ລິງລົມ

ຈາກ ວິກິພີເດຍ

ລິງລົມ ຫຼື ນາງອາຍ ເປັນສັດລ້ຽງລູກດ້ວຍນົມໃນອັນດັບວານອນຂະໜາດນ້ອຍ ມີຊື່ວິທະຍາສາດວ່າ Nycticebus coucang ມີຮູບຮ່າງຕຸ້ຍ ປ້ອມ ຄ້າຍຕຸກກະຕາ ມີຕາກົມໃຫຍ່ ຫູມີຂະໜາດນ້ອຍແລະສັ້ນ ແຂນຂາສັ້ນ ນິ້ວທີ່ສອງຈະມີເລັບທີ່ຍາວແລະງໍງຸ້ມເຂົ້າມາຫາໂຕ ຫາງສັ້ນຈົນເກືອບບໍ່ມີຫາງ ມີສີຂົນທີ່ຫຼາກຫຼາຍ ຂົນນຸ້ມລະອຽດ ບາງໂຕຈະມີສີເທົາ ບາງໂຕມີສີນ້ຳຕານເຂັ້ມ ຫຼືສີເຫຼືອງນວນ ຫຼືບາງໂຕກໍມີສີດຳ ສັນຫຼັງມີເສັ້ນສີເຂັ້ມລາກຍາວລົງມາຈາກຫົວເຖິງກາງຫຼັງ ມີຄວາມຍາວລຳໂຕແລະຫົວ 30-38cm ຄວາມຍາວຫາງແມ່ນ 1-2cm ນ້ຳໜັກປະມານ 1kg.

ມີການກະຈາຍພັນທີ່ກວ້າງຂວາງ ພົບຢູ່ທົ່ວໄປໃນ ລາວ ໄທ ຫວຽດນາມ ກຳປູເຈຍ ມ່ຽນມ່າ ມາເລເຊຍ ອິນໂດນີເຊຍ ແລະຟິລິບປິນ.

ລິງລົມ ສາມາດປັບໂຕໃຫ້ຢູ່ໃນປ່າທຸກສະພາບ ແມ່ນແຕ່ປ່າທີ່ຖືກຖາງແລ້ວກໍຕາມ ມັກເຄື່ອນຍ້າຍໄປມາເທິງຍອດໄມ້ ຫາກິນໃນເວລາກາງຄືນ ນອນຫຼັບພັກຜ່ອນໃນເວລາກາງເວັນ ໂດຍອາຫານຫຼັກແມ່ນ ແມງໄມ້ ແລະສັດເລືອຄານ ມີພື້ດແລະໝາກໄມ້ເປັນອາຫານເສີມ ໂຕຜູ້ຈະດື່ມນ້ຳໃນປະລິມານຫຼາຍ ແລະປັດສະວະໃສ່ຕາມຕົ້ນໄມ້ເພື່ອປະກາດອານາເຂດຂອງມັນ ປົກກະຕິມັນຈະເຄື່ອນໄວ້ຊັກຊ້າ ແຕ່ສາມາດເຄື່ອນໄຫວໄດ້ໄວຍາມຈັບແມງໄມ້ກິນ ແລະເຄື່ອນໄວໄດ້ໄວເປັນພິເສດເມື່ອຖືກລົດພັດແພງໆ ຈຶ່ງເປັນທີ່ມາຂອງຊື່ ລິງລົມ ນັ້ນເອງ ເວລາຕົກໃຈຫຼືຖືກຈັບໄດ້ມັນມັກຈະເອົາໜ້າໄປເຊື່ອງໄວ້ໃຕ້ວົງແຂນຂອງໂຕເອງ ເຮັດໃຫ້ເປັນທີ່ມາຂອງຊື່ ນາງອາຍ. ຢ່າງໃດກໍຕາມມັນບໍ່ມີລະດູປະສົມພັນທີ່ແນ່ນອນ ໃຊ້ເວລາ 90 ມື້ໃນການຕັ້ງຄັນ ແລະມີໄລຍະເວລາໃຫ້ນົມລູກປະມານ 193 ມື້.

ໃນອະດີດພົບເຫັນໄດ້ງ່າຍຕາມເຂດປ່າ ແຕ່ປັດຈຸບັນມີປະລິມານໜ້ອຍລົງຫຼາຍ ເນື່ອງຈາກຖືກຈັບໄປເປັນສັດລ້ຽງແລະຖືກລ່າເພື່ອປຸງຢາສະໝຸນໄພ ຮວມທັງເປັນອາຫານຂອງບ້ານທີ່ອາໄສຢູ່ຕາມໃກ້ປ່ານຳ.