ພຣະສົງ
ພຣະສົງ(ປາລີ:ສັງຄະ) ເປັນຄຳພາສາສັນສະກິດ ທີ່ໄຊ້ໃນຫຼາຍພາສາ ຮວມເຖີງພາສາປາລີ ເຊີ່ງໝາຍເຖີງ "ສະມາຄົມ" "ບອຣິສັດ" ຫຼື "ຊຸມຊົນ" ໃນພາສາເຫຼົ່ານີ້ ສັງຄະນິຍົມໃຊ້ເປັນນາມສະກຸນ ໃນເລືອງການເມືອງ ໃນສມັຍກ່ອນມັກມີການໃຊ້ຄຳນີ້ເພື່ອສະແດງເຖີງສະພາການປົກຄອງໃນສາທາລະນະລັດຫຼືລາດສະອານະຈັກ ແລະມີການໃຊ້ໂດຍສະມາຄົມທາງສາດສະໜາມາໂດນເຕີບ ຮວມທັ້ງຊາວພຸດ ເຊນ ແລະຊິກ ຈາກປະຫວັດຕິສາດນີ້ຊາວພຸດບາງຄົນບອກວ່າສາຍ ສັງຄະ ສະແດງເຖິິງສະຖາບັນປະຊາທິປະໄຕທີ່ວ່າເກົ່າແກ່ທີ່ສຸດທີ່ຍັງຫຼົງເຫຼີອຢູ່ຂອງມະນຸດຊາດ ເນື່ອງຈາກສັງຄະໝາຍເຖີງກຸ້ມຄົນທີ່ຢູ່ຮວມກັນໂດຍສາມັກຄີທັມ 5 ຢ່າງຄື 1.ຮ່ວມກັນສາມັກຄີ 2.ຮ່ວມກັນເຮັດ 3.ຮ່ວມກັນກວດສອບ 4.ຮ່ວມກັນແກ້ໄຂ 5.ຮ່ວມກັນຮັບຜິດຊອບ.
ສັງຄະໃນທາງພຸດຄືຊຸມຊົນແຫ່ງການຮຽນຮູ້ ແຕ່ກ່ອນມີຄວາມສັມພັນແບບອາຈານກັບນັກສຶກສາສັ່ງສອນກັນ ແລະລະຫວ່າງສິດພີ່ກັບສຶດນ້ອງແນະນຳກັນ ບ່ແມ່ນນາຍຈ້າງກັບລູກຈ້າງ ຜູ້ປົກຄອງກັບຜູ້ຖືກປົກຄອງແມ້ແຕ່ພະທັມວິນັຍທີ່ພຣະພຸດທະເຈົ້າຕຣັສໄວ້ໃຫ້ເປັນສາສະດາແທນພຣະອົງ ກໍ້ມີຄວາມໝາຍວ່າໃຫ້ເປັນຄູແທນພຣະອົງ ບໍ່ແມນຜູ້ປົກຄອງ ພຣະພຸດທະເຈົ້າທ່ານແຕ່ງຕັ້ງສັງຄະຂຶ້ນມາເພື່ອໃຫ້ເປັນຊຸມຊົນທີ່ຕ່າງຊອຍເຫຼືອກັນໃນການຮຽນຮູ້ ການປະຕິບັດທຳສ້າງຄວາມດີ
ຄວາມໝາຍ
[ດັດແກ້]ສົງ ຫຼື ສັງຄະ ໃນພາສາປາລີແປວ່າ ໝູ່ ເຊັ່ນຄຳວ່າ ພິກສຸສົງ ໃຊ້ໝາຍຄວາມວ່າ ພິກສຸທັ້ງປວງກະໄດ້ ເຊັ່ນ "ຈີວອນນີ້ແມ່ນເປັນຂອງສົງ ຄວນສິຈັດພິທີສົງຖະຫວາຍ "
ເມື່ອໃຊ້ກັບຄຳວ່າ ພຣະ ເປັນ ພຣະສົງ ໝາຍຄວາມວ່າ ພິກສຸ ເຊັ່ນວ່າ "ມົນພະພິກສຸສົງມາສັນໃນງານມື້ນີ້ມີພຣະສົງມາຫຼາຍຄັກ" ຕາມພຣະວິນັຍ ພິກສຸຕັ້ງແຕ່ 4 ຮູປຂຶ້ນໄປຈຶງເອີ້ນວ່າ ສົງ ເຊັ່ນໃນຄຳວ່າ ສັງຄະກຳ ໝາຍເຖີງກຳທີ່ສົງ ຄື ພິກສຸຕັ້ງແຕ່ 4 ຮູປໄປເຮັດຮວມກັນ
ປະເພດຂອງພຣະສົງ
[ດັດແກ້]ພຣະໄຕຣປິດົກພາສາປາລີໄດ້ກ່າວເຖີງ ພຣະສົງໄວ້ 2 ປະເພດ ໄດ້ແກ່ ສາວົກສົງ ແລະ ພິກຂຸສົງ