ສີນ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ສີລ)

ສີນ ແມ່ນ ເຈຕະນາ ທີ່ ຈະງົດເວັ້ນ ຈາກ ຄວາມຊົ່ວ ຫລື ທຸຈະລິດ : ທາງ ກາຍ, ທາງ ວາຈາ, ແລະ ທາງ ໃຈ.


ທ່ານ ພຸດທະໂຄສະຈາຣ ໄດ້ນຳເອົາ ຄຳ ຂອງ ພຣະສາຣີບຸຕ ໃນ ປະຕິສັມພິທາມັຄຄ໌ ອະທິບາຍ ຄື

ເຈຕະນາ, ເຈຕະສິກ, ຄວາມຣະວັງ ແລະ ການບໍ່ລວ່ງລະເມີດຂໍ້ຫ້າມ.

ແລ້ວອະທິບາຍວ່າ ການງົດເວັ້ນ ຈາກ ກາຣທຸຈຣິຕ ໓ ຊື່ວ່າ ເຈຕະສິກສີລ

ຄວາມລະວັງ ຫລື ສັງວອນ ນັ້ນ ທ່ານ ແບ່ງອອກເປັນ ໕ ຄື:

  1. ປາຕິໂມກຂະສັງວະຣະສີລສຳຣວມຣະວັງໃນສິກຂາບົດຕາມພູມຊັ້ນຂອງຕົນເຊັ່ນ ສີລ ໕ ເປັນສີລປາຕິໂມກຂ໌ຂອງອຸບາສົກອຸບາສິກາ ເປັນຕົ້ນ
  2. ສະຕິສັງວອນຣະວັງກີດກັນບາບດ້ວຍສະຕິ
  3. ຍານະສັງວອນຣະວັງກີດກັນບາບດ້ວຍຍານ ຄື ຄວາມຮູ້ເທົ່າທັນ.
  4. ຂັນຕິສັງວອນຣະວັງກີດກັນບາບດ້ວຍຄວາມເມຕຕາ
  5. ວິຣິຍະສັງວອນຣະວັງກີດກັນບາບດ້ວຍຄວາມພຽນພະຍາຍາມ

ສີລ ມີຫລາຍປະເພດ ຄື ສີລ ໕ ສຳຫລັບຄະຣາວາດ, ສີລ ໘ ໝາຍເຖິງອຸໂປສົດສີລ ພໍ່ອອກ ແມ່ອອກກໍ່ປະຕິບັດໄດ້ ສວ່ນໃຫຍ່ຈະນິຍົມກັນຮັກສາໃນມື້ວັນສີລໃຫຍ່ ຫລືບາງຄົນກໍ່ຮັກສາຕລອດ ເວລາຍາວນານ ໂດຍສະເພາະແມ່ນຢູ່ໃນສຳນັກວິປັສສນາ ແລະ ກໍ່ຍັງເປັນສີລທີ່ແມ່ຂາວ ຖືປະຕິບັດນຳອີກ.


ຂໍ ອາຣາທະນາ ສິນຫ້າ


ອຸກາສະ ມະຍັງ ພັນເຕ ວິສຸງ ວິສຸງ ລັກຂະນັດຖາຍະ ຕິສາຣະເນ ນະສະຫະ ປັນຈະ ສິລານິ ຍາຈາມະ


ທຸຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ລັກຂະນັດຖາຍະ ຕິສາຣະເນ ນະສະຫະ ປັນຈະ ສິລານິ ຍາຈາມະ


ຕາຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ລັກຂະນັດຖາຍະ ຕິສາຣະເນ ນະສະຫະ ປັນຈະ ສິລານິ ຍາຈາມະ


ຂໍສະມາທານ ເອົາ ສິນຫ້າ

ປານາຕິປາຕາ ເວຣະມະນີ ສິກຂາປະທັງ ສະມາທິຍາ ມິ

ຜູ້ຂ້າ ຂໍສະມາທານ ສິກຂາບົດ ເວັ້ນຈາກ ການຂ້າສັຕ ການທຳຮ້າຍສັຕ.


ອະທິນນາທານາ ເວຣະມະນີ ສິກຂາປະທັງ ສະມາທິຍາ ມິ

ຜູ້ຂ້າ ຂໍສະມາທານ ສິກຂາບົດ ເວັ້ນຈາກ ການຂີ້ລັກ ການສໍ້ໂກງ.


ກາເມສຸມິຈສາຈາຣາ ເວຣະມະນີ ສິກຂາປະທັງ ສະມາທິຍາ ມິ

ຜູ້ຂ້າ ຂໍສະມາທານ ສິກຂາບົດ ເວັ້ນຈາກ ການປະພຶດຜິດ ໃນ ກາມ.


ມຸສາວາທາ ເວຣະມະນີ ສິກຂາປະທັງ ສະມາທິຍາ ມິ

ຜູ້ຂ້າ ຂໍສະມາທານ ສິກຂາບົດ ເວັ້ນຈາກ ການເວົ້າຕົ້ວະ ການຍຸຍົງ


ສຸຣາເມຣະຍະ ມັຊຊະປະມາທັຖຖານາ ເວຣະມະນີ ສິກຂາປະທັງ ສະມາທິຍາ ມິ

ຜູ້ຂ້າ ຂໍສະມາທານ ສິກຂາບົດ ເວັ້ນຈາກ ການກິນ ດື່ມ ສູບ ດົມ ສີ່ງເສບຕິດ ສີ່ງມຶນເມົາ ທັງປວງ.


ອິມານິ ປັນຈະ ສິກຂາ ປະທານິ

ສິລ ຫ້າ ທີ່ປະທານ ໃຫ້ ນີ້

ສິເລນະ ສຸຄະຕິງຍັນຕິ

ສິລ ພາໄປສູ່ ຄວາມສຸກ

ສິເລນະ ໂພຄະສັມປະທາ

ສິລ ໃຫ້ມີຊັບ

ສິເລນະ ນິພພຸຕິງຍັນຕິ

ສິລ ພາໄປນິພພານ .

ຕັສມາ ສີລັງ ວິໂສທາເຍ.

ສີລ ໑໐ ເປັນສີລຂອງສາມະເນນ, ສີລ ໒໒໗ ເປັນສີລຂອງພຣະສົງ ແລະ ສີລ ໓໑໑ ຂອງພິກຂຸນີເຊິ່ງໃນພຣະພຸດທະສາສນາຝ່າຍເຖຣະວາດ ພິກຂຸນີໄດ້ໝົດໄປແລ້ວຫລັງຈາກທີ່ພຣະພຸດທະ ສາສນາລ່ວງມາໄດ້໕໐໐ ປີ ແຕ່ຕອນນີ້ກໍ່ໄດ້ມີການຟື້ນຟູຂື້ນຢູ່ປະເທດສີລັງກາ ແລະ ໃນໄທກໍ່ມີພິກຂຸນີ ອົງໜຶ່ງຄື ພິກຂຸນີ ທັມມະນັນທະ ຜູ້ທີ່ໄດ້ໄປອຸປະສົມບົດຢູ່ປະເທດສີລັງກາ.

ໃນຈຳນວນສີລ ໒໒໗ ຂໍ້ ໄດ້ມີການແບ່ງອອກເປັນໝວດຄື:[ດັດແກ້]

  1. ປາຣາຊຶກ ໔
  2. ສັງຄາທິເສສ ໑໓
  3. ອະນິຍົດ ໒
  4. ນິດສັກຄີປາຈິຕຕີ ໓໐
  5. ປາຈິດຕີ ໙໒
  6. ປະຕິເທສະນີຍະ ໔
  7. ເສຂີຍະວັດ ໗໕
  8. ອະທິກະຣະນະສະມະຖະ ໗

ປາຣະຊຶກ ໔[ດັດແກ້]

  1. ພິກຂຸເສບເມຖຸນຕ້ອງອາບັດປາຣະຊິກ (ພິກຂຸເສບສັງວາດກັບທັງຄົນ ແລະ ສັດ)
  2. ພິກຂຸລັກຊັບ(ມີມູນຄ່າ ໕ ມາສົກຂື້ນໄປ- ໕ ມາສົກເທົ່າກັບ ໕ ບາດ -ປະມານ ໒໐໐໐ ກີບ)
  3. ພິກຂຸຂ້າຄົນໃຫ້ຕາຍ
  4. ພິກຂຸອວດອຸດຕະຣິມະນຸດສະທັມ (ທັມທີ່ບໍ່ມີໃນຕົນ ເຊັ່ນອວດວ່າຕົນເອງເປັນຜູ້ວິເສສ ເປັນຜູ້ໄດ້ບັນລຸ ຊານ ເປັນຜູ້ຫລຸດພົ້ນແລ້ວ ເຖິງແມ່ນວ່າໄດ້ແທ້ກໍ່ບໍ່ໃຫ້ອວດ ຖ້າໂອ້ອວດຕ້ອງອາບັດປາຣະຊຶກ)

ພິກຂຸໃດທີ່ລວ່ງລະເມິດສິກຂາບົດປາຣະຊຶກນີ້ ເມື່ອຕ້ອງຂໍ້ໃດຂໍ້ໜຶ່ງ ເຂົ້າແລ້ວກໍ່ຈະຂາດຈາກຄວາມເປັນ ພຣະສົງ ໂດຍອັດຕະໂນມັດ ເຖິງແມ່ນວ່າຈະບໍ່ມີໃຜເຫັນນຳກໍ່ຕາມ ທ່ານປຽບເໝືອນ ການເດັດໃບໄມ້ ແລ້ວເອົາໄປຕໍ່ຄືນບໍ່ໄດ້ ຫລືປຽບເໝືອນກົກຕານປາຍກຸດ ເມື່ອຖືກຕັດແລ້ວ ກໍ່ຈະບໍ່ມີໂອກາດປົ່ງຍອດ ໃຫ້ງອກງາມໄດ້. ແລະ ການຜິດສີນຂອງພຣະສົງນີ້ ບໍ່ຄືຜິດກົດໝາຍບ້ານເມືອງ ທີ່ວ່າຈະຕ້ອງມີຕຳ ຫລວດມາຈັບ ມີຄົນມາຟ້ອງ ຂື້ນສານ ແຕ່ບໍ່ກ່ຽວກັບວ່າຕ້ອງຫລິ້ນເສັ້ນເຫລັ້ນສາຍ ເອົາຜູ້ກະທຳຜິດເອົາໄວ້ ເຖິງແມ່ນວ່າຈະມີຄົນເອົາຜູ້ລວ່ງລະເມີດເອົາໄວ້ກໍ່ບໍ່ມີຜົນສັກສິດຢູ່ໄດ້ ເພາະວ່າຜູ້ຜິດບໍ່ສາມາດ ຕໍ່ລອງຕໍ່ກົດ ແຫ່ງກັມ ແລະ ຜູ້ທີ່ເອົາໄວ້ກໍ່ຜິດໄປຕາມໆກັນອີກ ເພາະວ່າມັນເປັນກົດເກດສາກົນ ທີ່ເປັນການໄດ້ຮັບໂທດ ໂດຍທຳມະຊາດ ອາດຈະເວົ້າໄດ້ວ່າ ເປັນກົດແຫ່ງກັມ ທີ່ບໍ່ອາດສາມາດ ຫລີກລຽງໄດ້. ມີການພິສູດ ຢູ່ບ່ອນ ວ່າ ຜູ້ລວ່ງລະເມີດຕ້ອງ ຂາດຈາກຄວາມເປັນພຣະສົງ ແລະ ທັງຮຸນຮ້າຍກວ່າ ພໍ່ອອກແມ່ອອກ ທຳມະດາຜູ້ບໍ່ເຄີຍບວດອີກ ຄືເມື່ອໄປປະຕິບັດທັມ ເຖິງແມ່ນວ່າຈະປະຕິບັດເຄັ່ງຄັດພຽງໃດ ປະຕິບັດ ຫລາຍມື້ ຫລືແມ່ນແຕ່ຕລອດຊາດນີ້ ກໍ່ບໍ່ມີໂອກາດໄດ້ບັນລຸທັມວິເສດໄດ້ ແລະ ເມື່ອສິກຂາອອກໄປແລ້ວ ກັບມາບວດເປັນຄູບາອີກກໍ່ບໍ່ໄດ້ ເຖິງແມ່ນວ່າ ຄົນອື່ນຈະບໍ່ຮູ້ວ່າຕົນເອງເຄີຍຜິດສີລຂໍ້ປາຣະຊຶກ ນີ້ກໍ່ຕາມ ການບວດຄັ້ງໃໝ່ ກໍ່ບໍ່ຕ່າງຫຍັງ ກັບເອົາຜ້າເຫລືອງໄປຫົ່ມຕໍລ້າໆ.