ພະເຈົ້າຟ້າງຸ່ມ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ພຣະເຈົ້າຟ້າງຸ່ມ)
ພະເຈົ້າຟ້າງຸ່ມ

ສົມເດັດ ພຣະບາດ ອັນຍາ ຟ້າ ລັດທຸຣັນຍາ ສຣີ ສັດຕະນາ ຄະນະຍຸດທາ ມະຫາຣາຊ໌ ພຣະບາດ ຣາຊະທໍຣະນາ ສຣີ ສັດຕະນະ ນະຄອນ ຫຼື ພະເຈົ້າຟ້າງຸ່ມ ກຳເນີດທີ່ນະຄອນຊຽງທອງ(ເມືອງ ຫຼວງພະບາງ ໃນປັດຈຸບັນ) ໃນປີ ຄ.ສ 1316 ແລະ ໄດ້ສິ້ນພະຊົນເມື່ອປີ ຄ.ສ 1373 ; ເປັນເຈົ້າຊີວິດ ອານາຈັກລ້ານຊ້າງ (ປົກຄອງໄດ້ ແຕ່ປີ 1353 ຈົນ ເຖິງ ປີ 1371) ພະອົງເປັນລາຊະບຸດຂອງເຈົ້າຟ້າງ້ຽວ (ຂຸນຜີຟ້າ) ເຊິ່ງແມ່ນເຊື້ອສາຍລາຊະວົງປົກຄອງນະຄອນຊຽງທອງທີ່ສືບທອດກັນມາຕັ້ງແຕ່ສະໄໝຂຸນລໍ ເປັນຕົ້ນມາ. ພະອົງກຳເນີດ ແລະ ເຕີບໂຕຂຶ້ນທ່າມກາງສະພາບຄວາມຂັດແຍ່ງພາຍໃນຂອງນະຄອນຊຽງທອງ; ໂດຍສະເພາະແມ່ນການຍາດຊີງອຳນາດລາຊະບັນລັງນະຄອນຊຽງທອງ, ບັນດາເມືອງລາວບູຮານກໍພວມມີການປົກຄອງແບບລັດສັກດິນາທີ່ຍັງກະແຈກກະຈາຍ. ດັ່ງນັ້ນ, ເຈົ້າຟ້າງຸ່ມຈຶ່ງໄດ້ອອກຈາກນະຄອນຊຽງທອງ ພ້ອມດ້ວຍເສນາອາມາດ ແລະ ທະຫານທີ່ໃກ້ຊິດ ແລະ ໄວ້ວາງໃຈຈຳນວນ 33 ຄົນ ເດີນທາງອອກຈາກນະຄອນຊຽງທອງ ໂດຍການລ່ອງແພລົງຕາມແມ່ນ້ຳຂອງ ເພື່ອຊັກຊວນບັນດາເຈົ້າເມືອງຕ່າງໆ ເຂົ້າຮ່ວມໃນການເຕົ້າໂຮມແຜ່ນດິນລາວເຂົ້າເປັນອານາຈັກທີ່ເປັນປືກແຜ່ນແໜ່ນໜາ ໂດຍສະເພາະແມ່ນການກັບຄືນມາຍຶດເອົານະຄອນຊຽງທອງຈາກເຈົ້າຟ້າຄຳຮຽວຜູ້ເປັນອາວ ທີ່ຍຶດອຳນາດຈາກພະບິດາຂອງເພິ່ນເອງ.

ເຈົ້າຟ້າງຸ່ມ, ເສນາອາມາດ ແລະ ທະຫານໄດ້ໄປອາໄສຢູ່ວັດຂອງພະມະຫາປາສະມັມທີ່ຫົວຫາດຫຼີ່ຜີ( ເມືອງ ໂຂງ ແຂວງຈຳປາສັກໃນປັດຈຸບັນ ). ຢູ່ທີ່ນີ້, ພະອົງໄດ້ທຳການເຄື່ອນໄຫວສະສົມເຕົ້າໂຮມກຳລັງ, ເຝິກແອບສິລະປະຍຸດການສູ້ຮົບ ແລະ ທັງຕິດຕາມສະພາບການຂອງບັນດາເມືອງລາວບູຮານ ກໍຄືບັນດາອານາຈັກໃກ້ຄຽງ ເພື່ອກະກຽມໃຫ້ການເຄື່ອນທັບທ້ອນໂຮມບັນດາເມືອງລາວບູຮານເຂົ້າເປັນອານາຈັກລາວລ້ານຊ້າງເອກະພາບ.

ໃນປີ ຄ.ສ 1349 ເຈົ້າຟ້າງຸ່ມໄດ້ເລີ່ມຕົ້ນເຄື່ອນທັບທ້ອນໂຮມແຜ່ນດິນລາວ ໂດຍເລີ່ມຈາກພາກໃຕ້ຂຶ້ນພາກເໜືອ ແລະ ຕ່າວລົງມາຍຶດເອົານະຄອນຊຽງທອງສຳເລັດແລ້ວຂື້ນຄອງລາດໃນປີ ຄ.ສ 1353. ປີຕໍ່ມາພະອົງກໍສືບຕໍ່ນຳພາກອງທັບທ້ອນໂຮມເມືອງລາວບູຮານທາງພາກຕາເວັນຕົກສຽງເໜືອ ແລະ ດິນແດນຝັ່ງຂວາແມ່ນ້ຳຂອງ. ເມື່ອສຳເລັດແລ້ວກໍໄດ້ຈັດສະຫຼອງໄຊຄັ້ງໃຫຍ່ທີ່ເມືອງ ວຽງຈັນ ໃນປີ ຄ.ສ 1357. ຈາກນັ້ນ, ພະອົງກໍກັບຄືນຂື້ນມາຄອງລາດທີ່ນະຄອນຊຽງທອງຈົນເຖິງ ຄ.ສ 1371.