ມະຫາວິທະຍາໄລແຫ່ງຊາດລາວ

ຈາກ ວິກິພີເດຍ
ມະຫາວິທະຍາໄລແຫ່ງຊາດ
ສະຖາປະນາຕຸລາ 1996; 27 ປີທີ່ແລ້ວ (1996-10)
ປະເພດມະຫາວິທະຍາໄລລັດ
ປະທານທ່ານ ສຈ. ປອ. ສົມສີ ຍໍພັນໄຊ
ຈຳນວນອາຈານ1,808 ຄົນ
ຈຳນວນເຈົ້າໜ້າທີ່346 ຄົນ
ຈຳນວນນັກຮຽນ23,015 ຄົນ (ພຶດສະພາ 2018–2019)
ທີ່ຢູ່ຕູ້ ໄປສະນີ. 7322 ດົງໂດກ ນະຄອນຫຼວງວຽງຈັນ, ທຸງຊາດຂອງປະເທດລາວ ປະເທດລາວ
18°02′11″N 102°38′12″E / 18.0365°N 102.6366°E / 18.0365; 102.6366ພິກັດພູມສາດ: 18°02′11″N 102°38′12″E / 18.0365°N 102.6366°E / 18.0365; 102.6366
ວິທະຍາເຂດ8 ວິທະຍາເຂດ (ທັງຢູ່ໃນຕົວເມືອງ ແລະ ຊົນນະບົດ) ແຕ່ປັດຈຸບັນມີພຽງ 5 ວິທະຍາເຂດ
ສາຍາNUOL, ມ.ຊ.
ເຄືອຂ່າຍເຄືອຂ່າຍມະຫາວິທະຍາໄລອາຊຽນ, ເຄືອຂ່າຍມະຫາວິທະຍາໄລແຫ່ງອາຊຽນ/ເຄືອຂ່າຍການພັດທະນາເພື່ອການສຶກສາວິສະວະກໍາແຫ່ງອາຊີຕາເວັນອອກສຽງໃຕ້ (AUN/SEED-NET), Agence universitaire de la Francophonie (AUF), GMSARN
ເວັບwww.nuol.edu.la

ມະຫາວິທະຍາໄລແຫ່ງຊາດລາວ (ຄຳເຄົ້າ: ມຫາວິທຍາລັຍແຫ່ງຊາຕລາວ[1], National University of Laos) ຊື່ຫຍໍ້ ມ.ຊ ຫຼື NUOL ແມ່ນມະຫາວິທະຍາໄລແຫ່ງນຶ່ງໃນປະເທດລາວ.

ປະຫວັດ[ດັດແກ້]

ມະຫາວິທະຍາໄລແຫ່ງຊາດ ໂດຍຊື່ຫຍໍ້ ເອີ້ນວ່າ:"ມຊ"ນີ້ ເປັນມະຫາວິທະຍາໄລທົ່ວໄປ (ມີຫຼາຍສາຂາການສຶກສາ) ແຫ່ງທຳອິດ ໃນປະຫວັດສາດຂອງຊາດລາວ ໂດຍໄດ້ຮັບການສ້າງຕັ້ງ ຂື້ນໃນວັນທີ 5 ພະຈິກ 1996 ຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 50/ນຍ,ລົງວັນທີ 09/06/1995, ໂດຍການເຕົ້າໂຮມເອົາບັນດາສະຖາບັນ ການສຶກສາຊັ້ນສູງ, ເຊີ່ງເມື່ອກ່ອນ ແມ່ນຂື້ນກັບ ຫຼາຍກະຊວງ ເຂົ້າເປັນ ມະຫາວິທະຍາໄລເອກະພາບ. ບັນດາສະຖາບັນດັ່ງກ່າວ ປະກອບດ້ວຍ 10 ສະຖາບັນຄື: ມະຫາວິທະຍາໄລສ້າງຄູ ວຽງຈັນ, ມະຫາວິທະຍາໄລ ສັບພະວິຊາ 2 ທັນວາ, ມະຫາວິທະຍາໄລ ວິທະຍາສາດສາທາລະນະສຸກ, ໂຮງຮຽນກະເສດຊັ້ນສູງ ນາບົງ, ໂຮງຮຽນປ່າໄມ້ຊັ້ນສູງ ດົງໂດກ, ໂຮງຮຽນ ຊົນລະປະທານ ຊັ້ນສູງຕາດທອງ, ໂຮງຮຽນ ກໍ່ສ້າງເຄຫະສະຖານ ຊັ້ນສູງ, ໂຮງຮຽນ ຄົມມະນາຄົມຂົນສົ່ງ ຊັ້ນສູງ, ໂຮງຮຽນ ການຊ່າງ ຊັ້ນສູງໄຟຟ້າເອເລັກໂຕຣນິກ ແລະ ສູນກຽມ ສ້າງຕັ້ງ ມະຫາວິທະຍາໄລກະສິກຳ-ປ່າໄມ້ ເວີນຄຳ. ນັບແຕ່ ການເຕົ້າໂຮມເປັນມະຫາວິທະຍາໄລແຫ່ງຊາດແລ້ວ, ກໍ່ໄດ້ເລີ່ມດຳເນີນ ວຽກການຮຽນ-ການສອນ ຢ່າງເປັນລະບົບ, ໂດຍໃນເບື້ອງຕົ້ນ ປະກອບມີພຽງ 7 ຄະນະວິຊາ ແລະ ວິທະຍາໄລວິທະຍາສາດພື້ນຖານ ສຳລັບ ກຽມນັກສືກສາເຂົ້າສາຍຮຽນ ແລະ ໄປຮຽນຕ່າງປະເທດ ເທົ່ານັ້ນ. ແຕ່ວ່າ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງ ເສດຖະກິດໃນສະໄໝໃໝ່, ໃນປັດຈຸບັນ ມະຫາວິທະຍາໄລແຫ່ງຊາດ ໄດ້ເພີ່ມຂື້ນເປັນ 11 ຄະນະວິຊາ, 2 ສະຖາບັນ, 1 ຫໍສະໝຸດກາງ, 5 ສູນ, 10 ຫ້ອງການ, ໂຮງໝໍ, ໂຮງຮຽນພອນສະຫວັນ ແລະ ຊົ່ນເຜົ່າກຽມ ມະຫາວິທະຍາໄລ.

ວິໄລທັດ ແລະ ພາລະບົດບາດ

1. ວິໄສທັດ

ມະຫາວິທະຍາໄລແຫ່ງຊາດລາວ ຈະກາຍເປັນມະຫາວິທະຍາໄລນຳໜ້າຂອງ ສ.ປ.ປ.ລາວ ເປັນໃຈກາງທາງດ້ານການສຶກສາ, ວັດທະນະທຳ ແລະ ການວິໄຈ ທີ່ມີຄຸນະພາບສູງ, ເພື່ອພັດທະນາຊັບພະຍາກອນມະນຸດທີ່ມີຄຸນະພາບຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ - ສັງຄົມ ຂອງຊາດ ແລະ ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.

2. ພາລະບົດບາດ

ສະໜອງການສຶກສາຊັ້ນສູງ ລະດັບອານຸປະລິນຍາຕີ, ປະລິນຍາຕີ ແລະ ເໜືອປະລີນຍາຕີ ເພື່ອກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃນສາຂາ ວິຊາຕ່າງໆ ຕອບສະໜອງໄດ້ທັງປະລິມານ ແລະ ຄຸນະພາບໃຫ້ແກ່ສັງຄົມ. ຈັດຕັ້ງການຄົ້ນຄ້ວາວິທະຍາສາດສາຂາຕ່າງໆພ້ອມທັງເຜີຍແຜ່ຜົນຂອງການຄົ້ນຄ້ວາວິທະຍາສາດທີ່ມີຜົນປະໂຫຍດແກ່ການພັດທະນາເສດຖະກິດ -ສັງຄົມ. ປົກປັກຮັກສາ ແລະ ເສີມຂະຫຍາຍສິລະປະ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດຂອງປະຊາຊົນ ບັນດາເຜົ່າຄຽງຄູ່ໄປກັບການ ສຶກສາຮຽນຮູ້ແລກປ່ຽນ ແລະ ຮັບເອົາວັດທະນະທຳສາກົນຢ່າງມີການເລືອກເຟັ້ນ. ຈັດຕັ້ງການບໍລິການທາງດ້ານວິຊາການແກ່ສັງຄົມ.

ລິ້ງຄ໌ພາຍນອກ[ດັດແກ້]

ມະຫາວິທະຍາໄລແຫ່ງຊາດ

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.