ສິດທິເດັກ

ຈາກ ວິກິພີເດຍ
ຄວາມສະເໝີພາບຂອງເດັກນ້ອຍ

ທຸກໆຄົນທີ່ມີອາຍຸຕ່ຳກວ່າ 18 ປີ ແມ່ນມີສິດຕາມທີ່ຂຽນໄວ້ໃນສົນທິສັນຍາວ່າດ້ວຍສິດທິເດັກ.

ເດັກມີສິດໄດ້ຮັບການປົກປ້ອງ ຈາກການຖືກຈຳແນກ ແລະ ລັງກຽດ. ເດັກຈະບໍ່ຖືກລັງກຽດຍ້ອນຮູບຮ່າງ, ສີຜິວ, ພາສາທີ່ເຈົ້າເວົ້າ. ສາສະໜາ, ຄວາມສາມາດໃນການຮຽນ, ຄວາມຄິດເຫັນ, ຍ້ອນສະພາບຄອບຄົວ ຫຼື ປະເທດຂອງເຈົ້າ.

ອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງລວມທັງຜູ້ໃຫຍ່, ຖ້າຫາກຕັດສິນບັນຫາກ່ຽວກັບເດັກ ກ່ອນອື່ນໝົດຕ້ອງຄຳນຶງເຖິງຜົນປະໂຫຍດອັນສູງສຸດຂອງເດັກ ແລະ ພິຈາລະນາວ່າສິງທີ່ເດັກຄິດດີທີ່ສຸດ.

ລັດຖະບານຕ້ອງໃຫ້ເດັກຮັບຮຸ້ສິດຂອງເຂົາເຈົ້າ.

ເດັກມີສິດໄດ້ຮັບການດູແລ, ອົບຮົມສັ່ງສອນຈາກພໍ່ແມ່ ແລະ ຄອບຄົວ, ລັດຖະບານຄວນໃຫ້ການຊ່ວຍເຫຼືອແກ່ພໍ່ແມ່, ຜູ້ປົກຄອງເພື່ອໃຫ້ເຂົາເຈົ້າໄດ້ດູແລເດັກ, ເຂົ້າໃຈ ແລະ ປະຕິບັດສິດຂອງເດັກຢ່າງເຕັມສ່ວນ.

ເດັກທຸກຄົນມີສິດດຳລົງຊີວິດ, ລັດຖະບານຄວນຮັບປະກັນໃຫ້ເດັກທຸກຄົນມີການດຳລົງຊີວິດທີ່ດີ ແລະ ໄດ້ຮັບການພັດທະນາ. ເດັກມີສິດດຳລົງຊີວິດໃນເຮືອນທີ່ມີຄວາມປອດໄພ ແລະ ມີຄວາມສຸກ.

ເມື່ອເດັກເກີດມາ ເດັກຕ້ອງໄດ້ຮັບການຈົດທະບຽນທັນທີ. ເດັກຍັງຕ້ອງມີສິດມີຊື່ ແລະ ສັນຊາດ. ເດັກຍັງມີສິດຮູ້ວ່າພໍ່ແມ່ຂອງຕົນແມ່ນໃຜ ແລະ ໄດ້ຢູ່ກັບພໍ່ແມ່ຖ້າເປັນໄປໄດ້.

ເດັກມີສິດຮັກສາເອກະລັກຂອງຕົນ.

ເດັກມີສິດຢູ່ນຳພໍ່ແມ່ ແລະ ຄອບຄົວ, ເວັ້ນເສຍແຕ່ວ່າພໍ່ແມ່ ແລະ ຄອບຄົວຫາກປະພຶດຢ່າງບໍ່ເໝາະສົມກັບເດັກ.

ເດັກທຸກຄົນມີສິດສະແດງຄວາມຄິດເຫັນ ແລະ ເວົ້າໃນສິ່ງທີ່ເຂົາເຈົ້າຄິດ. ເມື່ອຜູ່ໃຫຍ່ຕັດສິນບັຍຫາກ່ຽວກັບເດັກບໍ່ວ່າໃນຄອບຄົວ, ໂຮງຮຽນ, ຫ້ອງການຕ່າງໆ ແລະ ໃນສານ ເພີ່ນຕ້ອງໃຫ້ເດັກສະແດງຄວາມຄິດເຫັນ ແລະ ພິຈາລະນາຄວາມຄິດເຫັນຂອງເດັກ.

ເດັກມີສິດໄດ້ຮັບຂໍ້ມູນຂ່າວສານ ແລະ ການກະຈາຍຂ່າວຕາບໃດທີ່ຂໍ້ມູນນັ້ນຫາກບໍ່ມີຜົນເສຍຕໍ່ເດັກ ແລະ ຕໍ່ຄົນອື່ນ.

ເດັກມີສິດສະແດງຄວາມຄິດເຫັນດ້ວຍຮູບການຕ່າງໆເຊັ່ນ: ດ້ວຍການແຕ້ມຮູບ, ການປາກເວົ້າ ແລະ ການຂຽນ.

ເດັກມີສິດໃນການຄິດ, ເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາໃດໜຶ່ງຕາບໃດທີ່ມັນຫາກບໍ່ຂັດກັບສິດຂອງຜູ້ອື່ນ. ພໍ່ແມ່, ຜູ້ປົກຄອງຂອງເດັກຄວນໃຫ້ຄຳແນະນຳແກ່ເດັກໃນເລື່ອງນີ້.

ເດັກມີສິດພົບປະກັນ ແລະ ເຂົ້າຮ່ວມກຸ່ມ, ສະໂມສອນ ຕາບໃດທີ່ມັນຫາກບໍ່ຂັດກັບສິດຂອງຜູ້ອື່ນ.

ເດັກມີສິດຮັກສາຄວາມເປັນສ່ວນຕົວ. ສະນັ້ນຄົນອື່ນບໍ່ຄວນອ່ານຈົດໝາຍ ແລະ ປື້ມບັນທຶກສ່ວນຕົວ ແລະ ບຸກລຸກສະຖານທີ່ພັກເຊົາຂອງເດັກໂດຍບໍ່ໄດ້ຮັບອະນຸຍາດ.

ເດັກມີສິດໄດ້ຮັບຂໍ້ມູນຂ່າວສານຕ່າງໆ ທີ່ເໝາະສົມກັບເດັກ ແລະ ສາມາດເຂົ້າໃຈໄດ້ ຈາກໜັງສືພິມ, ປື້ມ, ວິທະຍຸ ແລະ ໂທລະພາບ, ແລະ ໄດ້ຮັບການປົກປ້ອງຈາກຂໍ້ມູນທີ່ເປັນໄພຕໍ່ເດັກ.

ທັງພໍ່ ແລະ ແມ່ ມີໜ້າທີ່ຮ່ວມກັນໃນການລ້ຽງດູ ແລະ ອົບຮົມສັ່ງສອນເດັກ, ແລະ ເດັກກໍ່ມີສິດທີ່ຈະຢູ່ກັບພໍ່ ແລະ ແມ່.

ເດັກມີສິດຮັບການປົກປ້ອງຈາກການໃຊ້ຄວາມຮຸນແຮງ ແລະ ການທາລຸນໃນທຸກຮູບການ. ລັດຖະບານຄວນຮັບປະກັນໃຫ້ເດັກທຸກຄົນໄດ້ຮັບການດູແລທີ່ດີ ແລະ ບໍ່ມີການໃຊ້ຄວາມຮຸນແຮງກັບເດັກ.

ເດັກຜູ້ທີ່ບໍ່ສາມາດຢູ່ນຳພໍ່ແມ່ໄດ້ຄວນໄດ້ຮັບການຊ່ວຍເຫຼືອ ແລະ ດູແລເປັນຢ່າງດີ, ຄຳນຶງເຖິງ ສາສະໜາທີ່ເດັກເຊື່ອຖື, ວັດທະນະທຳ ແລະ ພາສາຂອງເດັກ.

ຖ້າເດັກຖືກເອົາໄປເປັນລູກລ້ຽງບໍ່ວ່າຢູ່ພາຍໃນປະເທດ ຫຼື ຕ່າງປະເທດກໍ່ຕາມ, ສິ່ງທີ່ຕ້ອງຄິດເຖິງທຳອິດແມ່ນຜົນປະໂຫຍດສູງສຸດຂອງເຂົາເຈົ້າ.

ເມື່ອເດັກຈຳເປັນຕ້ອງໄດ້ອອກຈາກປະເທດຂອງຕົນໄປຫຼີ້ໄພຢູ່ປະເທດອື່ນເດັກຄົນນັ້ນກໍ່ມີສິດເທົ່າທຽມກັບເດັກທີ່ຢູ່ໃນປະເທດນັ້ນ. ເດັກຈະໄດ້ຮັບການຊ່ວຍເຫຼືອ ແລະ ປົກປ້ອງ, ຖ້າເປັນໄປໄດ້ກໍ່ຈະຖືກພາກັບມາຫາພໍ່ແມ່ ແລະ ຄອບຄົວ.

ເດັກພິການທາງຈິດ ຫຼື ທາງຮ່າງກາຍມີສິດໄດ້ຮັບການຊ່ວຍເຫຼືອເປັນພິເສດ ເພື່ອວ່າເຂົາເຈົ້າຈະສາມາດເພິ່ງຕົນເອງໄດ້ ແລະ ດຳລົງຊີວິດຢ່າງມີສັກສີ.

ເດັກມີສິດໄດ້ຮັບການປິ່ນປົວ ແລະ ດູແລສຸຂະພາບທີ່ດີ.

ຖ້າເດັກບໍ່ໄດ້ຢູ່ນຳພໍ່ແມ່ ຫຼື ຜູ້ປົກຄອງແຕ່ອາໄສຢູ່ສູນລ້ຽງເດັກ, ຄວນມີການກວດກາ ການເຮັດວຽກຂອງສູນດັ່ງກ່າວຢ່າງເປັນປົກກະຕິ.

ລັດຖະບານຄວນໃຫ້ການຊ່ວຍເຫຼືອແກ່ຄອບຄົວຂອງເດັກທີ່ມີຄວາມທຸກຍາກ.

ເດັກມີສິດດຳລົງຊີວິດ ໃນສະພາບແວດລ້ອມທີ່ຊ່ວຍໃຫ້ສາມາດພັດທະນາທາງດ້ານຮ່າງກາຍ ແລະ ຈິດໃຈ, ນີ້ໝາຍຄວາມວ່າເດັກຄວນໄດ້ກິນອາຫານພຽງພໍ, ມີເຄື່ອງນຸ່ງຮົ່ມ ແລະ ທີ່ພັກພາອາໄສ. ສຳລັບຄອບຄົວທີ່ບໍ່ສາມາດໃຫ້ສິ່ງດັ່ງກ່າວນີ້ແກ່ເດັກໄດ້ ລັດຖະບານຄວນໃຫ້ການຊ່ວຍເຫຼືອ.

ເດັກມີສິດໄດ້ຮັບການສຶກສາຂັ້ນປະຖົມ ໂດຍບໍ່ໄດ້ເສຍຄ່າ. ເດັກມີສິດສືບຕໍ່ການສຶກສາໃນຂັ້ນທີສູງຂື້ນໄປເທົ່າທີ່ສາມາດເຮັດໄດ້. ຄູໃນໂຮງຮຽນບໍ່ຄວນສັ່ງສອນດ້ວຍການທຸບຕີ, ປ້ອຍດ່າ ແລະ ເວົ້າຈາແບບດູໝິ່ນໃຫ້ເສຍກຳລັງໃຈ. ເດັກມີສິດໄດ້ຮັບການປົກປ້ອງຈາກການກະທຳເຫຼົ່ານີ້.

ເດັກມີສິດໄດ້ຮັບການສຶກສາທີ່ຊ່ວຍໃຫ້ເຂົາເຈົ້າໄດ້ພັດທະນາຄວາມສາມາດ ແລະ ພອນສະຫວັນຫຼາຍເທົ່າທີ່ຫຼາຍໄດ້. ການສຶກສານັ້ນຄວນສອນໃຫ້ເດັກຮູ້ຈັກນັບຖືພໍ່ແມ່, ຜູ້ປົກຄອງ, ນັບຖືວັດທະນະທຳຂອງຕົນ ແລະ ຂອງຜູ້ອື່ນ.

ເດັກທີ່ເປັນຊົນຊາດຊົນເຜົ່າມີສິດເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ, ຖືຮິດຄອງປະເພນີ ແລະ ນຳໃຊ້ພາສາຂອງເຂົາເຈົ້າ.

ເດັກທຸກຄົນມີສິດໃນການພັກຜອ່ນ ແລະ ມີເວລາຫວ່າງຫຼີ້ນມ່ວນຊື່ນ ແລະ ເຮັດກິດຈະກຳທີ່ເປັນການພັກຜ່ອນຍ່ອນອາລົມທີ່ເໝາະສົມກັບອາຍຸຂອງເຂົາເຈົ້າ.

ເດັກມີສິດໄດ້ຮັບການປົກປ້ອງຈາກການໃຊ້ເຮັດວຽກທີ່ເປັນອັນຕະລາຍ ແລະ ເຜັນຜົນເສຍຕໍ່ສຸຂະພາບ ແລະ ການສຶກສາຂອງເຂົາເຈົ້າ.

ລັດຖະບານຄວນປົກປ້ອງເດັກຈາກການໃຊ້ສິ່ງເສບສິດ.

ລັດຖະບານຄວນປົກປ້ອງເດັກຈາກການທາລຸນທາງເພດ.

ລັດຖະບານຄວນປົກປ້ອງເດັກຈາກການລັກພາຕົວ, ການບັງຄົບ ແລະ ການຄ້າມະນຸດ.

ລັດຖະບານຄວນປົກປ້ອງເດັກຈາກທຸກຮູບແບບຂອງການຂູດຮີດ ແລະ ສິ່ງທີ່ເປັນຜົນເສຍຕໍ່ການພັດທະນາຂອງເດັກ.

ເດັກທີ່ລະເມີດກົດໝາຍຈະບໍ່ຖືກທາລຸນ. ເດັກຈະບໍ່ຖືກກັງຂັງຮ່ວມກັບຜູ້ໃຫຍ່ ແລະ ມີສິດຕິດຕໍ່ກັບພໍ່ແມ່ ແລະ ຄອບຄົວ.

ໃນເມື່ອເກີດສົງຄາມເດັກຕ້ອງໄດ້ຮັບການປົກປ້ອງໃຫ້ດີທີ່ສຸດເທົ່າທີ່ຈະດີໄດ້. ເດັກທີ່ອາຍຸຕ່ຳກວ່າ 16 ປີ ຈະ່ຖືກເກນເປັນທະຫານເຂົ້າຮ່ວມເຮັດສົງຄາມ.

ເດັກທີ່ຖືກປ່ອຍປະລະເລີຍ ຫຼື ຖືກທາລຸນມີສິດໄດ້ຮັບການປົກປ້ອງພິເສດ.

ເດັກມີສິດໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ. ການຕັດສິນຈຳຄຸກເດັກແມ່ນສະເພາະກໍລະນີ ການກະທຳຜິດກົດໝາຍທີ່ຮ້າຍແຮງເທົ່ານັ້ນ.

ເດັກມີສິດນຳໃຊ້ກົດໝາຍຂອງປະເທດຕົນເອງຖ້າກົດໝາຍດັ່ງກ່າວປົກປ້ອງເຂົາເຈົ້າໄດ້ດີກວ່າ ສົນທິສັນຍາວ່າດ້ວຍເດັກ.

ເດັກມີສິດໄດ້ຮັບຂໍ້ມູນຂ່າວສານ ແລະ ຮູ້ຈັກສິດຂອງເຂົາເຈົ້າທີ່ມີໃນສົນທິສັນຍາວ່າດ້ວນສິດທິເດັກ. ຂໍ້ມູນທີ່ກ່ຽວກັບສົນທິສັນຍາວ່າດ້ວຍເດັກຄວນເຜີຍແຜ່ໃຫ້ເດັກຜູ້ອື່ນໆ ແລະ ຜູ້ໃຫຍ່ໄດ້ຮູ້ນຳ.