ຮັກອ່ຳຫຼ່ຳ

ຈາກ ວິກິພີເດຍ

ຮັກອ່ຳຫຼ່ຳ ເປັນຮູບເງົາລາວແນວ ໂຣແມນຕິກ-ດຣາມ້າ-ຄອມເມດີ້ ອັນຜະລິດໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເດີມທີມີການວາງແຜນວ່າຈະອອກສາຍໃນວັນທີ 17 ພະຈິກ ປີ ຄ.ສ. 2012 ແຕ່ເນື່ອງຈາກບັນຫາທາງດ້ານຟີມຈຶ່ງເລື່ອນສາຍເປັນວັນທີ 27 ມິຖຸນາ ປີ ຄ.ສ. 2013.

ຮັກອ່ຳຫຼ່ຳ
ກຳກັບພະນຸມັດ ດີສັດທາ
ອຳນວຍການສ້າງອາທິດໄຊ ບຸນດາວເຮືອງ
ນຳສະແດງອະທິສັກ ລັດຕະນະວົງ
ໄພລິນດາ ພິລາວັນ
ພູມຊະນະ ສິລິວົງສາ
ພອນມະນີ ໂພທິສານ
ດົນຕີປະກອບຮັກອ່ຳຫຼ່ຳ
ຮັກສະເໝີ
ສາຍ27 ມິຖຸນາ 2013
ຄວາມຍາວ97 ນາທີ
ປະເທດປະເທດລາວປະເທດລາວ
ພາສາລາວ
ລາຍໄດ້645 ລ້ານກີບ

ເນື້ອເລື່ອງ[ດັດແກ້]

ຮັກອ່ຳຫຼ່ຳເປັນເລື່ອງລາວຂອງນັກຮ້ອງຜູ້ມີຊື່ສຽງຂຶ້ນຊື່ລືຊາທີ່ເກີດຢູ່ຊົນນະບົດ ແຕ່ລາວພັດຄົ້ນພົບວ່າການເປັນນັກຮ້ອງທີ່ມີຊື່ສຽງຢູ່ໃນເມືອງນັ້ນ ບໍ່ແມ່ນສິ່ງທີ່ຕົນເອງມັກ. ລາວຈຶ່ງຕັດສິນໃຈກັບເມືອບ້ານ ໄປຫາຄົນຮັກ ແລະ ຄອບຄົວ ແຕ່ເລື່ອງຄວາມຮັກແບບຫຍຸ້ງໆກໍ່ເກີດຂຶ້ນກັບເຂົາ ແລະ ອ້າຍຂອງເຂົາກັບສາວນັກຮ້ອງຈາກໃນເມືອງ. ເລື່ອງດັ່ງບອກກ່າວເປັນການເລົ່າເຖິງຄວາມສໍາພັນຂອງສອງຄູ່ຮັກນີ້ຜ່ານການໃຊ້ຊີວິດຂອງຊາວບ້ານ ແລະ ບັນຍາກາດຂອງບ້ານນາອັນຈົບງາມ ຊ່ວຍເຮັດໃຫ້ຄວາມຮັກຂອງສອງຄູ່ນີ້ຈົບລົງຢ່າງອົບອຸ່ນ ແລະ ມີຄວາມສຸກ.

ນັກສະແດງ[ດັດແກ້]