ລາວ ເອັນເຕີເທັນເມັນ ອາວອດ

ຈາກ ວິກິພີເດຍ

ລາວ​ເອັນ​ເຕີ​ເທັນ​ເມັນ​ອາ​ວອດ​ ຖື ວ່າ​ເປັນ​ອີກ​ງານ​ຫນຶ່ງ​ທີ່​ມີ​ຄວາມຫມາຍ​ຄວາມ​ສຳ­ຄັນ​ຂອງ​ບັນ­ເທີງຂອງ​ລາວ​ໃນ​ທຸກ​ສາ­ຂາ ໂດຍ​ສະເພາະສາ­ຂາ​ລາຍ­ການ​ວິ­ທະ­ຍຸ, ສາ​ຂາ​ລາຍ­ການ​ໂທລະ­ພາບ, ສາຂາ​ບົດ​ເພງ ແລະ ສາ­ຂາ​ສື່​ສິ່ງ​ພິມທີ່​ສຳ­ຄັນ​ ລາ­ງວັນ​ນີ້​ຈະ​ເປັນ​ການສົ່ງ­ເສີມ​ໃຫ້​ມີ​ການ​ພັດ­ທະ­ນາ, ໃຫ້ກຳ­ລັງ​ໃຈ, ຍ້ອງ­ຍໍ, ຊົມ­ເຊີຍ, ສະຫນັບ​ສະ​ຫນູນ ແລະ ປຸກ­ລະ­ດົມ​ທັງຕົວ​ສິ­ລະ​ປິນ ແລະ ປະ­ຊາ­ຊົນ​ໃຫ້​ມີສ່ວນ​ຮ່ວມ​ໃນ​ການ​ອະ­ນຸ​ຮັກ​ສິ­ລະປະ​ຂອງ​ຊາດ​ໃຫ້​ດຳ­ລົງ​ຄົງ​ຢູ່​ຄູ່ປະ­ຊາ­ຊົນ ແລະ ຊາດ​ລາວ​ເຮົາຢ່າງ​ບໍ່​ມີ​ວັນ​ສູນ​ສະ­ຫລາຍ. ອີກດ້ານ​ຫນຶ່ງ ເພື່ອ​ເປັນ​ການ​ປະ­ຊາສຳ­ພັນ​ໃຫ້​ແຂກ​ຕ່າງ​ດ້າວ​ທ້າວຕ່າງ​ເມືອງ​ໄດ້​ຮັບ​ຮູ້​ເຖິງຄວາມ​ຮັບຜິດ​ຊອບ​ລາວ​ເຮົາ​ໃນ​ເວ­ທີ​ສາ­ກົນ ໂດຍ​ຜ່ານ​ຜົນ­ງານ​ຕ່າງໆ​ທາງ​ສື່ໂທລະ­ພາບ, ວິ­ທະ­ຍຸ, ສື່​ສິ່ງ​ພິມ ຕ່າງໆ.