປະກອນຂອງເນັຕເວີກ
- ໂຕສົ່ງ ຫລື ຣີພີຕເຕີຣ໌
- ໂຕຕໍ່ ຫລື ຮັບ
- ໂຕແຈກຈ່າຍ ຫລື ສະວິຕຊ໌
- ໂຕຄົ້ນຫາເສັ້ນທາງ ຫລື ເຣົາເຕີຣ໌
[ດັດແກ້] ລິ້ງຄ໌ພາຍນອກ