ແຂວງສະຫວັນນະເຂດ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ສະຫວັນນະເຂດ)
ສະຫວັນນະເຂດ
ຮ້ານອາຫານໃນແມ່ນ້ຳຂອງ
ຮ້ານອາຫານໃນແມ່ນ້ຳຂອງ
Map of Savannakhet Province
ແຜນທີ່ຂອງແຂວງສະຫວັນນະເຂດ
Map showing Savannakhet of Attapeu Province in Laos
ທີ່ຕັ້ງຂອງແຂວງສະຫວັນນະເຂດໃນປະເທດລາວ
ພິກັດ: 16°32′N 105°47′E / 16.54°N 105.78°E / 16.54; 105.78ພິກັດພູມສາດ: 16°32′N 105°47′E / 16.54°N 105.78°E / 16.54; 105.78
ປະເທດທຸງຊາດຂອງປະເທດລາວ ລາວ
ເມືອງເອກເມືອງໄກສອນ ພົມວິຫານ
ເຂດເວລາUTC+07
ລະຫັດ ISO 3166LA-XI
ຂົວມິດຕະພາບລາວ-ໄທແຫ່ງທີສອງ
ສະຫວັນເວກັດ, ກາສິໂນໃນຕົວເມືອງສະຫວັນນະເຂດ
ວົງວຽນໄດໂນເສົາໃນສະຫວັນນະເຂດ
ພະທາດອີງຮັງ
ພະພຸດທະຮູບຢູ່ ວັດໄຊຍະພູມ
ໂບດກາໂຕລິກ ນັກບຸນເຕເຣຊາ

ແຂວງສະຫວັນນະເຂດ ຫຼື ນະຄອນໄກສອນພົມວິຫານ (ປັດຈຸບັນ) (ຄຳເຄົ້າ: ແຂວງສວັຣຄ໌ນເຂຕ[1]) ເປັນແຂວງໜຶ່ງຂອງ ສ.ປ.ປ.ລາວ ຕັ້ງຢູ່ທາງພາກກາງ ທິດຕາເວັນອອກຕິດກັບປະເທດຫວຽດນາມ, ທິດຕາເວັນຕົກຕິດກັບປະເທດໄທ, ທິດເໜືອຕິດກັບແຂວງຄຳມ່ວນ, ທິດໃຕ້ຕິດກັບແຂວງສາລະວັນ ເປັນແຂວງ ໃຫຍ່ອັນດັບໜຶ່ງຂອງ ສ.ປ.ປ.ລາວ.

ສະຫວັນນະເຂດ ມີປະຊາກອນອາໄສຫລາຍທີ່ສຸດປະມານ 15% ຂອງປະຊາກອນທົ່ວປະເທດສ່ວນໃຫຍ່ເປັນລາວລຸ່ມ, ໄທດຳ... ເປັນແຂວງທີ່ມີພື້ນທີ່ກວ້າງໃຫຍ່ເປັນອັນດັບໜຶ່ງ ຂອງລາວ ສະຫວັນນະເຂດຫ່າງຈາກແຂວງຄຳມ່ວນມາທາງທິດໃຕ້ປະມານ 80 ກິໂລແມັດ ຢູ່ທາງທິດເຫນືອຂອງແຂວງສາລະວັນ ມີແມ່ນ້ຳຂອງເປັນຊາຍແດນທຳມະຊາດ.

ເມື່ອວັນທີ 20 ທັນວາ ຄ.ສ 2006 ໄດ້ມີພິທີເປີດຂົວມິດຕະພາບລາວ-ໄທ ແຫ່ງທີ 2 ຢ່າງເປັນທາງການ ເຊິ່ງຂົວນີ້ເປັນຂົວເຊື່ອມແລວທາງເສດຖະກິດຕາເວັກຕົກ - ຕາ ເວັນອອກ ລະຫວ່າງ ຫວຽດນາມ-ລາວ-ໄທ-ພະມ້າ ເຮັດໃຫ້ແຂວງສະຫວັນນະເຂດເປັນເສັ້ນທາງການຄ້າທີ່ສຳຄັນຂອງລາວ ແລະ ລັດຖະບານລາວຍັງໄດ້ ປະກາດສ້າງຕັ້ງ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເພື່ອເປັນການສົ່ງເສີມ ແລະ ດຶງດູດການລົງທຶນ.

ປະຫວັດແຂວງສະຫວັນນະເຂດ[ດັດແກ້]

ປະຫວັດສາດຂອງສະຫວັນນະເຂດເລີ່ມໃນສະໄຫມຂອມ ເຮືອງອຳນາດ ເມືອງນີ້ຊື່ວ່າເມືອງສຸວັນນະພູມປະເທດເປັນເມືອງ ທີ່ອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດໃນປີ ຄສ 1577 ທ້າວຫລວງ ແລະ ນາງສິມໄດ້ອົບພະຍົກຜູ້ຄົນຈາກພາກເຫນືອລົງມາຕັ້ງຫມູ່ບ້ານຊື່ວ່າ ຫລວງໂພນເມືອງສິມຫ່າງຈາກຕົວເມືອງ ປະຈຸບັນປະມານ 18 ກິໂລແມັດ ເສັ້ນທາງດຽວ ກັບໄປພະທາດອີງຮັງ ເມື່ອເຖິງປີ ຄສ 1642 ທ້າວ ສິມພະລີ (ລູກຊາຍ) ໄດ້ພາຊາວບ້ານຫລາຍສິບຄອບຄົວແຍກອອກໄປຕັ້ງເມືອງໃຫມ່ ໃນເຂດສະຫວັນນະເຂດເອີ້ນວ່າບ້ານທ່າແຮ່ ເພາະອຸດົມສົມບູນດ້ວຍແຮ່ທາດຕ່າງໆ ຈົນເຖິງປີ ຄສ 1919 ເມື່ອລາວຕົກເປັນອານານິຄົມຂອງຝຣັ່ງໄດ້ໄປຕັ້ງສຳນັກງານ ຜູ້ວ່າລາຊະການແຜ່ນດິນປະຈຳແຂວງຢູ່ ທ່າແຮ່ ແລະຕັ້ງຊື່ໃຫ້ໃຫມ່ເປັນ "ສະຫວັນນະເຂດ".

ທີ່ຕັ້ງ[ດັດແກ້]

ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16° 32′ 24″ ເໜືອ ແລະ ເສັ້ນແວງທີ 105° 46′ 48″ ຕາເວັນອອກ, ມີເນື້ອທີ່ 2,177,400 ເຮັກຕາ ແລະ ມີເຂດແດນຕິດຈອດກັບແຂວງ ແລະ ປະເທດໃກ້ຄຽງຄືດັ່ງນີ້ :

  • ທິດເໜືອຕິດກັບແຂວງຄຳມ່ວນ ຍາວເຖິງ 314 ກມ.
  • ທິດໃຕ້ຕິດກັບແຂວງສາລະວັນ ຍາວເຖິງ 259 ກມ.
  • ທິດຕາເວັນອອກຕິດກັບ ສ.ສ.ຫວຽດນາມ ຍາວ122 ກມ.
  • ທິດຕາເວັນຕົກຕິດກັບຣາຊະອານາຈັກໄທ ຍາວ 152 ກມ

ແຂວງສະຫວັນນະເຂດ ໄດ້ແບ່ງອອກເປັນສອງເຂດໃຫຍ່ຄື: ເຂດທົ່ງພຽງກວມ 59% ແລະ ເຂດພູພຽງກວມ 41%(ແບ່ງຕາມລະດັບສູງຈາກນ້ຳທະເລ). ເຂດທົ່ງພຽງແບ່ງອອກເປັນອີກສອງເຂດຄື:

ເຂດທົ່ງພຽງສ່ວນທີ່ລຽບຕາມລຳແມ່ນໍ້າຂອງ ກວມເອົາ 04 ເມືອງຄື: ເມືອງໄຊບູລີ, ເມືອງໄກສອນ ພົມວິຫານ,ເມືອງໄຊພູທອງ ແລະ ສອງຄອນ, ເປັນເຂດທີ່ອຸດົມສົມບູນດ້ວຍເຂົ້າປາອາຫານເປັນແຫລ່ງການຜະລິດເຂົ້າ, ພືດຕະກູນ ຖົ່ວແລະລ້ຽງສັດ(ສັດປີກ,ສັດໃຫຍ່ ແລະ ປາ) ເຊີ່ງມີຄວາມ ສູງຈາກລະດັບນ້ຳທະເລແຕ່ 140 ຫາ 180 ແມັດ.

ສ່ວນເຂດທົ່ງພຽງທີ່ຕັ້ງຢູ່ໃຈກາງລະຫວ່າງເຂດພູພຽງ ກັບທົ່ງພຽງລຽບນ້ຳຂອງນັ້ນ ກວມເອົາ 06 ເມືອງຄື: ເມືອງອຸທຸມພອນ, ອາດສະພັງທອງ, ພະລານໄຊ, ເມືອງຈຳພອນ,ຊົນນະບູລີ ແລະ ອາດສະພອນ, ເຂດນີ້ເປັນເຂດທີ່ປູກເຂົ້າ, ປູກພືດອຸດສາຫະກຳ ແລະ ລ້ຽງສັດໃຫຍ່(ງົວຄວາຍ) ເຊີ່ງມີຄວາມສູງຈາກລະດັບນ້ຳທະເລແຕ່ 180 ຫາ 200 ແມັດ.

ສ່ວນວ່າເຂດພູພຽງກວມເອົາ 05 ເມືອງປະກອບມີ: ເມືອງນອງ,ເຊໂປນ,ວິລະບູລີ, ພີນ ແລະ ທ່າປາງທອງ ເປັນເຂດລໍ່ລ້ຽງໃຫ້ຄວາມຊຸ່ມຊື່ນໃຫ້ເຂດທົ່ງພຽງ, ເໝາະສົມໃນການປູກ ໄມ້ໃຫ້ໝາກ, ພຶດອຸດສາຫະກຳ ແລະ ລ້ຽງສັດ ໃຫຍ່ທຸກໆປະເພດ, ເຂດນີ້ມີຄວາມສູງຈາກລະດັບໜ້ານ້ຳທະເລແຕ່ 200 ຫາ 1.000 ແມັດ.

ປ່າສະຫງວນ[ດັດແກ້]

ປ່າສະຫງວນພາຍໃນແຂວງປະກອບມີ: ປ່າສະຫງວນແຫ່ງຊາດເຊບັ້ງນວນ, ປ່າສະຫງວນແຫ່ງຊາດດົງພູວຽງ ແລະ ປ່າສະຫງວນແຫ່ງຊາດພູຊ້າງແຫ່. ພູຊ້າງແຫ່ເປັນສາຍພູຫີນ ແລະ ເປັນຖິ່ນອາໄສຂອງຊົນເຜົ່າຜູ້ໄທ. ດົງພູວຽງເປັນທີ່ຮູ້ຈັກກັນວ່າເປັນປ່າເກົ່າແກ່ທີ່ມີຕົ້ນໄມ້ສູງໃຫຍ່, ບຶງສັກສິດ ແລະ ພະທາດອີງຮັງ, ນອກຈາກນັ້ນຍັງມີສັດທີ່ໃກ້ສູນພັນເຊັ່ນ: ໂອ່ງ, ຄ່າງເງິນ ແລະ ນົກແກງ ເຊິ່ງພົບເຫັນໄດ້ຍາກໃນປ່າສະຫງວນແຫ່ງອື່ນໆ.

ເຂດ​ການ​ປົກຄອງ[ດັດແກ້]

- ເຂດການ​ປົກຄອງ:15 ​ເມືອງ, 1.016 ບ້ານ, 168 ກຸ່ມບ້ານ​

- ປະຊາກອນ : 886.985 ຄົນ, ຍິງ450.100 ຄົນ

- ອັດຕາ​ເພີ່ມ​ສະ​ເລ່ຍ​ແຕ່ລະ​ປີ​ ປະມານ 1,7 %

- ຄວາມ​ຫນາ​​ແຫນ້ນ​ສະ​ເລັ່ຍ 41 ຄົນ/ກິ​ໂລ​ແມັດ​ມົນທົນ.

- ປະກອບ​ດ້ວຍ 2 ​ເຜົ່າ​ໃຫຍ່​ຄື: ​​ເຜົ່າ​ລາວລຸ່ມ​, ເຜົ່າລາວ​ເທິງ.

​- ເນື້ອ​ທີ່ : 2.177.400 ເຮັກຕາ, ດິນ​ກະສິກຳ​ມີ : 7​ ແສນ​

ກວ່າ​​ເຮັກຕາ ​ເນື້ອ​ທີ່​ປ່າ​ໄມ້ 1,5 ລ້ານ​ເຮັກຕາ,​ ເນື້ອ​ທີ່​ທົ່ງພຽງ

ກວມ59% ​ແລະ ​ເນື້ອ​ທີ່​ເຂດ​ພູດ​ອຍກວມ41%.

ບັນດາເມືອງ[ດັດແກ້]

ຊື່
ເມືອງໄກສອນ ພົມວິຫານ (ເມືອງຄັນທະບູລີໃນເມື່ອກ່ອນ)
ເມືອງອຸທຸມພອນ
ເມືອງອາດສະພັງທອງ
ເມືອງພີນ
ເມືອງເຊໂປນ
ເມືອງນອງ
ເມືອງທ່າປາງທອງ
ເມືອງສອງຄອນ
ເມືອງຈຳພອນ
ເມືອງຊົນນະບູລີ
ເມືອງໄຊບູລີ
ເມືອງວິລະບູລີ
ເມືອງອາດສະພອນ
ເມືອງໄຊພູທອງ
ເມືອງພະລານໄຊ

​ແຮງ​ງານ[ດັດແກ້]

- ແຕ່​ອາຍຸ 15 ປີ ຫາ 60 ປີ ຈຳນວນ: 479.756 ຄົນ,ກວມ 54 %ຂອງ​ປະຊາກອນ. - ​ເງິນ​ເດືອນ​ຕ່ຳສຸດ 70 ​ໂດ​ລາ​ສະຫະລັດ​ຕໍ່​ເດືອນ.

ການຄົມມະນາຄົມ[ດັດແກ້]

  • ເສັ້ນທາງ​ຫມາຍ​ເລກ 9 ​ເປັນ​ເສັ້ນທາງ​​ເຊື່ອມ​ເສດຖະກິດ​ທິດຕາ​ເວັນ​ອອກ-ຕາ​ເວັນ​ຕົກ ຫລື EWEC.
  • ເສັ້ນທາງ​ຫມາຍ​ເລກທີ 13 ​ເປັນ​ເສັ້ນທາງ​ຕັດ​ຜ່ານ​ແຕ່​ເໜືອ​ຫາ​ໃຕ້.

​ເດີ່ນ​ບິນ[ດັດແກ້]

ໂທລະ​ຄົມມະນາຄົມ[ດັດແກ້]

ມີ​ເຄືອ​ຂ່າຍ​ຕິດ​ຕໍ່​ໄດ້​ທຸກໆ​ເມືອງ​ໃນ 15 ຕົວ​ເມືອງ​ຂອງ​ແຂວງ​ສະຫວັນ​ນະ​ເຂດ.

ການລົງທຶນຈາກຕ່າງປະເທດ[ດັດແກ້]

  1. ຖ້າ​ລົງທຶນ​ໃນ​ເຂດ 1: ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນອາກອນ​ກຳ​ໄລ​ເປັນ​ໄລຍະ​ເວລາ 7 ປີ ​ແລະ ຫລັງ​ຈາກ​ນັ້ນ​ຈະ​ໄດ້​ເສຍ​ອາກອນ​ກຳ​ໄລ​ເຕັມ​​ໃນ​ອັດຕາ​ສິບ​ສ່ວນ​ຮ້ອຍ(10%).
  2. ຖ້າ​ລົງທຶນ​ໃນ​ເຂດ 2: ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນອາກອນ​ກຳ​ໄລ​ເປັນ​ໄລຍະ​ເວລາ 5ປີ​, ຫລັງ​ຈາກ​ນັ້ນ​ຈະ​ໄດ້​ເສຍ​ອາກອນ​ ກຳ​ໄລ​​ໃນ​ອັດຕາ​ຫລຸດຜ່ອນ​ເຄິ່ງຫນຶ່ງ​ຂອງ​ສິບ​ຫ້າ​ສ່ວນ​ຮ້ອຍ (15%) ​ໃນ​ໄລຍະ 3 ປີ ​ແລະ ຫລັງຈາກ​ນັ້ນ​ຈະ​ໄດ້​ເສຍ​ອາກອນ​ກຳ​ໄລ​ເຕັມ​ໃນ​ອັດຕາ​ສິບ​ຫ້າ​ສ່ວນ​ຮ້ອຍ (15%).
  3. ຖ້າ​ລົງທຶນ​ໃນ​ເຂດ 3: ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນອາກອນ​ກຳ​ໄລ​ເປັນ​ໄລຍະ​ເວລາ 2 ປີ ຈາກ​ນັ້ນ​ຈະ​ໄດ້​ເສຍ​ອາກອນ​ກຳ​ໄລ​ໃນ​ອັດຕາ​ເຄິ່ງຫນຶ່ງ​ຂອງ​ຊາວ​ສ່ວນ​ຮ້ອຍ(20%)ໃນ​ໄລຍະ​ ເວລາ 2 ປີ ແລະ ຫລັງ​ຈາກ​ນັ້ນ​ຈະ​ໄດ້​ເສຍອາກອນ​ກຳ​ໄລ​ເຕັມ​​ໃນ​ອັດຕາ​ຊາວ​ສ່ວນ​ຮ້ອຍ (20% ).
ປະເທດ ໂຄງການ ມູນຄ່າ $USD %
ສ.ປ.ຈີນ 26 284.866.974 22.36
​ໄທ 24 137.415.324 10.79
ຫວຽດນາມ 16 68.027.396 5.34
​ເກົາຫລີ 6 74.700.000 5.86
ມາ​ເລ​ເຊຍ 5 10.200.000 0.80
ອົດ​ສະ​ຕຣາ​ລີ 4 320,000,000 25.12
ຝຣັ່ງ 3 2.717.568 0.21
ສິງກະ​ໂປ 3 5.709.699 0.45
ຍີ​ປຸ່ນ 3 7.200.000 0.57
ອື່ນໆ 7 363.290.000 28.51
ລວມ 97 1.274.126.961 100

ສະຖານທີ່ທ່ອງທ່ຽວ[ດັດແກ້]

ອຸນຫະພູມສະຫວັນນະເຊດ

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.