ຫໍພິພິດທະພັນສະຫວັນນະເຂດ

ຈາກ ວິກິພີເດຍ

ຕັ້ງຢູ່ຫ່າງຈາກດ່ານພາສີສະຫວັນນະເຂດໄປທາງທິດໃຕ້ປະມານ 3 ກິໂລແມັດ ຢູ່ໃກ້ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງ (ແຕ່ກ່ອນຢູ່ໃກ້ກັບໂຮງຫມໍແຂວງ) ເປີດວັນຈັນŒວັນສຸກ ເວລາ 8:00- 12:00ມ ແລະ 13:00-14:00ມ. ພິພິທະພັນສະຫວັນນະເຂດນັບເປັນແຫລ່ງທ່ອງທ່ຽວເຊີງປະຫວັດສາດທີ່ຫນ້າສົນໃຈອີກແຫ່ງຫນຶ່ງ ພາຍໃນອາຄານມີເລື່ອງລາວ ແລະ ເຫດການ ກ່ຽວກັບສົງຄາມປົດປ່ອຍ ແລະ ສົງຄາມອິນດູຈີນ ບອກເລົ່າເລື່ອງລາວແຫ່ງການຕໍ່ສູ້ຂອງວີລະຊົນລາວທີ່ຮ່ວມກັນ ຕໍ່ສູ້ຂັບໄລ່ຈັກກະພັດຕ່າງດ້າວ ນອກຈາກນີ້ ຍັງມີຫມໍ້ຂາງ ແລະ ໄຫ ທອງທີ່ຄົ້ນພົບໃນສະໄຫມອະດີດມາຕັ້ງສະແດງໃນຕູ້ແກ້ວ ແລະ ວັດຖຸບູຮານອື່ນໆອີກຫລາຍຢ່າງ...