ວຽງໄຊ

ຈາກ ວິກິພີເດຍ

ເມືອງວຽງໄຊ ເປັນດິນແດນທີ່ງົດງາມ ແລະ ວີລະອາດຫານ ທິວທັດທຳມະຊາດພູຜາປ່າ ທີ່ຂຽວສົດງົດງາມ ແລະ ທົ່ງນາຍາວຢຽດທອດໄປຕາມແນວ ພູຜາ ເປັນສິ່ງສວຍງາມຍິ່ງ ແລະ ຍັງເປັນທີ່ຕັ້ງທາງປະຫວັດສາດໃນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວ ທີ່ເຂົ້າມາຮຸກຮານດິນແດນແຫ່ງນີ້ເດີມມີຊື່ວ່າ ທົ່ງນາໄກ່ ເນື່ອງຈາກໃນເຂດນີ້ມີໄກ່ປ່າຫລວງຫລາຍ ພາຍຫລັງສົງຄາມໄດ້ຍຸຕິລົງ ທົ່ງນາໄກ່ ໄດ້ປ່ຽນຊື່ມາເປັນ ເມືອງວຽງໄຊ ປະກອບດ້ວຍ 4 ບ້ານ ທິດເໜືອ ແມ່ນ ບ້ານລ່ອງກູ້ ທິດໃຕ້ຄື ບ້ານຊຽງຊື້ ແລະ ບ້ານນາໄກ່ໃຕ້, ທິດຕະເວັນຕົກສຽງເໜືອຄືບ້ານບົກ ແລະ ບ້ານນາໄກ່ເໜືອຢູ່ໃຈກາງ ທິດເໜືອຕິດພູແຕ້ມ ທິດໃຕ້ຕິດ ພູແຄ ທິດຕະເວັນຕົກຕິດສາຍພູຂຽວ ທິດຕະເວັນອອກຕິດ ທາງເລກທີ 16 ສະຖານທີ່ແຫ່ງນີ້ເປັນພູຜາຫິນເຕັມໄປດ້ວຍຖ້ຳທຳມະຊາດລວມເຖິງ 102 ຖ້ຳ ປະກອບດ້ວຍຖ້ຳສຳຄັນຫຼາຍຖ້ຳ.