ສິດເປັນເຈົ້າປະເທດຊາດ

ຈາກ ວິກິພີເດຍ

ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ ແຫ່ງ ສປປລ[ດັດແກ້]

ພົນລະເມືອງລາວແມ່ນຜູ້ທີ່ມີສັນຊາດລາວຕາມທີ່ກຳນົດໄວ້ໃນກົດໝາຍ.


ພົນລະເມືອງລາວໂດຍບໍ່ຈຳແນກຍີງຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖືແລະ ຊົນເຜົ່າລ້ວນແຕ່ມີຄວາມສະເໝີພາບຕໍ່ກົດໝາຍ.


ພົນລະເມືອງຜູ້ທີ່ມີອາຍຸແຕ່ສິບແປດປີຂື້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ທີ່ມີອາຍຸແຕ່ຊາວເອັດປີຂື້ນໄປ ມີສິດສະ ມັກຮັບເລືອກຕັ້ງ ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ທີ່ຖຶກສານຕັດສີນປົດສິດເລືອກຕັ້ງ ແລະ ສະໝັກຮັບ ເລືອກຕັ້ງ.


ພົນລະເມືອງລາວຍີງຊາຍ ມີສິດເທົ່າທຽມກັນໃນດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ.


ພົນລະເມືອງລາວມີສິດໄດ້ຮັບການສຶກສາຮ່ຳຮຽນ, ຍົກສູງຄວາມກ້າວໜ້າ.


ພົນລະເມືອງລາວມີສິດເຮັດວຽກ ແລະ ປະກອບອາຊີບທີ່ບໍ່ຂັດກັບກົດໝາຍ. ຜູ້ອອກແຮງງານມີສິດໄດ້ຮັບການພັກ ຜ່ອນ ໄດ້ຮັບການປີ່ນປົວໃນເວລາເຈັບເປັນ, ໄດ້ຮັບການຊ່ວຍເຫລືອໃນກໍລະນີທີ່ໝົດຄວາມສາມາດໃນການອອກ ແຮງງານ, ເສຍອົງຄະ, ໃນເວລາເຖົ້າແກ່ ແລະ ໃນກໍລະນີອື່ນໆຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.


ພົນລະເມຶອງລາວມີສິດເສລີພາບໃນການຕັ້ງພູມລຳເນົາ ແລະ ໃນການໄປມາຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.


ພົນລະເມືອງລາວມີສິດຮ້ອງທຸກ, ຮ້ອງຟ້ອງແລະ ສະເໜີຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບບັນຫາທີພົວພັນເຖິງສິດ ແລະ ຜົນປະໂຫຍດລວມ ຫລື ສິດ ແລະ ຜົນປະໂຫຍດຂອງຕົນ. ຄຳຮ້ອງທຸກ, ຄຳຮ້ອງຟ້ອງ ແລະ ຄວາມເຫັນຂອງພົນ ລະເມືອງຕ້ອງໄດ້ຮັບການພິດຈາລະນາ ແລະ ແກ້ໄຂຕາມທີ່ໄດ້ກຳນົດໄວ້ໃນກົດມາຍ.


ພົນລະເມືອງລາວມີສິດໂດຍບໍ່ມີໃຜຈະລວງລະເມີດໄດ້ທາງດ້ານຮ່າງກາຍ, ກຽດສັກສີແລະ ເຄຫາສະຖານ. ພົນລະ ເມືອງຈະບໍ່ຖຶກຈັບຕົວ ຫລື ກວດຄົ້ນເຄຫາສະຖານຖ້າຫາກບໍ່ມີຄຳສັ່ງຂອງໄອຍະການ ຫລື ສານປະຊາຊົນ ເວັ້ນເສຍ ແຕ່ໃນກໍລະນີທີ່ໄດ້ກຳນົດໄວ້ນກົດໝາຍ.


ພົນລະເມືອງລາວ ມີສິດເສລີພາບໃນການເຊື່ອຖື ຫລື ບໍ່ເຊື່ອຖືສາດສະໜາ.


ພົນລະເມືອງລາວມີສິດເສລີພາບໃນການປາກເວົ້າ, ຂິດຂຽນ, ໂຮມຊູມນູມ, ຈັດຕັ້ງສະມາຄົມ ແລະ ເດີນຂະບວນທີ່ ບໍ່ຂັດກັບລະບຽບກົດໝາຍ.


ພົນລະເມືອງລາວມີສິດເສລີພາບໃນການຄົ້ນຄ້ວາ ແລະ ນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຢີ, ປະດິດສ້າງສີນລະປະວັນນະຄະດີ ແລະ ດຳເນີນການເຄື່ອນໄຫວວັດທະນະທຳທີ່ບໍ່ຂັດກັບກົດໝາຍ.


ລັດປົກປ້ອງສິດ ແລະ ຜົນປະໂຫຍດອັນຖຶກກົດໝາຍຂອງພົນລະເມືອງລາວທີ່ຢູ່ຕ່າງປະເທດ.


ພົນລະເມືອງລາວ ມີພັນທະເຄົາລົບລັດຖະທຳມະນູນ ແລະ ກົດມາຍ, ປະຕິບັດລະບຽບການອອກແຮງງານ, ລະບຽບ ການດຳລົງຊີວິດຂອງສັງຄົມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.


ພົນລະເມືອງລາວມີພັນທະເສຍພາສີ ແລະ ສ່ວຍສາອາກອນຕາມລະບຽບກົດໝາຍ.


ພົນລະເມືອງລາວ ມີພັນທະປົກປັກຮັກສາປະເທດຊາດ ແລະ ປອ້ງກັນຄວາມສະຫງົບ, ປະຕິບັດພັນທະການທະຫານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.


ຊາວຕ່າງດ້າວ ແລະ ຜູ້ມີສັນຊາດກໍ່ມີສິດໄດ້ຣັບການປົກປ້ອງສິດ ແລະ ເສລີພາບທີ່ໄດ້ກຳນົດໄວ້ໃນກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີສິດຣ້ອງຟ້ອງຕໍ່ສານ ແລະ ອົງການທີ່ກ່ຽວຂ້ອງຂອງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີພັນທະເຄົາລົບລັດຖະທຳມະນູນ ແລະ ກົດມາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.


ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ອະນຸຍາດການລີ້ໄພໃຫ້ແກ່ຊາວຕ່າງປະເທດໄດ້ຖຶກປາບປາມຍ້ອນ ໄດ້ທຳການຕໍ່ສູ້ ເພື່ອອິດສະລີພາບ, ຄວາມເປັນທຳ, ສັນຕິພາບແລະ ພາລະກິດວິທະຍາສາດ.