ລະບອບການເມືອງ

ຈາກ ວິກິພີເດຍ

ລະບົບການເມືອງ ແຫ່ງສປປລ[ດັດແກ້]

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະເທດເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນ ດີນອັນຄົບຖ້ວນ ລວມທັງເຂດນ່ານນ້ຳ ແລະ ນ່ານຟ້າ; ເປັນປະເທດເອກະພາບຂອງທຸກຊົນເຜົ່າ ທີ່ຕັດແຍກອອກ ຈາກກັນບໍ່ໄດ້.


ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິປະໄຕ ປະຊາຊົນ ອຳນາດທັງໝົດ ເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ບັນດາເຜົ່າ ຊື່ງປະກອບດ້ວຍບັນດາ ຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນ ກຳມະກອນ, ກະຊິກອນ ແລະ ນັກຮຽນຮູປັລຍາຊົນເປັນຫລັກແຫລ່ງ.


ສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປະຕິບັດ ແລະ ຮັບປະກັນດ້ວຍການເຄື່ອນໄຫວ ຂອງລະບົບການເມືອງຊື່ງມີພັກປະຊາຊົນປະຕິວັດລາວເປັນແກນນຳ.


ປະຊາຊົນເປັນຜູ້ສ້າງຕັ້ງອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງຕົນ ຊື່ງມີ ຊື່ວ່າ ສະພາແຫ່ງ ຊາດ. ການເລືອກຕັ້ງສະມາຊີກສະພາແຫ່ງຊາດ ແມ່ນປະຕິບັດຕາມຫລັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ລົງຄະແນນສຽງປິດລັບ.


ສະພາແຫ່ງຊາດ ແລະ ທຸກອົງການຂອງລັດໄດ້ຣັບການຈັດຕັ້ງ ແລະ ເຄື່ອນໄຫວຕາມຫລັກການລວມປະຊາທິປະ ໄຕ.


ລັດປົກປ້ອງສິດອິດສະລະພາບ ແລະ ສິດປະຊາທິປະໄຕຂອງປະຊາຊົນທີ່ຈະມີໃຜລວງລະເມີດໄດ້. ທຸກອົງການ ແລະ ພະນັກງານຂອງລັດຕ້ອງໂຄສະນາອົບຮົມບັນດານະໂຍບາຍ ແລະ ລະບຽບກົດໝາຍໃຫ້ປະຊາຊົນ ແລະ ພອ້ມກັນຈັດຕັ້ງ ປະຕິບັດເພື່ອຮັບປະກັນສິດ ແລະ ຜົນ ປະໂຫຍດອັນຊອບທຳຂອງປະຊາຊົນ. ຫ້າມທຸກການກະ ທຳແບບອາດຍາສິດ, ຂົ່ມຂູ່ອັນຈະກໍ່ຄວາມເສຍຫາຍເຖິງກຽດສັກສີ, ຮ່າງກາຍ, ຊີວິດ, ຈິດໃຈ ແລະ ຊັບສົມບັດ ຂອງປະຊາຊົນ.


ແນວລາວສ້າງຊາດ, ສະຫະພັນກຳມະບານລາວ, ຄະນະຊາວໜູ່ມປະຊາຊົນປະຕິວັດ´ລາວ, ສະຫະພັນແມ່ຍີງລາວ ແລະ ບັນດາອົງການຈັດຕັ້ງສັງຄົມ ເປັນບ່ອນເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມບັນດາຊັ້ນຄົນຂອງທກຊົນ ເຜົ່າເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປັກຮັກສາ ແລະ ຜົນ ປະໂຫຍດອັນຊອບທຳຂອງສະມາຊີກອົງການຈັດຕັ້ງຂອງຕົນ.


ລັດປະຕິບັດນະໂຍບາຍສາມັກຄີ ແລະ ສະເມີພາບລະຫ່ວາງຊົນເຜົ່າຕ່າງໆ. ທຸກຊົນເຜົ່າລ້ວນແຕ່ມີສິດປົກປັກຮັກ ສາ, ເສີມຂະຫຍາຍຮິດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຕົນ ແລະ ຂອງຊາດ. ຫ້າມທຸກການກະ ທຳແບ່ງແຍກ ແລະ ການປະພຶດຈຳແນກລະຫ່ວາງຊົນເຜົ່າ. ລັດປະຕິບັດທຸກມາດຕາເພື່ອຂະຫຍາຍ ແລະ ຍົກລະດັບເສດຖະກິດສັງຄົມຂອງທຸກຊົນເຜົ່າໃຫ້ສູງຂື້ນ.


ລັດເຄົາລົບ ແລະ ປົກປ້ອງການເຄື່ອນໄຫວອັນຖືກກົດມາຍຂອງພຸດທະສາສະນິກະຊົນ ແລະ ສາສະນິກະຊົນອື່ນ. ປຸກລະດົມສົ່ງເສີມພະພິກຂຸສາມະເນນ ແລະ ນັກບວດຂອງສາສະໜາໃຫ້ເຂົ້າຮ່ວມໃນການເຄື່ອນໄຫວທີ່ເປັນປະ ໂຫຍດແກ່ປະເທດຊາດ ແລະ ປະຊາຊົນ. ຫ້າມທຸກການກະທຳທີ່ເປັນການແບ່ງແຍກ ສາສະໜາ, ແບ່ງແຍກປະ ຊາຊົນ.


ລັດຄູ້ມຄອງສັງຄົມດ້ວຍລັດຖະທຳມະນູນ ແລະ ກົດໝາຍ. ອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ພົນລະເມືອງທຸກຄົນຕ້ອງເຄົາລົບ ແລະ ປະຕິບັດລັດຖະທຳມະນູນແລະ ກົດໝາຍຢ່າງເຂັ້ມງວດ.


ລັດປະຕິບັດແນວທາງ, ນະໂຍບາຍປ້ອງກັນຊາດ - ປ້ອງກັນຄວາມສະຫງົບທົ່ວປວງຊົນ ແລະ ຮອບດ້ານ; ປັບປຸງ ແລະ ກໍ່ສ້າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມສາມາດປະຕິບັດໜ້າທີ່ປົກປັກຮັກສາມາກຜົນຂອງການປະຕິວັດ, ຊິວິດ, ຊັບສີນ ແລະ ການ ອອກແຮງງານຂອງປະຊາຊົນ; ປະກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດ; ປະກອບສ່ວນເຂົ້າໃນພາ ລະກິດພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.


ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບເອກະລາດ, ມິດຕະພາບ ແລະ ການຮ່ວມມືກັບທຸກປະເທດບົນຫລັກການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດີນອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໜັບສະໜູນການຕໍ່ສູ້ຂອງປະຊາ ຊົນໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.