ປ່າ​ສະ­ຫງວນ​ແຫ່ງ​ຊາດພູ​ຫີນ​ປູນ

ຈາກ ວິກິພີເດຍ

ປ່າ​ສະ­ຫງວນ​ແຫ່ງ​ຊາດພູ​ຫີນ​ປູນ (ຄຳເຄົ້າ: ປ່າສງວນແຫ່ງຊາຕພູຫີນປູນ[1]) ຕັ້ງ​ຢູ່​ແຂວງ​ຄຳ​ມ່ວນ ພາກ​ກາງ­ຂອງ​ລາວ​ເປັນ​ດິນແດນ​ທີ່​ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ທຳມະ​ຊາດ ແລະ ຊີ­ວະ​ນາໆພັນ ມີຫີນ​ປູນ​ທີ່​ເປັນ​ຈອມ​ຊໍ່​ຊອນ​ສະຫລັບ​ຊັບ­ຊ້ອນ​ກັນ ແລະ ມີ​ຮ່ອມ​ພູທີ່​ລຶກ​ລັບ ຫ່າງ​ໄກ​ຈາກ​ໂລກ​ພາຍ ນອກບັນ­ດາ​ຖ້ຳ ແລະ ສາຍ​ນ້ຳລຳ​ທານ​ທີ່​ເກີດ​ຂຶ້ນ​ແບບ​ມະ​ຫັດສະ​ຈັນ ພ້ອມ​ທັງ​ນ້ຳ​ອອກ​ບໍ່​ຕ່າງໆນຳ​ອີກ.

ພູ​ຫີນ​ປູນ ເປັນ​ເຂດ​ພູ​ສູງ​ລຽນກັນ​ຂຶ້ນ​ເປັນ​ຊັ້ນໆ​ມີ​ລັກ­ສະ­ນະ​ສູງຊັນ​ມີ​ເຫວ​ເປັນ​ບາງ​ບ່ອນ ແລະ ມີນ້ຳ​ອອກ​ບໍ່​ທີ່​ໄຫລ​ມາ​ຕາມ​ຮ່ອມ​ພູລົງ​ສູ່​ຫ້ວຍ​ດ້ານ​ລຸ່ມທັງ​ຫມົດ​ນີ້ ແມ່ນ​ປົກ​ຄຸມ​ໄປ​ດ້ວຍ​ປ່າ­ໄມ້​ຂຽວສະ​ອຸ່ມ​ຕະ­ຫລອດ​ປີ ນັບ​ວ່າ​ເປັນບ່ອນ​ເຕົ້າ­ໂຮມ​ຂອງ​ຝູງ​ສັດ​ທຸກຊະ­ນິດ​ກໍ່​ວ່າ​ໄດ້​ທີ່​ອາ­ໄສ​ໃນ​ເຂດປ່າ­ດົງ​ອັນ​ຕຶບ­ຫນາ​ແບບ​ນີ້, ທັງເປັນ​ເຮືອນ​ຮັງ​ຂອງ​ພວກ​ມັນ​ມາແຕ່​ດຶກ​ດຳ​ບັນ, ນອກ​ນັ້ນ ຍັງ​ມີຖ້ຳ​ນຳ​ອີກເປັນ​ທີ່​ພັກ​ອາ­ໄສ​ຂອງຊີ­ວະ​ນາໆພັນ​ທີ​ປະ­ກອບ​ດ້ວຍ​ພືດຜັກ ແລະ ພັນ​ສັດຫລາກ​ຫລາຍຊະ­ນິດ, ນອກ­ຈາກ​ເສືອ, ທະ­ນີ ທີ່ຫນ້າ​ຮັກ ແລະ ເຈຍ​ຫລາຍ​ຊະ­ນິດແລ້ວ ໃນ​ເຂດ​ສາຍ­ພູ​ແຫ່ງ​ນີ້​ຍັງ​ມີສັດ​ປະ­ເພດ​ຕ່າງໆ​ທີ່​ລ້ຽງ​ລູກດ້ວຍ​ນ້ຳ​ນົມ​ຜ່ານ​ການ​ສຳ​ຫລວດ ໂດຍ​ຄະ­ນະ​ທີມ​ງານ​ນັກ​ວິ­ທະ­ຍາສາດ ເມື່ອ​ບໍ່​ດົນ​ມາ​ນີ້​ຊີ້​ໃຫ້​ເຫັນ​ວ່າແຂວງ​ຄຳ​ມ່ວນ​ມີ​ຊື່​ສຽງແລະທ່າ­ແຮງ ​ທາງ​ດ້ານ​ຊັບ​ພະ­ຍາກອນ​ທຳ​ມະ​ຊາດ​ທີ່​ຫລາກ​ຫລາຍເປັນ​ພື້ນ­ຖານ​ໃຫ້​ແກ່​ການ​ພັດ​ທະນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງແຂວງ, ທັງ​ເປັນ​ທາງ​ຜ່ານ​ສິນ­ຄ້າຂອງ​ບັນ­ດາ​ປະ­ເທດ​ອ້ອມ​ຂ້າງນຳ​ອີກ.

ເຂດ​ປ່າ​ສະ­ຫງວນ​ແຫ່ງ​ຊາດພູ​ຫີນ​ປູນ ປະ­ກອບ​ດ້ວຍ​ທິວ​ທັດຂອງ​ພູ​ທີ່​ຊໍ່​ຊ້ອນ​ຢ່າງ​ຫລວງຫລາຍ​ຕາມ​ຮ່ອມ​ພູ ຖ້າ​ຫາກ​ເຮົາຈະ​ເດີນ­ທາງ​ເຂົ້າ​ໄປ​ໃນ​ຈຸດ​ທີ່​ຕັ້ງ ແລະ ສະ­ຖານ­ທີ່​ທ່ອງ​ທ່ຽວ​ອື່ນໆ ທ່ານ​ສາ­ມາດ​ເຂົ້າ​ໄປ​ເຖິງ​ໄດ້ ໂດຍ​ໃຊ້​ທາງ​ເລກ​ທີ 13 ໃຕ້ ຫລື ຈາກ​ບ້ານ​ນາ​ຫີນຕາມ​ທາງ​ເລກ 8 ບາງ​ຄັ້ງ​ອາດ​ຈະ​ຂີ່​ລົດ​ຈາກເມືອງ​ທ່າ​ແຂກ​ຕາມ​ທາງ​ເລກ​ທີ 12 ຢູ່​ທາງ​ທິດ­ໃຕ້ ຖ້າ​ຈະ​ເດີນທາງ​ຈາກ​ນະ­ຄອນ­ຫລວງ​ວຽງຈັນ ໄປ​ທ່ຽວ​ຊົມ​ເຂດ​ພູ​ຫີນ​ປູນທ່ານ​ສາ­ມາດ​ຂັບ​ລົດ​ໄປ​ຕາມທາງ​ເລກ​ທີ 13 ໃຕ້ ປະ­ມານ 4 ຫລື 5 ຊົ່ວ­ໂມງ​ກໍ່​ເຖິງ​ແລ້ວ ພິ­ເສດຈະ​ໄດ້​ເຮັດ​ກິດ­ຈະ­ກຳ​ໄດ້​ບໍ່​ວ່າ​ຈະເປັນ​ການ​ທ່ຽວ​ປ່າ, ລ່ອງ​ແພ, ປີນ​ເຂົາ ແລະ ທ່ຽວ​ຊົມ​ຖ້ຳ​ພູ​ຫີນປູນ​ໄດ້​ຕາມ​ສະ­ບາຍ ເພາະ​ເປັນສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງແລະມີ​ຖ້ຳ​ໃຫຍ່​ທີ່​ມະ­ຫັດ­ສະ­ຈັນໃນ​ເຂດ​ປ່າ​ສະ­ຫງວນ ​ແຫ່ງ​ນີ້.

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.