ອຸໂບສົດ

ຈາກ ວິກິພີເດຍ

ອຸໂບສົດ (ບາລີ: ອຸໂບສຖ) ຖືເປັນອາຄານອັນສຳຄັນພາຍໃນວັດຍ້ອນວ່າເປັນບ່ອນທີ່ພະພິກສຸສົງໃຊ້ເຮັດສັງຄະກຳ ເຊິ່ງແຕ່ເດີມໃນການເຮັດສັງຄະກຳຂອງພະພິກສຸສົງ ຈະໃຊ້ພຽງພື້ນອັນໂລ່ງ ໆ ທີ່ກຳໜົດຂົງເຂດພື້ນທີ່ສັງຄະກຳ ໂດຍການກຳໜົດຕຳແໜ່ງ "ສີມາ" ເທົ່ານັ້ນ. ແຕ່ໃນປັດຈຸບັນ ຈາກການມີຜູ້ບວດຫຼາຍຂຶ້ນທາງພາຍໃນ ພະອຸໂບສົດມັກປະດິດສະຖານພະປະທານຜູ້ເປັນພະພຸດທະຮູບອົງສຳຄັນໆ. ເຮັດໃຫ້ມີຜູ້ມາສັກກາລະບູຊາແລະຮ່ວມເຮັດບຸນເປັນຈຳນວນຫຼາຍ. ພະອຸໂບສົດຈຶ່ງຖືກສ້າງຂຶ້ນເປັນອາຄານຖາວອນແລະມັກຈະມີ ການປະດັບຕົກແຕ່ງຢ່າງຈົບງາມ.