ພິທີບາສີ-ສູ່ຂັວນ

ຈາກ ວິກິພີເດຍ

ພິທີບາສີ-ສູ່ຂັວນ

_ພິທີບາສີ-ສູ່ຂັວນ_
_ຫຍິບໝາກເບັງ_
_ພາຂັວນ_

“ບາສີ” ເປັນພິທີການໜຶ່ງຂອງປະເພນີລາວ ເຊ່ິງຊາວລາວມັກ ເອີ້ນກັນ ວ່າ “ສູ່ຂັວນ”. ເພ່ິນຈັດບາສີ ຂຶ້ນເພ່ືອສະເຫຼີມສະຫຼອງເຫດການ ຫຼື ວັນສຳຄັນຕ່າງໆ ໂດຍສະເພາະ ເປັນວັນທ່ີມີຄວາມໝາຍ ແລະ ປຶ້ມປິຕິຍິນດີ ຂອງເຈົ້າພາບຜູ້ທ່ີຈັດພິທີ ເຊ່ັນ ໃນວັນຂຶ້ນ ປີໃໝ່ລາວ, ສູ່ຂວັນນາກ ກ່ອນຈະເຂົ້າສູ່ວັດ, ຮັບຂັວນຄົນທ່ີຟື້ນຈາກການເຈັບໄຂ້ໄດ້ ປ່ວຍໃໝ່ໆ, ພິທີແຕ່ງງານ, ຂຶ້ນເຮືອນໃໜ່, ເດັກເກີດໃໝ່ ຫຼື ອອກກຳ, ຕ້ອນຮັບແຂກ ບ້ານແຂກເມືອງ ຫຼື ຍາດພ່ີນ້ອງ ທ່ີເດີນທາງມາແຕ່ໄກເພ່ືອມາຢ້ຽມຢາມ ຫຼື ກຳລັງຈະ ເດີນຈາກໄປໄກ. ການຈັດພິທີບາສີ ແມ່ນຈັດຂຶ້ນວັນໃດກໍໄດ້ຕະຫຼອດປີ, ແຕ່ ໂດຍສ່ວນໃຫຍ່ແລ້ວ ເພ່ິນ ຈະອີງຕາມການຄິດໄລ່ຂອງຜູ້ເຖົ້າຜູ້ແກ່ ເພ່ືອຫາມື້ສັນວັນດີ ເຊ່ິງອີງຕາມປະຕິທິນທາງ ສາສະໜາ ຄືອີງຕາມເດືອນແຮມ ຫຼື ເດືອນ ອອກໃໝ່,... ດັ່ງນີ້ເປັນຕົ້ນ ແລະ ສ່ວນຫຼາຍ ມັກຈັດຂຶ້ນກ່ອນທ່ຽງ ຫຼື ກ່ອນ ຕາເວັນຕົກດິນ ເພາະມີຄວາມເຊ່ືອວ່າ ຊີວິດຈະໄດ້ຮຸ່ງ ເຮືອງບໍ່ທົດຖອຍລົງ ເໝືອນດ່ັງດວງຕາເວັນທ່ີກຳລັງຈະຕົກດິນ. ຄວາມໝາຍຂອງ ການຈັດບາສີ ສູ່ຂວັນ ມີຢູ່ວ່າ: ປະຊາຊົນ ຄົນລາວມີຄວາມເຊ່ືອກັນວ່າ ທຸກຄົນເກີດມາ ຕ້ອງມີອະໄວຍະວະຄົບຖ້ວນ 32 ປະການ ພ້ອມທັງມີຂັວນປະຈຳຢູ່ນຳແຕ່ລະສ່ວນ ຈ່ຶງຖືວ່າເປັນຄົນ ທ່ີສົມບູນແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ; ຖ້າຂວັນ ຂອງອະໄວ ຍະວະ ໃດໜຶ່ງຫາກຫາຍ ຫຼື ອອກຈາກໄປທ່ີອ່ືນ ກໍອາດເຮັດໃຫ້ ຄົນໆນັ້ນ ບໍ່ສະບາຍ ເຈັບໄຂ້ໄດ້ປ່ວຍ ຫຼື ອາດໄດ້ຮັບເຄາະຮ້າຍ ຫຼື ບໍ່ມີໂຊກ ດ່ັງນີ້ ເປັນຕົ້ນ. ດ່ັງນັ້ນ ການສູ່ຂວັນ ຈ່ຶງ ເປັນພິທີອັນໜ່ຶງ ເພ່ືອເອີ້ນຂວັນ ກັບຄືນມາຢູ່ນຳພາກສ່ວນຕ່າງໆ ຂອງຮ່າງກາຍ ຢ່າງຄົບຖ້ວນເໝືອນເດີມ ເພ່ືອໃຫ້ຄົນໆ ນັ້ນມີສຸຂະພາບແຂງແຮງ, ມີໂຊກໄຊ ມີຄວາມສຳເລັດ ໃນການປະຕິບັດ ວຽກງານ ຫ ືຼມຄີ ວາມປອດໄພໃນການເດນີ ທາງ. ເຄື່ອງປະກອບໃນງານບາສີ ມີ ພາຂວັນ, ເຂົ້າຕົ້ມ ເຂົ້າໜົມ, ໄຂ່ຕົ້ມ, ໄກ່ຕົ້ມ, ເຫຼົ້າ, ນ້ຳ ແລະ ຕິບເຂົ້າ,… ດັ່ງນີ້ເປັນຕົ້ນ. ການກະກຽມພາຂວັນ ສ່ວນຫຼາຍ ແມ່ນຜູ້ເຖົ້າຜູ້ແກ່ ເຊິ່ງເລີ້ມດ້ວຍການຫຍິບໝາກເບັງຈາກ ໃບຕອງກວ້ຍ ເຊິ່ງເພິ່ນນຳມາຈີບໃຫ້ເປັນຮູບ ລັກສະນະສາມ ລ່ຽມຫຼາຍໆອັນ ແລ້ວຫຍິບຄັດຕິດ ແລະ ຊ້ອນເຫຼ່ືອມກັນ ໃຫ້ເປັນຮູບ ຈວຍ ຕາມຂະໜາດ ທ່ີຕ້ອງການ ແລ້ວເອ້ດ້ວຍດອກໄມ້ ຫຼາກຫຼາຍຊະນິດ ພ້ອມທັງໃບ ໄມ້ທີ່ເປັນມຸງຄຸນ. ດອກໄມ້ທີ່ໃຊ້ປະດັບ ພາຂວັນຈະແຕກຕ່າງກັນຕາມເຫດການ ແລະ ກໍຂຶ້ນກັບລະດູຂອງດອກໄມ້ອີກ ເຊ່ັນວ່າ ໃນງານສູ່ຂວັນ ປີໃໜ່ລາວ ເພ່ິນກໍມັກໃຊ້ ດອກຈຳປາ, ດອກດາວເຮືອງ, ດອກສາມປີ, ດອກຄູນ, ໃບເງິນ ໃບຄຳ ເປັນຕົ້ນ. ສ່ວນວ່າໃນພິທີແຕ່ງງານ ດອກໄມ້ທ່ີເພ່ິນມັກໃຊ້ ແມ່ນ ດອກຮັກ, ດອກດາວເຮືອງ, ໃບເງິນ ໃບຄຳ ແລະ ໃບຄູນ ເປັນສ່ວນໃຫຍ່ ໂດຍ ອີງຕາມຄວາມໝາຍເຊິ່ງມາຈາກ ຊ່ືຂອງດອກໄມ້ ທ່ີສະແດງເຖິງຄວາມຮັກ ແລະ ຄວາມຮຸ່ງເຮືອງ ຕະຫຼອດຊີວິດ ຄູ່ນັ້ນເອງ. ນອກຈາກນັ້ນ ເພ່ິນຍັງເອົາ ຝ້າຍສີຂາວ ທ່ີມີຄວາມຍາວປະມານພໍມັດ ຮອບແຂນໄດ້ມາຮ້ອຍຮຽງ ເປັນແຖວ ໃສ່ໄມ້ດິ້ວນ້ອຍໆ ແລ້ວປັກສຽບອ້ອມ ຕາມ ໝາກເບັງ ແລະ ຝ້າຍຂາວເສັ້ນຍາວ ຈຳນວນໜ່ຶງພາດຜ່ານຈອມໝາກເບັງ. ຝ້າຍ ຂາວນີ້ ເພ່ິນເອີ້ນວ່າ ຝ້າຍຜູກແຂນ. ຊົນເຜ່ົາລາວລຸ່ມ ຖືວ່າສີຂາວ ແມ່ນສະແດງເຖິງ ຄວາມສົດໃສ, ຊ່ືສັດບໍລິສຸດຜຸດຜ່ອງ. ຢູ່ທ່ີຈອມຂອງໝາກເບັງ ມີທຽນໄຂມັດຕິດຢູ່. ໝາກເບັງທ່ີເພິ່ນເອ້ແລ້ວ ກໍຖືກນຳມາຕັ້ງລົງເທິງໂອເງິນ ເຊ່ິງມີເຂົ້າສານບັນຈຸຢູ່ ແລະ ມີແກ້ວເຫຼົ້າຂາວ ຫຼື ເຫຼົ້າຊະນິດອ່ືນກໍໄດ້ ຕັ້ງຢູ່ໃຈກາງ. ສຸດທ້າຍເພິ່ນຈຶ່ງເອົາໂອ ພາຂວັນມາວາງໃສ່ໃຈກາງພານ ຫຼື ພາເຂົ້າໄມ້ເຊ່ິງປູດ້ວຍແຜ່ນຜ້າທ່ີສວຍງາມ. ເທິງພາເຂົ້າ ມີຖ້ວຍນ້ອຍ 4 ຫາ 6 ໃບ ວາງອ້ອມຢູ່ ເພ່ືອໃສ່ໄຂ່ຕົ້ມ, ເຂົ້າຕົ້ມ, ເຂົ້າໜົມ ແລະ ໝາກໄມ້. ຢູ່ຂ້າງໆພາຂວັນ ມີໄກ່ຕົ້ມ ເຊ່ິງເພ່ິນເອິ້ີ້ນວ່າ ໄກ່ຂວັນ ນັ້ນເອງ. ຕາມຄວາມຈິງ ພາບາສີ ກໍມີຫຼາຍແບບ ແຕ່ໂດຍສ່ວນໃຫຍ່ແລ້ວ ພາບາ ສີຂອງຊາວລາວທົ່ວໄປ ຈະມີໃບສີ ຈຳນວນ 4 ຫາ 6 ຊໍ່ ປະດັບອອກທາງຂ້າງ ແລະ ທັງໝົດຈຶ່ງປະດັບດ້ວຍດອກໄມ້ ເຮັດໃຫ້ພາບາສີໂດດເດັ່ນຂຶ້ນ. ສ່ວນວ່າ ຊາວ ຫຼວງພະບາງ ຈະປະກອບພາບາສີແບບດັ້ງເດີມຢ່າງລຽບງ່າຍ ແຕ່ເຕັມໄປດ້ວຍ ຄວາມໝາຍ. ໂດຍລວມ ພາບາສີແບບນີ້ຕ່ຳ ປະກອບດ້ວຍໝາກເບັງຂະໜາດນ້ອຍໆ ຕັ້ງຢູ່ໃຈກາງອ້ອມລ້ອມດ້ວຍຈວຍໃຫຍ່ ເຊິ່ງບັນຈຸດອກໄມ້, ເຄື່ອງໝາກເຄ່ືອງພູ, ໃບເງິນ ໃບຄຳ. ທັງໝົດ ຈັດຢູ່ໃນໂອທີ່ມີເຂົ້າສານເຕັງຢູ່ຕີນເພ່ືອຈັບທັງໝົດໃຫ້ຢູ່ ຕວົ . ຈາກນັ້ນທັງໝົດໂອພາບາສີ ຈຶ່ງຖືກເອົາມາວາງເທິງຂັນ ແລະ ປະດັບແຄມດ້ວຍ ດອກໄມ້ອີກເທື່ອໜຶ່ງ. ເມ່ືອພາຂັວນພ້ອມແລ້ວ ແລະ ພໍເຖິງເວລາທ່ີຊາວພຸດເຊ່ືອວ່າ ເປັນເລີກງາມ ຍາມດີ ທຸກຄົນກໍຖືຜ້າບ່ຽງພາດບ່າ ເຂົ້າມານ່ັງອອ້ມພາຂັວນ ເພ່ືອເລີ່ມ ພິທີສູ່ຂັວນ. ຜູ້ທ່ີນຳພາພິທີສູ່ຂວັນ ເອີ້ນວ່າ “ໝໍພອນ”. ຂ້າງໜ້າຂອງໝໍພອນ ມີຂັນ ພ້ອມບ້າງທ່ີເຮັດດ້ວຍໃບຕອງ ໃສ່ດອກໄມ້ 1 ຄູ່, ທຽນ 1 ຄູ່ ແລະ ເງິນຈຳນວນໜ່ຶງ ຕາມແຕ່ເຈົ້າສັດທາພ້ອມດ້ວຍຈອກເຫຼົ້ານ້ອຍອັນໜ່ຶງ. ໝໍພອນກ່າວຄຳຄ້າຍກັບຄຳ ເທດ ເຊ່ິງມີເນື້ອໃນສຳຄັນ ກໍຄືເອີ້ນຂວັນຕ່າງໆ ຂອງຮ່າງກາຍທ່ີຫຼົງຫາຍໄປໃຫ້ກັບ ເຂົ້າມາສູ່ເນື້ອສູ່ຄີງ ເພ່ືອໃຫ້ມີສຸຂະພາບແຂງແຮງ, ມີແຕ່ຄວາມຮຸ່ງເຮືອງ ໂຊກລາບ, ປະສົບຄວາມສຳເລັດໃນຊີວິດ. ເມ່ືອໝໍພອນກ່າວສິ້ນສຸດແລ້ວ ກໍໃຊ້ຝ້າຍຜູກແຂນ ຜູກໃຫ້ຜູ້ທ່ີຖືກສູ່ຂັວນນັ້ນກ່ອນ ໂດຍວາງເຂົ້າຕົ້ມ ເຂົ້າໜົມ ແລະ ໄກ່ຂວັນໃສ່ໃນມື ຂອງຜູ້ນັ້ນ ແລະ ຫຼັງຈາກນັ້ນ ຄົນອ່ືນກໍຜູກຕາມ. ຫຼັງຈາກພິທີສູ່ຂວັນຈົບແລ້ວຄອບ ຄົວກ່ໍຍົກພາຂວັນໄປວາງໄວ້ບໍລິເວນເທິງຫົວບ່ອນນອນເປັນເວລາສາມວັນ ເພ່ືອເປັນ ສີລິມົງຄົນ. ຫຼັງຈາກພິທີສູ່ຂວັນ ບາງຄັ້ງກໍຍັງມີພິທີການຂໍສົມບັດສົມມາຜູ້ອາວຸໂສ ເຊ່ັນ ພໍ່ແມ່, ປູ່ ຍ່າ, ພໍ່ເຖົ້າ, ແມ່ເຖົ້າ ຫຼື ຍາດພ່ີນ້ອງຜູ້ອາວຸໂສ ເພ່ືອຂໍອະໂຫສິກຳ (ຂໍໂທດ, ຂໍອະໄພ) ໃນສ່ິງທ່ີຕົນເອງໄດ້ລ່ວງເກີນ ຫຼື ກະທຳຜິດພາດຜ່ານມາ. ໃນພິທີ ດ່ັງກ່າວນີ້ຜູ້ທ່ີຂໍສົມມາ ຖືຂັນດອກໄມ້ແລ້ວກ່າວຄຳຂໍສົມມາ ແລ້ວກໍຈັບເອົາສົ້ນໜ່ຶງ ຂອງແພບ່ຽງຂອງຜູ້ອະວຸໂສທ່ີບ່ຽງຢູ່ ມາແປະໃສ່ຫົວຂອງຕົນເອງ ເພ່ືອສະແດງຄວາມ ເຄົາລົບນັບຖື. ຫຼັງຈາກນີ້ ກໍຖືວ່າ ພິທີທັງໝົດໄດ້ສິ້ນສຸດລົງ ແລະ ທຸກຄົນກໍເຂົ້າຮ່ວມ ຮັບປະທານອາຫານທ່ີທາງເຈົ້າພາບຈັດຕຽມໄວ້ ເພ່ືອເປັນສີລິມຸງຄຸນແກ່ງານດັ່ງກ່າວ.