ພຣະເຢຊູ

ຈາກ ວິກິພີເດຍ
(ໂອນມາຈາກ ພະເຍຊູ)
ພຣະເຢຊູ

ພຣະເຢຊູ ຫຼື ເຢຊູແຫ່ງນາຊາເຣັດ (Jesus of Nazareth) (ເກີດເມື່ອ ປະມານ 6–4 ປີ ກ່ອນ ຄ.ສ. ) ເປັນຄົນຢິວ ແລະ ເປັນ ສາດສະດາຂອງສາດສະໜາຄຣິສຕ໌. ຊາວຄຣິດ ເອີ້ນພະເຢຊູແຫ່ງນາຊາເຣັດວ່າ ພະເຢຊູຄຣິສຕ໌ (Jesus Christ) ແລະຖືວ່າພຣະອົງເປັນ ພຣະຜູ້ປົກປ້ອງ ເປັນພຣະບຸດຂອງ ພຣະຜູ້ເປັນເຈົ້າ.

ຄຳວ່າ "ເຢຊູ" ມາຈາກຄຳໃນ ພາສາເກຣັກທີ່ວ່າ Ιησους [Iēsoûs] ເຊິ່ງມາຈາກ ຄຳວ່າ [ເຢຊູອາ] ໃນ ພາສາອາຣາເມັກອີກເທື່ອໜຶ່ງ. ຊາວຄຣິສຕ໌ອາຣັບ ເອີ້ນພຣະເຢຊູວ່າ "ຍາຊູ" ຕາມພາສາຊີເຣຍ, ສ່ວນຊາວມຸສລິມອາຣັບ ເອີ້ນວ່າ "ອີຊາ" ມີຄວາມໝາຍວ່າ "ຜູ້ປົກປ້ອງ" (ພາສາອັງກິດ: The Saviour ຂຽນແບບອາເມລິກາ ແມ່ນ Savior).