ພຸດທະສາດສະໜາ

ຈາກ ວິກິພີເດຍ
Wiki letter w.svg ກະລຸນາຊ່ວຍ ປັບປຸງ ບົດຄວາມ ຫຼື ພາກນີ້ ໂດຍ ການຂະຫຍາຍມັນອອກຕື່ມ.
ການສົນທະນາກັນ ອາດຈະມີ ຢູ່ ໜ້າສົນທະນາ ຫຼື ຢູ່ ຂໍໃຫ້ຂະຫຍາຍ.
  ພະພຸດທະສາສະຫນາ ເປັນສາສະຫນາທີ່ຖືກຄົ້ນພົບໂດຍພຣະໂຄດົມສັມມາສັມພຸດທະເຈົ້າ ກ່ອນຄຣິດຕະສັກກະລາດ ໕໔໓ ປີ ທີ່ປະເທດອິນເດຍ. ພະນາມເດີມຂອງພະພຸດທະເຈົ້າມີພະນາມວ່າ ສິດທັດຖະ ແປວ່າ ຜູ້ມີຄວາມສຳເລັດທຸກປະການ. ພະອົງເປັນພະລາຊະໂອຣົດຂອງພະເຈົ້າສຸດໂທທະນະ ແລະພະມະເຫສີມີນາມວ່າ ສີຣິມະຫາມາຍາແຫ່ງກຸງກະບີນລະພັດ(ປັດຈຸບັນເປັນດິນແດນປະເທດເນປານ)

ສາສະຫນາພຸດເປັນສາສະຫນາຂອງທ່ານຜູ້ຮູ້ ຄຳວ່າພຸດທະສາສະຫນາ ມາຈາກຄຳວ່າ "ພຸດທະ" ແປວ່າ ຮູ້, ຕື່ນ, ເບີກບານ. ສະນັ້ນ, ພະພຸດທະສາສະຫນາຈຶ່ງເປັນສາສະຫນາຂອງຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.

ຈຸດສູງສຸດຂອງພະພຸດທະສາສະຫນາຄື "ຄວາມດັບບໍ່ເຫລືອແຫ່ງເຊື້ອ" ຄວາມສິ້ນໄປເຊິ່ງອາສະວະ ຄືກິເລດທີ່ຫມັກດອງຢູ່ໃນຂັນທະສັນດານຂອງປຸຖຸຊົນທັງຫລາຍ ບໍ່ວຽນວ່າຍຕາຍເກີດໃນໂລກທັງສາມອີກ ເພິ່ນເອີ້ນວ່ານິບພານ

ການຈະເຂົ້າເຖິງເຊິ່ງຄວາມດັບບໍ່ເຫລືອແຫ່ງເຊື້ອນີ້ ຄືນິບພານນີ້ ຕ້ອງເປັນໄປຕາມຫລັກແຫ່ງ ສີນ ສະມາທິ ປັນຍາທີ່ອົງສົມເດັດພະສັມມາສັມພຸດທະເຈົ້າ ໄດ້ຊົງຄົ້ນພົບ ແລະນຳມາເຜີຍແຜ່ໃຫ້ກັບເຫລົ່າສັດທັງຫລາຍທີ່ວຽນວ່າຍຕາເກີດໃນສັງສາຣະວັດ

ຫລັກທັມຄຳສອນທາງພຸດທະສາສະຫນາ ໄດ້ຖືກບັນທຶກຮວບຮວມໄວ້ໃນຄຳພີຊື່ ພຣະໄຕຣປິດົກ ອັນປະກອບໄປດ້ວຍ “ພຣະສູດ” ຄື ຄວາມຮູ້ໃນສັດຈະທັມຕ່າງໆ ທີ່ພະພຸດທະເຈົ້າຊົງໄດ້ຕັດສະຮູ້ໄດ້ດ້ວຍພະອົງເອງ ແລ້ວນຳມາສະແດງແກ່ຊາວໂລກ ກັບ “ພະວິໄນ” ຄືຂໍ້ບັງຄັບຕ່າງໆ ທີ່ຊົງບັນຍັດໄວ້ສຳຫລັບຜູ້ທີ່ບວດເປັນສາວົກໃນສາສະຫນານີ້ ຜູ້ຖືກເອີ້ນວ່າ ພະພິກສຸສົງ (ຊາຍ) ແລະ ພະພິກສຸນີສົງ (ຍິງ) ແລະ ພະອະພິທຳ

ພະພຸດທະເຈົ້າ ໄດ້ເລີ່ມອອກເຜີຍແຜ່ຄຳສອນດັງກ່າວໃນພູມິພາກທີ່ເປັນປະເທດອິນເດຍໃນປັດຈຸບັນ ຕັ້ງແຕ່ເມື່ອ 45 ປີກ່ອນພຸດທະສັກກະລາດ ປັດຈຸບັນ ສາດສະຫນາພຸດໄດ້ມີການຖືກເຜີຍແຜ່ທົ່ວໄປໃນທົ່ວ ໂລກ.

ເຄື່ອງມືສ່ວນຕົວ

Variants
ເທື່ອເບິ່ງ
Actions
ນຳທິດ
ກັບອຸບປະກອນ
ເປັນພາສາອື່ນໆ