ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ
ພົນເອກຍິງ ພົນເຮືອເອກຍິງ ພົນອາກາດເອກຍງ ສາດສະດາຈານ ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມມະຫຼວງນະຣາທິວາດລາດຊະນະຄະຣິນ (ພາສາໄທ: พลเอกหญิง พลเรือเอกหญิง พลอากาศเอกหญิง ศาสตราจารย์ สมเด็จพระเจ้าพี่นางเธอ เจ้าฟ้ากัลยาณิวัฒนา กรมหลวงนราธิวาสราชนครินทร์) (ປະສູດ: 6 ພຶດສະພາ 1923 ນະ ກຸງລອນດອນ ອັງກິດ ສະຫະລາດຊະອານາຈັກ[໑] ສິ້ນພະຊົນ: 2 ມັງກອນ 2008 ເວລາ 02.54 ໂມງ. ນະ ໂຮງພະຍາບານສິຣິຣາດ ບາງກອກ ສິຣິພະຊົນມາຍຸ 84 ພັນສາ) ຊົງເປັນລູກຍິງພະອົງໃຫຍ່ ໃນ ສົມເດັດພະມະຫິຕະລາທິເບດ ອະດຸນລະຍະເດດວິກົມ (ສົມເດັດພະເຈົ້າບໍຣົມມະວົງເທີ ເຈົ້າຟ້າມະຫິດົນອຸດຸນລະຍະເດດ ລູກຊາຍໃນ ສົມເດັດພະເຈົ້າມະຫາຊີວິດຈຸນລະຈອມເກົ້າ ແລະ ສົມເດັດພະສີສະວະຣິນທິລາບໍຣົມລາຊະເທວີ ພະພັນວັດສາໄອຍິກາເຈົ້າ) ແລະ ສົມເດັດພະສີນະຄະຣິນທະຣາບໍຣົມມະຫາລາຊິນີ (ໝ່ອມສັງວານ ມະຫິດົນ ນະ ອະຍຸດທະຍາ) ແລະ ຊົງເປັນເອື້ອຍໃນສົມເດັດພະເຈົ້າມະຫາຊີວິດອານັນທະມະຫິດົນ ແລະ ສົມເດັດພະເຈົ້າມະຫາຊີວິດພູມິພົນອະດຸນຍະເດດ
ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມມະຫຼວງນະຣາທິວາດລາດຊະນະຄະຣິນ ໄດ້ຊົງບຳເພັນພະກໍລະນີຍະກິດຫຼວງຫຼາຍແກ່ປະເທດໄທ ເພື່ອ ແບ່ງເບົາພະລາຊະພາລະ ຂອງ ພະບາດສົມເດັດພະເຈົ້າຢູ່ຫົວ ແລະ ສົມເດັດພະສີນະຄະຣິນທະຣາບໍຣົມມະຫາລາຊິນີ ມີໂຄງການໃນພະອຸປະຖຳຫຼາຍຮ້ອຍໂຄງການ ທັງດ້ານ ການສຶກສາ ການສັງຄົມສົງເຄາະ ການແພດ ແລະ ການສາທາລະນະສຸກ ການຕ່າງປະເທດ ການສາດສະໜາ ແລະອື່ນໆ ທັງນີ້ພະອົງຊົງມີພະປີຊາສາມາດດ້ານການຂຽນ ດ້ານການກິລາ ແລະ ດ້ານການຖ່າຍຮູບ
ພະອົງຊົງມີພະອາການຜິດປົກກະຕິກ່ຽວກັບທ້ອງ ແລະໄດ້ເຂົ້າປະທັບຮັກສາພະອາການປະຊວນ ນະ ອາຄານສະເຫຼີມພະກຽດ ໂຮງພະຍາບານສິຣິຣາດ ຈົນກະທັ່ງເມື່ອວັນພຸດ ທີ 2 ມັງກອນ 2008 ພະອາການປະຊວນໄດ້ຊຸດລົງຕາມລຳດັບ ແລະ ສິ້ນພະຊົນເມື່ອເວລາ 02.54 ໂມງ. ສິຣິພະຊົນມາຍຸ 84 ພັນສາ.
[ດັດແກ້] ອ້າງອິງ
- ↑ ສາລານຸກົມໄທສະຫຼັບເຍົາວະຊົນ ສະບັບການຈະນາພິເສກ, ພະລາຊະປະຫວັດພະບາດສົມເດັດພະເຈົ້າຢູ່ຫົວພູມີພົນອຸດຸນຍະເດດ