ພະບາດໂພນສັນ

ຈາກ ວິກິພີເດຍ

ວັດ​ພະ​ບາດ ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ ເປັນ​ວັດ​ເກົ່າ​ແກ່​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ ໃນ​ຈຳ­ນວນ​ບັນ­ດາ​ວັດ​ທີ່​ຕັ້ງ​ຢູ່​ລຽບ​ແຄມ​ທາງ​ເລກ​ທີ 13 ໃຕ້ ຄວາມ​ມີ​ຊື່​ສຽງ​ທີ່​ພຸດ​ທະ​ສາ ສະ​ນິ​ກະ​ຊົນ​ນິ­ຍົມ​ສັດ­ທາ ບໍ່​ສະ­ເພາະ​ແຕ່​ໃນ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ນະ­ຄອນ­ຫຼວງ​ເທົ່າ​ນັ້ນ ແຕ່​ຢູ່​ທາງ​ລຽບ​ຝັ່ງ​ຂອງ ເບື້ອງ​ປະ­ເທດ​ໄທ ກໍ​ຖື​ວ່າ​ເຫຼື້ອມ​ໃສ​ສັດ­ທາ ຕໍ່​ວັດ​ພະ​ບາດ ເໝືອນ​ກັນ ທີ່​ຕັ້ງ​ຂອງ​ວັດ​ຢູ່​ເທິງ​ໂນນ​ຫີນ​ສູງ ໃນ​ເນື້ອ­ທີ່ 12 ເຮັກ­ຕາ ທຸກ​ສິ່ງ​ປຸກ​ສ້າງ​ນັບ​ແຕ່​ອາ​ຮາມ ຮອຍ​ພະ​ບາດ​ພະ­ທາດ ຫໍ​ພະ­ນອນ ຫໍ­ແຈກ ກຸ​ຕິ ບ່ອນ​ປະ­ຕິ­ບັດ​ທຳ​ຂອງ ພະ​ພິກ­ຂຸ ລ້ວນ​ແຕ່​ຖືກ​ປຸກ​ສ້າງ​ໃສ່​ເທິງ​ພະ​ລານ​ຫີນ​ທັງ​ນັ້ນ ດັ່ງ­ນັ້ນ ສິ່ງ​ທີ່​ເປັນ​ຖາ­ວອນ​ວັດ­ຖຸ​ໃນ​ວັດ ຈຶ່ງ​ເກີດ​ຂຶ້ນ​ຈາກ​ແຮງ​ສັດ­ທາ ຫຼື​ການ​ບໍ­ລິ­ຈາກ ຈາກ​ຜູ້​ໃຈ​ບຸນ​ທັງ­ຫຼາຍ ແລະ ກ່ວ​າ​ຈະ​ສຳ­ເລັດ​ແຕ່​ລະ​ຫຼັງ ທີ່­ຢູ່​ເທິງ​ພະ​ລານ​ຫີນ ບັນ­ດາ​ນາຍ​ຊ່າງ ກໍ​ສູ້​ຊົນ​ຜ່ານ​ຜ່າ ເຈາະ​ສີ່ວ​ຫີນ​ເຫຼົ່າ­ນັ້ນ ເພື່ອ​ການ​ກໍ່­ສ້າງ​ອັນ​ແສນ​ລຳ­ບາກ ຈົນ​ສຳ­ເລັດ.

ແຕ່​ເຖິງ​ແນວ­ໃດ​ກໍ​ດີ ຄວາມ​ພະ­ຍາ­ຍາມ​ທັງ­ຫຼາຍ​ທັງ​ປວງ ຍ່ອມ​ເກີດ​ຜົນ­ສຳ­ເລັດ​ໄດ້ ເມື່ອ​ຜູ້​ມີ​ຈິດ­ໃຈ​ພະ­ຍາ­ຍາມ ຍ້ອນ​ແນວ​ນັ້ນ ວັດ​ພະ​ບາດ ຈຶ່ງ​ມີ​ແຕ່​ສິ່ງ​ປຸກ​ສ້າງ ທີ່­ຢູ່​ເທິງ ໂງ່ນ​ພະ​ລານ​ຫີນ​ທັງ​ນັ້ນ ແລະ ກາຍ­ເປັນ​ຂໍ້​ຄິດ​ໜຶ່ງ ຕໍ່​ຜູ້​ພົບ​ເຫັນ ຕາມ​ຕຳ­ນານ​ວ່າ​ໄວ້ ເພິ່ນ​ໄດ້​ຄົ້ນ​ພົບ​ຮອຍ​ພະ​ບາດ ແຕ່​ເດືອນ​ມີ­ນາ ປີ 1933 ຫຼັງ​ຈາກ​ນັ້ນ ຈຶ່ງ​ສ້າງ​ວັດ ໂອ ກາດ​ຕໍ່​ມາ ຮອຍ​ພະ​ບາດ ມີ​ຄວາມ​ໝາ­ຍວ່າ ດິນ­ແດນ​ແຫ່ງ​ນີ້ ພະ­ພຸດ­ທະ­ເຈົ້າ ໄດ້​ເຄີຍ​ມາ​ແຜ່​ເມດ​ຕາ​ໂຜດ​ສັດ​ແລ້ວ ຫຼື​ອີກ​ຢ່າງ​ໜຶ່ງ ກໍ​ແມ່ນ​ເພິ່ນ​ໄດ້​ມາ​ເຜີຍ­ແຜ່​ພຸດ​ທະ​ສາດ​ສະ ໜາ​ໃນ​ແຖບ​ນີ້ ຮອຍ​ພະ​ບາດ (ຮອບ​ຕີນ) ເປັນ​ຮອຍ​ພະ​ບາດ​ເບື້ອງ​ຂວາ ເລິກ 46 ຊັງ​ຕີ​ແມັດ ກ້ວ​າງ 120 ຊັງ​ຕີ​ແມັດ ຍາວ 240 ຊັງ​ຕີ​ແມັດ ປິ່ນ​ໄປ​ທາງ​ທິດ­ຕາ­ເວັນ­ອອກ ກົງ­ຈັກ​ພື້ນ​ພະ​ບາດ ມີ​ຮູບ​ສັດ 108 ຊະ­ນິດ ຊຶ່ງ​ກາຍ­ເປັນ​ພຸດ​ທະ​ສະ­ຖານ ທີ່​ໜ້າ​ສົນ­ໃຈ​ທີ່​ສຸດ​ແຫ່ງ​ໜຶ່ງ ຕາມ​ການ​ບອກ​ເຫຼົ່າ​ຂອງ​ອອກ​ຕົນ​ຍາດ​ໂຍມ ໃຫ້​ຮູ້​ວ່າ ວັດ​ແຫ່ງ​ນີ້ ໄດ້​ມີ​ພະ​ພິກ­ຂຸ​ສາ­ມະ­ເນນ ອອກ​ຕົນ​ຍາດ​ໂຍມ ມາ​ປະ­ຕິ­ບັດ​ທຳ​ບໍ່​ຂາດ ພ້ອມ​ດຽວ​ກັນ ກໍ​ມີ​ເຈົ້າ​ສັດ­ທາ​ໃຫ້­ການ​ອຸ­ປະ­ຖຳ​ບໍ່​ຂາດ​ເຊັ່ນ​ກັນ ຢູ່​ບໍ­ລິ­ເວນ​ວັດ ຈະ​ມີ​ຮູບ​ປັ້ນ​ສັດ­ສາ​ວາ​ສິ່ງ ຕ່າງໆ ຕະ­ຫຼອດ​ເຖິງ​ຄະ­ຕິ​ເຕືອນ­ໃຈ ຕໍ່​ບາບ​ບຸນ­ຄຸນ​ໂທດ ແລະ ພຸດ​ທະ​ພາ­ສິດ​ຕ່າງໆ ເພື່ອ​ຕັກ­ເຕືອນ​ຜູ້​ຄົນ ໃຫ້​ດຳ­ລົງ​ຊີ­ວິດ​ທີ່​ຖືກ­ຕ້ອງ ປາ­ສະ­ຈາກ​ການ​ທຳ​ບາບ ລະ​ເວັ້ນ​ກິ ເຫຼດ​ຕັນ­ຫາ ຊຶ່ງ​ນຳ­ພາ​ໄປ​ສູ່​ຄວາມ­ທຸກ ໃນ​ບັ້ນ​ປາຍ​ຂອງ​ຊີ­ວິດ.

ໃນ​ທຸກໆ​ປີ ເພິ່ນ​ຈັດ​ບຸນ​ນະ­ມັດ­ສະ­ການ​ພະ​ບາດ ກົງ​ກັບ​ວັນ­ເພັງ 15 ຄ່ຳ ເດືອນ 2 ຊຶ່ງ​ມີ​ອອກ​ຕົນ​ຍາດ​ໂຍມ ມາ​ຮ່ວມ​ທຳ­ບຸນ​ຢ່າງ​ຫຼວງ­ຫຼາຍ ບຸນ​ພະ​ບາດ ນອກ­ຈາກ​ໄຫວ້​ພະ ບາດ ໄຫວ້​ພະ­ທາດ​ແລ້ວ ຍັງ​ຕິດ​ພັນ​ກັບ​ການ​ເຮັດ­ບຸນ​ພະ​ເຫວດ ປະ­ຈຳ​ປີ​ອີກ​ດ້ວຍ ພ້ອມໆ​ກັບ​ເຮັດ­ບຸນ​ວັດ​ພະ​ບາດ ເພິ່ນ​ກໍ​ຈັດ​ບຸນ​ວັດ​ໂພນ​ສັນ ທີ່​ຕັ້ງ​ຢູ່​ຕິດ​ກັບ​ນ້ຳ­ຂອງ ຫ່າງ ຈາກ​ທາງ​ເລກ 13 ປະ­ມານ 3 ກິ­ໂລ­ແມັດ ໃສ່​ວັນ​ດຽວ​ກັນ ຊຶ່ງ​ຫຼາຍ​ຄົນ​ມັກ​ເອີ້ນ​ວ່າ ພະ​ບາດ​ໂພນ​ສັນ.