ສະໂມສອນບານເຕະ ແມນເຊສເຕີ ຢູໄນເຕັດ

ຈາກ ວິກິພີເດຍ

ສະໂມສອນບານເຕະ ແມນເຊສເຕີຢູໄນເຕັດ (ອັງກິດ: Manchester United Football Club) ເປັນສະໂມສອນບານເຕະທີ່ມີຊື່ສຽງຂອງອັງກິດ ຢູ່ໃນເມືອງ ແມນເຊສເຕີ ປະເທດອັງກິດ ສ່ວນໃຫຍ່ແມ່ນແຂ່ງຂັນໃນພຣີເມຍລີກອັງກິດ.ສະໂມສອນແຫ່ງນີ້ ກໍ່ຕັ້ງຂຶ້ນໃນປີ 1878 ໃນຊື່ວ່າ ສະໂມສອນ ນິວຕັນຮີດ ແລະ ປ່ຽນມາໃຊ້ຊື່ ສະໂມສອນ ແມນເຊສເຕີຢູໄນເຕັດ ໃນປີ 1902 ແລະ ມາໄດ້ສະໜາມ ໂອນແທຣັຟເຝີດ ໃນປີ 1910. ແມນເຊສເຕີຢູໄນເຕັດ ເປັນສະໂມສອນບານເຕະທີ່ປະສົບຜົນສຳເລັດສູງສະໂມສອນໜຶ່ງ ໂດຍຊະນະເລີດແຊັມລີກ 20 ຄັ້ງ (ເອັຟເອ ພຣີເມຍລີກ/ດິວິຊັນ 1) ຊະນະ ເອັຟເອຄັບ 11 ຄັ້ງ, ລີກຄັບ 4 ຄັ້ງ, ຢູຟ່າແຊັມປຽນລີກ 3 ຄັ້ງ, ຊະນະ ຢູຟ່າຄັບ ວິນເນີຄັບ 1 ຄັ້ງ, ຢູຟ່າຊູເປີຄັບ 1 ຄັ້ງ, ອິນເຕີແນເຊິໂນ່ຄັບ 1 ຄັ້ງ ແລະ ຟີຟ່າຄັບເວີລຄັບ 1 ຄັ້ງ. ໃນປີ 1998-99 ແມນເຊສເຕີຢູໄນເຕັດ ຮັບລາວວັນ ຄອນຕິເນັນໂທ່ ເທຣັບເບິລ ເຊິ່ງເປັນລາງວັນສຳລັບທີມທີ່ຊະນະ 3 ລາງວັນຊ້ອນໃນລະດູການດຽວ ຄືຊະນະ ພຣີເມບລີກ, ເອັຟເອຄັບ ແລະ ຢູຟ່າແຊັມປຽນລີກ. ແມນເຊສເຕີຢູໄນເຕັດ ເປັນສະໂມສອນກີລາທີ່ໄດ້ຮັບຄວາມນິຍົມສູງ ເຊິງມີສະທິຕິຜູ້ເຂົ້າຊົມຫຼາຍທີ່ສຸດໃນກີລາບານເຕະຂອງອັງກິດຕະຫຼອດ 34 ລະດູການ ຍົກເວັ້ນໃນລະດູການ 1987-1989 ທີ່ພວມປັບປຸງສະໜາມໂອນແທຣັຟເຝີດ ແມນເຊສເຕີຢູໄນເຕັດເປັນສະໂມສອນໜຶ່ງໃນກຸ່ມ ຈີ-14

  • ປະທານ: ໂຢເກຼເຊີ (Joel Glazer), ອາຟຣາມ ເກຼເຊີ (Avram Glazer)
  • ຜູ້ຈັດການ: ລຸຍ ຟານ ຄາວ (Louis van Gaal) ຊາວໂຮນລັງ (ເຂົ້າຮ່ວມທີມ 19 ພຶດສະພາ 2014)
  • ເວັບໄຊສະໂມສອນ: www.manutd.com

ລາຍຊື່ນັກເຕະປະຈຸບັນຂອງ ແມນເຊສເຕີ ຢູໄນເຕັດ

ກອງໜ້າ ກອງກາງ ກອງຫຼັງ ຜູ້ຮັກສາປະຕູ
09 - ຣາດາເມວ ຟັນເກົາ (ເອັນຕິເກຣ) 07 - ອັງເຄັນ ດິ ມາຣຽຍ 02 - ຮາຟາເອວ ດາ ຊິວວ່າ 01 - ດາບິດ ເດ ເຄອາ
10 - ເວນ ຣູນີ່ 08 ຄວນ ມາຕາ 03 ລູກ ຊໍ 13 - ອັນເດີສ ລິນເດກາດ
20 - ໂຣບິນ ຟານ ແປຊີ 11 - ອັດນັນ ຢານູຊາຍ 04 ຟິວ ໂຈນ 40 - ເບັນ ເອມັສ
48 - ວິນລຽມ ຄີນ 16 - ໄມເຄິ່ນ ແຄຣິກ 05 ມາກົສ ໂຣໂຫ 50 - ຊາມຽວ ຈອນສະໂຕນ
49 - ເຈມສ໌ ວິວສັນ 17 - ເດລີ ໄບລ 06 ຈອນນີ່ ເອວັນ 32 - ບິກໂຕ ບັນເດສ
18 - ແອສລີ ຢັງ 12 ຄຣິສ ສະມໍລິງ
21 - ອັນເດ ເອເຣຣາ 33 ແພັດທຣິກ ມັກແນ
22 - ນິກ ພາວເວວ 36 ມານິກ ເຟິແມວ
24 - ແດເຣັນ ເຟຼດເຈີ 37 ໄຊດີ ຢານໂຄ
25 - ອັນໂຕນີໂອ ບາເລນຊຽຍ 39 ທອມ ໂທບ
28 - ອັງເດຊົງ 41 ຣີສ ເຈມສ໌
31 - ມາຣູອານ ເຟໄລນີ່ 42 ໄທເລີ ແບຼັກເກັດ
35 - ເຈສຊີ ລິງກາດ
44 - ອັນແດຣສ ເປເຣຣາ