ລາຍໄດ້ແຫ່ງຊາດ

ຈາກ ວິກິພີເດຍ

ລາຍໄດ້ແຫ່ງຊາດໝາຍເຖິງ ມູນຄ່າລວມ ຂອງ ສິນຄ້າ ແລະ ການບໍລິການ ທີ່ຖືກຜະລິດຂຶ້ນ ຫຼື ສະໜອງໃນ ເສດຖະກິດໃດໜຶ່ງ.ຕົວວັດແທກ ລາຍໄດ້ແຫ່ງຊາດ ທີ່ຖືກນຳໃຊ້ຫຼາຍ ໃນທົ່ວໄປ ລວມ ມີ ຜະລິດຕະພັນລວມແຫ່ງຊາດ (GNP:Gross National Products), ຜະລິດຕະພັນລວມພາຍໃນ (GDP:Gross Domestic Products), ລາຍໄດ້ລວມແຫ່ງຊາດ (GNI:Gross National Income), ຜະລິດຕະພັນສຸດທິແຫ່ງຊາດ (NNP:Net National Products), ລາຍໄດ້ສຸດທິແຫ່ງຊາດ (NNI:Net National Income).