ພະບາດແອວຂັນ

ຈາກ ວິກິພີເດຍ

ພະບາດແອວຂັນຢູ່ເມືອງໄຊທານີ ຫ່າງຈາກນະຄອນຫລວງວຽງຈັນ 30 ກິໂລແມັດ ຕາມເສັ້ນທາງບ້ານເກິນແວ່ເຂົ້າ ເສັ້ນທາງໄປນາ ນົກຂຸ້ມຈາກເສັ້ນທາງໃຫຍ່ເຂົ້າໄປ 19 ກິໂລແມັດ ເຊິ່ງໄດ້ຄົ້ນພົບໃນປີ 1936 ໃນດິນແດນພູເຂົາຄວາຍທີ່ມີເນື້ອທີ່ 840 ເຮັກຕາ ແລະ ໄດ້ປະຕິສັງຂອນປີ 1980 ເປັນຕົ້ນມາ.

ອີງຕາມການບອກເລົ່າຕຳນານຂອງຍາພໍ່ສົມປອມອຸດົມວ່າ: ໃນເມື່ອກ່ອນດິນແດນແຫ່ງນີ້ ເປັນດິນແດນຂອງພະຍາເມືອງຈິດຕະນະ ຄອນ ວັນຫນຶ່ງພະຍາ ຄິດຢາກກິນຊີ້ນກວາງໄດ້ສັ່ງໃຫ້ເສນາອາມາດ ພ້ອມກັບພະຍາໄປ ລ້ອມກວາງ ກ່ອນໄປໄດ້ຕົກລົງກັນ, ຖ້າກວາງ ອອກບ່ອນຜູ້ໃດແລ້ວບໍ່ໄດ້ກວາງໃຫ້ຂ້າຄົນນັ້ນ, ບັງເອີນກວາງພັດອອກບ່ອນພະຍາ, ພະຍານຳກວາງໄປພໍຮອດກາງກໍ່ໄດ້ແປງລ້າງຕົວ ເອງເປັນຍັກ, ແລ້ວຈະກິນພະຍາ, ພະຍາໄດ້ຮ້ອງຂໍຊີວິດ ແລະ ສັນຍາກັບຍັກວ່າ: ໃນແຕ່ລະວັນຈະເອົາຊາວເມືອງໃຫ້ເຈົ້າກິນ, ບັງເອີນ ມື້ ນັ້ນແມ່ນຮອດຫົວເຮືອນຂອງພະຍາໄດ້ຕັດສິນໃຈເອົາລູກຫລ້າໃຫ້ຍັກກິນ ແຕ່ນາງເປັນຄົນມີສິນທຳວິນຍານຂອງນາງຈິ່ງໄດ້ຮ້ອງຟ້ອງ ເດືອດຮ້ອນຮອດພະພຸດທະເຈົ້າຢູ່ອິນເດຍພະພຸດທະເຈົ້າໄດ້ຮັບຮູ້ຈິ່ງມາຮອດ ພະຍາໄດ້ຍໍມືຫາຄວາມຊ່ວຍເຫລືອໃນແຕ່ລະວັນຕ້ອງເອົາ ຄົນໃນບ້ານໃຫ້ຍັກກິນ ພໍເວົ້າສຸດຍັກກໍ່ໄດ້ແປງເພດເປັນນົກອິນຊີລົງມາຫາພະພຸດທະເຈົ້າແລ້ວເວົ້າວ່າຂ້ອຍຈະກິນຄົນນີ້ບໍ່ມີຜົມຈະບໍ່ຄາຍ ຄໍແດ່ພະພຸດທະເຈົ້າບອກວ່າຖ້າຈະກິນຂ້ອຍເຮົາລອງຫລິ້ນເກມກັນກ່ອນ ຖ້າເຈົ້າຊະນະແມ່ນຈະໃຫ້ເຈົ້າກິນ, ຫລິ້ນເກມຫມາກລີ້ຕົກລົງໃຫ້ ຍັກເປັນຜູ້ລີ້ກ່ອນແລ້ວໃຫ້ພະພຸດທະອົງຊອກ ຍັກລົງໃຕ້ທໍລະນີ ພະພຸດທະອົງກໍ່ເຫັນຢູ່ບ່ອນໃດພະພຸດທະອົງກໍ່ເຫັນ ຍັກຍອມຈິ່ງບອກໃຫ້ ພະພຸດທະອົງລີ້ພະພຸດທະອົງໄດ້ແປງຕົວເປັນເຫົາຢູ່ເທິງຫົວຍັກ, ຍັກຊອກແນວໃດກໍ່ບໍ່ເຫັນຍັກຍອມພະພຸດທະອົງໄດ້ບອກວ່າຖ້າເຈົ້າຍອມ ໃຫ້ເຈົ້າເຮັດຂັ້ນໄດກ່າຍໃຫ້ຂ້ອຍໄຕ່ລົງຍັກຄິດໃນໃຈວ່າ: "ກາຍເປັນທຳຈິດເປັນມານ" ເຈົ້າໄຕ່ລົງມາຮອດປາກຂ້ອຍຈະກິນເຈົ້າ, ເຫົາໄຕ່ ລົງມາຮອດປາກຍັກກໍ່ກຶນເຫົາລົງໄປຮອດທ້ອງຍັກຢູ່ບໍ່ໄດ້ນອນບໍ່ເປັນຮູ້ສຶກຂັດທ້ອງຈິ່ງຂໍຍອມພະພຸດທະອົງ, ຖ້າເຈົ້າຍອມໃຫ້ເຈົ້າອ້າປາກ ຂຶ້ນແລ້ວຊິ ອອກທາງປາກເຈົ້າຍັກຄິດໃນໃຈ ວ່າມຶງອອກມາຮອດປາກຂ້ອຍຈະຫຍ້ຳເຈົ້າໃຫ້ຕາຍເຫົາພັດບໍ່ອອກທາງປາກມາອອກທາງຮູ ດັງ, ຍັກໄດ້ຄຸເຂົ່າລົງຍອມ ແລະ ຂໍຮອຍພະບາດໄວ້ກາລະບູຊາ. ພະອານົນໄດ້ໃຫ້ຮູ້ເຫນືອຫົວລົງມາຢຽບໃຫ້ ແລ້ວຕົກລົງກັບຍັກວ່ານັບ ແຕ່ມື້ນີ້ເປັນຕົ້ນໄປບໍ່ໃຫ້ກິນສັດທີ່ມີຊີວິດໃຫ້ກິນສັດທີ່ຕາຍແລ້ວຈິ່ງເປັນຍັກສິນທຳ ນັບແຕ່ນັ້ນມາຈິ່ງໃສ່ຊື່ວ່າ ພະບາດແອວຂັນ.

ພະບາດແອວຂັນເປັນດິນແດນແຫ່ງຕຳນານທີ່ຫນ້າທ່ຽວຊົມທີ່ສຸດໃນເຂດນີ້ເປັນບ່ອນກິນເຂົ້າປ່າຕາມຮົ່ມໄມ້, ພະລານຫີນທີ່ສວຍງາມ ມີຖ້ຳງູຊວງ, ຫີນເປັນຮູບຮ່າງຂອງງູ, ມີຫົວ, ຫາງ, ເກັດ ໂຕງູ ຍາວເຖິງ 41 ແມັດ, ນ້ຳຕົກຕາດໃນໄລຍະບຸນເຂົ້າພັນສາພະບາດແອວ ຂັນສູງປະມານ 30 ແມັດ ມີຮູບຮ່າງລັກສະນະຄືຮອຍຂອງພະບາດໃນສ່ວນລຸ່ມ, ສ່ວນເທິງເປັນຮູບລັກສະນະຂອງຫົວຍັກ, ຫນ້າສົນໃຈ ໄປກວ່ານັ້ນແມ່ນຖ້າຄູນເປັນຖ້ຳທີ່ມີຊື່ສຽງເຂົ້າໄປໃນຖ້ຳຈະເຢັນ, ນ້ຳໃສ ແລະ ມີປາດຸກ 3 ໂຕຢູ່ໃນຖ້ຳ, ຄົນຕ່າງປະເທດໄດ້ເຂົ້າໄປບູຊາ ເອົານ້ຳຢູ່ໃນຖ້ຳມາກິນຜູ້ເປັນອຳມະພຶກຫລາຍຄົນກໍ່ດີໄດ້ສົ່ງເງິນເຂົ້າມາສ້າງ, ວັດແຫ່ງນີ້ຕັ້ງຢາຍໄປຕາມພະລານຫີນ, ສ່ວນການສ້າງວັດ ແຫ່ງນີ້ທຶນໄດ້ມາຈາກການສັດທາທາງພາຍໃນ ແລະ ຕ່າງປະເທດ ເຂົ້າມາຊ່ວຍເຫລືອສ້າງ, ປະຈຸບັນນີ້ ຍາພໍ່ສົມປອງອຸດົມໄດ້ມີແຜນ ສ້າງວັດກວມເອົາຮອຍພະບາດກວ້າງ 35x45 ແມັດສ້າງມາເປັນເວລາ 16 ເດືອນຮູບແບບຄືກັນກັບວດຊຽງທອງແຕ່ປີ 2011ນີ້ຈະມີ ງານບຸນພະບາດແອວຂັນໃນວັນທີ 8-9-10ເດືອນທັນວາ ດ້ວຍເຫດນີ້ຈິ່ງເຮັດໃຫ້ເປັນທີ່ດຶງດູດຊາວລາວ ແລະຕ່າງປະເທດເຂົ້າມາທ່ອງ ທ່ຽວ ແລະ ມີລາຍຮັບເຂົ້າມາໃນແຕ່ລະປີ.