ສານ

ຈາກ ວິກິພີເດຍ
ສານ

ສານ (ຄຳເຄົ້າ: ສາລ) ແມ່ນ ອົງກອນຕຸລາການ ທີ່ ມີ ອຳນາດຕຸລາການ ຫຼື ອຳນາດໃນການຕັດສິນວ່າ ການກະທຳໃດໜຶ່ງ ຖືກຫຼືຜິດ ກົດໝາຍ ໃນປະເທດໃດໜຶ່ງ.ມັນ ແມ່ນ ໜຶ່ງ ໃນ 3 ອຳນາດລັດຄື (1)ອຳນາດນິຕິບັນຍັດ(ສະພາ), (2)ອຳນາດບໍລິຫານ(ລັດຖະບານ) ແລະ (3)ອຳນາດຕຸລາການ(ສານ). ລະບົບ ສານນັ້ນ ຈະແຕກຕ່າງກັນໄປຕາມ ແຕ່ລະປະເທດ ເຊັ່ນ ບາງປະເທດ ກໍ່ໃຊ້ ລະບົບ 2 ຂັ້ນ, 3 ຂັ້ນ ເປັນຕົ້ນ. ນອກຈາກ ສານຕຸລາການ ໂດຍທົ່ວໄປແລ້ວ ບາງ ປະເທດ ກໍ່ຍັງມີ ສານພິເສດ ເຊັ່ນ ສານລັດຖະທຳມະນູນ, ສານທະຫານ ອີກ.

ສານປະຊາຊົນສູງສຸດ ແລະອົງການໄອຍາການປະຊາຊົນ ແຫ່ງ ສປປລ[ດັດແກ້]

ສານປະຊາຊົນແມ່ນອົງການພິພາກສາຂອງລັດຊື່ງປະກອບດ້ວຍ: ສານປະຊາຊົນສູງສຸດ .ສາສອຸທອນ. ສານປະຊາ ຊົນແຂວງ, ນະຄອນ. ສານປະຊາຊົນເຂດ. ສານທະຫານ. ໃນກໍລະນີທີ່ຈຳເປັນອາດຈະສ້າງຕັ້ງສານສະເພາະ ຕາມຂະແໜງການຂື້ນກໍ່ໄດ້ ໂດຍການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ.


ສານປະຊາຊົນສູງສຸດ ແມ່ນອົງການພິພາກສາສຸງສຸດຂອງລັດ. ສານປະຊາຊົນສູງສຸດຄຸ້ມຄອງດ້ານບໍລິຫານຕໍ່ສານ ປະຊາຊົນທຸກຂັ້ນ, ສານທະຫານ ແລະ ກວດກາຄຳຕັດສີນຂອງສານດັ່ງກ່າວ.


ຮອງປະທານສານປະຊາຊົນສູງສຸດ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງ ຕາມການສະເໜີຂອງ ປະທານສານປະຊາຊົນສູງສຸດ. ບັນດາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ ແລະ ບັນດາຜູ້ພິພາກສາຂອງສານທະຫານແມ່ນຄະນະປະຈຳສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳ ແໜ່ງຕາມການສະເໜີຂອງສານປະຊາຊົນສູງສຸດ.


ສານປະຊາຊົນພິຈາລະນາຕັດສີນເປັນໝູ່ຄະນະ. ໃນເວລາພິຈາລະນາຕັດສີນ ຜູ້ພິພາກສາຕ້ອງເປັນເອກະລາດ ແລະ ມີແຕ່ປະຕິບັດຕາມກົດໝາຍເທົ່ານັ້ນ.


ການໄຕ່ສວນຄະດີໃນທີ່ປະຊູມສານຕ້ອງດຳເນີນຢ່າງເປີດເຜີຍ ເວັ້ນເສຍແຕ່ກໍລະນີທີ່ໄດ້ກຳນົດໄວ້ໃນກົດໝາຍ. ຜູ້ຖືກຫາມີສິດຕໍ່ສູ້ຄະດີທີ່ຕົນຖືກກ່າວຟ້ອງ, ທະນາຍຄວາມມີສິດຊ່ວຍເຫລືອທາງດ້ານກົດໝາຍແກ່ຜູ້ຖືກກ່າວຟ້ອງ.


ຜູ້ຕາງໜ້າບັນດາອົງການຈັດຕັ້ງສັງຄົມມີສິດເຂົ້າຮ່ວມຄະດີຢູ່ສານຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.


ຄຳຕັດສີນຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ທຸກອົງຈັດຕັ້ງພັກ, ອົງການຈັດຕັ້ງລັດ, ແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ພົນລະເມືອງທຸກຄົນຕ້ອງເຄົາລົບ, ບຸກຄົນ ແລະ ອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງຕ້ອງປະຕິບັດຢ່າງເຂັ້ມງວດ.


ອົງການໄອຍາການປະຊາຊົນແມ່ນອົງການຕິດຕາມກວດກາການປະຕິບັດກົດໝາຍຊື່ງປະກອບດ້ວຍ. ອົງການໄອຍາ ການປະຊາຊົນສູງສຸດ. ອົງການໄອຍາການປະຊາຊົນຂັ້ນອຸທອນ. ອົງການໄອຍາການປະຊາຊົນແຂວງ, ນະຄອນ. ອົງການໄອຍາການເມືອງ. ອົງການໄອຍາການທະຫານ. ອົງການໄອຍາການປະຊາຊົນມີສິດ ແລະ ໜ້າທີ່ດັ່ງນີ້: 1. ຕິດຕາມກວດກາການເຄົາລົບກົດໝາຍຢ່ງຖືກຕ້ອງ ແລະ ເປັນເອກກະພາບຢູ່ໃນທຸກກະຊວງ, ອົງການທຽບເທົ່າ ກະຊວງ,ອົງການທີ່ຂື້ນກັບລັດທະບານ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທອ້ງຖີ່ນ, ວິສາຫະກິດ, ລັດຖະກອນ ແລະ ພົນລະເມືອງ. 2. ປະຕິບັດສິດກ່າວຟ້ອງ.


ໃນເວລາປະຕິບັດໜ້າທີ່ຂອງຕົນນັ້ນອົງການປະຊາຊົນມີແຕ່ປະຕິບັດຕາມກົດໝາຍ ແລະ ຄຳສ່ງຂອງໄອຍາການປະ ຊາຊົນສູງສຸດເທົ່ານັ້ນ.

ເບິ່ງຕື່ມ[ດັດແກ້]