ເຂີນໄຟຟ້ານ້ຳເທີນ 2

ຈາກ ວິກິພີເດຍ

ເຂື່ອນໄຟຟ້ານ້ຳເທີນ 2 ແລ່ນຈັກຜະລິດໄຟຟ້າສົ່ງໃຫ້ໄທ

ບໍລິສັດນ້ຳເທີນ 2 ຈຳກັດ ແຈ້ງໃຫ້ຮູ້ໃນມື້ວານນີ້ວ່າ: ມາຮອດວັນຈັນທີ 15 ມີນາ 2010 ເຄື່ອງ ຈັກທັງ 4 ຫນ່ວຍຈາກທັງຫມົດ 6 ຫນ່ວຍຂອງເຂື່ອນໄຟຟ້ານ້ຳເທີນ 2 ໄດ້ແລ່ນເຄື່ອງຈັກຢ່າງເປັນທາງການເພື່ອຜະລິດກະແສໄຟຟ້າຈຳນວນ 1.000 ເມກາວັດສະຫນອງ ໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ; ຂະນະທີ່ການຜະລິດສະຫນອງໃຫ້ລັດວິສາຫະກິດໄຟຟ້າລາວ ເພື່ອຊົມໃຊ້ພາຍໃນແມ່ນຈະມີຂຶ້ນໃນໄວໆນີ້.

ເຂື່ອນນ້ຳເທີນ 2 ເປັນໂຄງການພະລັງງານໄຟຟ້ານ້ຳຕົກທີ່ໃຫຍ່ທີ່ສຸດຂອງປະເທດໃນປະຈຸບັນ, ມີກຳລັງແຮງຕິດຕັ້ງ 1.080 ເມກາ ວັດດ້ວຍມູນຄ່າການກໍ່ສ້າງສູງເຖິງ 1,25 ຕື້ໂດລາສະຫະລັດ ເພື່ອຜະລິດສົ່ງຂາຍໃຫ້ປະເທດໄທ ຈຳນວນ 995 ເມກາວັດແລະສະຫນອງ ໃຫ້ພາຍໃນ 75 ເມກາວັດເປັນການລົງທຶນຮ່ວມກັນ ລະຫວ່າງ ລັດຖະບານລາວ ກັບນັກລົງທຶນຕ່າງປະເທດໃນຮູບແບບກໍ່ສ້າງ ດຳເນີນງານ ແລະມອບໂອນ; ປະກອບດ້ວຍ 4 ຂາຮຸ້ນຄື: ລັດຖະບານລາວ ຖືຮຸ້ນ 25%, ບໍລິສັດຜະລິດໄຟຟ້າມະຫາຊົນຈຳກັດ (ໄທ) ຖືຮຸ້ນ 25%, ບໍລິສັດໄຟ ຟ້າຝຣັ່ງສາກົນຖືຮຸ້ນ 35% ແລະ ອີກ 15% ເປັນຂອງບໍລິສັດອີຕາລຽນໄທພັດທະນາມະຫາຊົນຈຳກັດ. ມີຜູ້ສະຫນອງທຶນ ເຖິງ 26 ທະນາຄານສາກົນ ລວມທັງສະຖາບັນການເງິນສາກົນຕ່າງໆ.

ເຂື່ອນນ້ຳເທີນ 2 ມີໄລຍະສຳປະທານ 25 ປີ ເຊິ່ງຕະຫລອດໄລຍະເວລາດັ່ງກ່າວ ລັດຖະບານ ຈະໄດ້ລາຍຮັບຈາກຄ່າພາກຫລວງ, ເງິນປັນຜົນ ແລະ ອາກອນສູງເຖິງ 2 ຕື້ໂດລາສະຫະລັດ ຫລື ປີລະປະມານ 80 ລ້ານໂດລາສະຫະລັດ ເຊິ່ງເປັນຈຳນວນເງິນທີ່ສູງທີ່ ຈະຊ່ວຍເປັນທຶນຮອນໃນການພັດທະນາສ້າງສາປະເທດຊາດ ຫລັງຈາກຫມົດອາຍຸສຳປະທານກໍ່ຈະຖືກມອບໂອນໃຫ້ລັດຄຸ້ມຄອງ.

ນອກຈາກມີລາຍໄດ້ທາງການເງິນແລ້ວ ເຂື່ອນນ້ຳເທີນ 2 ຍັງ ນຳຜົນປະໂຫຍດທາງອ້ອມດ້ານ ການພັດທະນາເສດຖະກິດ-ສັງຄົມ ມາສູ່ປະຊາຊົນທ້ອງຖິ່ນອີກຫລາຍ ດ້ານເຊັ່ນ: ປະກອບສ່ວນໃນການພັດທະນາຊົນນະບົດ, ການກໍ່ສ້າງໂຄງລ່າງພື້ນຖານຕ່າງໆ, ທ່ານ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ກ່າວກ່ອນຫນ້ານີ້.

ແຕ່ລະປີບໍລິສັດນ້ຳເທີນ 2 ຍັງສະຫນອງທຶນປະປະຈຳປີ 1 ລ້ານໂດລາສະຫະລັດຕະຫລອດໄລຍະ 25 ປີ ໃຫ້ກັບອົງ ການຮັບຜິດຊອບກ່ຽວກັບການປົກປັກຮັກສາອ່າງໂຕ່ງນາກາຍນ້ຳເທີນ.