ປະເທດນິວຊີແລນດ໌

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ປະເທດນູແວນ ເຊລັງ)
ນິວ​ຊີ​ແລນ

New Zealand (ອັງກິດ)
Aotearoa (ມາວຣີ)
ທຸງຊາດນິວ​ຊີ​ແລນ
ທຸງຊາດ
ເຄື່ອງໝາຍຊາດຂອງນິວ​ຊີ​ແລນ
ເຄື່ອງໝາຍຊາດ
ເພງຊາດກັອດດີເຟນດ໌ນິວຊີແລນ
"ພຣະເຈົ້າຈົ່ງປົກປ້ອງນິວຊີແລນ"

ກັອດເຊບເດິຄິງ1
ທີ່ຕັ້ງຂອງນິວ​ຊີ​ແລນ
ເມືອງຫຼວງເວລລິງຕັນ
41°18′S 174°47′E / 41.300°S 174.783°E / -41.300; 174.783
ເມືອງໃຫຍ່ທີ່ສຸດອັອກແລນ2,3
ພາສາລັດຖະການພາສາອັງກິດ
ພາສາມາວຣີ
ພາສາມື4
ການປົກຄອງລັດດຽວ ລະບົບລັດຖະສະພາ ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ
ສົມເດັດພຣະເຈົ້າຊາລສ໌ທີ່ 3
ຊິນດີ້ ຄິໂຣ
ຈາຊິນດາ ອາຣ໌ເດີຣ໌ນ
ສະພານິຕິບັນຍັດລັດຖະສະພາ (ສະພາຜູ້ແທນລາຊະດອນ)
ເອກະລາດ 
26 ກັນຍາ 19075
1.6
ປະຊາກອນ
• ມີນາ 2024 ປະມານ
ເພີ່ມຂຶ້ນເປັນກາງ 5,195,590 (121)
• ສຳມະໂນປະຊາກອນ 2018
4,699,755[1]
GDP (ອຳນາດຊື້)2020 (ປະມານ)
• ລວມ
Decrease $205.541 ຕື້[2]
Decrease $41,072[2] (29)
GDP (ລາຄາຕະຫຼາດ)2563 (ປະມານ)
• ລວມ
Decrease $193.545 ຕື້[2]
Decrease $38,675[2] (23)
ຈີນີ (2562)Negative increase 33.9[3]
ປານກາງ
HDI (2019)Increase 0.931[4]
ສູງຫຼາຍ · 14
ສະກຸນເງິນໂລລານິວຊີແລນ
(NZD)
ເຂດເວລາUTC+12 (NZST6)
• ລະດູຮ້ອນ (ເວລາອອມແສງ)
UTC+13 (NZDT (ກັນຍາ - ເມສາ))
ຂັບລົດດ້ານຊ້າຍມື
ລະຫັດໂທລະສັບ64
ລະຫັດອິນເຕີເນັດ.nz

ນິວຊີແລນດ໌ (New Zealand) ຫຼື Aotearoa ໝາຍເຖິງດີນແດນເມຖະຍາວ ສີຂາວ ຫຼື Niu Tirenio ເຊິ່ງເປັນການທັບສັບຈາກພາສາອັງກິດ ແມ່ນປະເທດເກາະເຊິ່ງຕັ້ງຢູ່ມະຫາສະໜຸດປາຊີຟິກ ທາງຕາເວັນຕົກສຽງໃຕ້ ແລະ ປະກອບດ້ວຍ 2 ເກາະໃຫຍ່ແມ່ນ ເກາະເໜືອ ແລະ ເກາະໃຕ້ ນອກນັ້ນ ກໍ່ຍັງມີເກາະນ້ອຍ ໆ ອີກ ແລະ ມີນະຄອນຫຼວງຊື່ເວວລິງຕັນ. ນູແວນ​ເຊລັງແມ່ນປະເທດທີ່ຢູ່ຫ່າງໄກຈາກປະເທດອື່ນຫຼາຍທີ່ສຸດ ປະເທດທີ່ຢູ່ໃກ້ທີ່ສຸດແມ່ນອົດສະຕາລີ ເຊິ່ງຕັ້ງຢູ່ທາງຕາເວັນຕົກສຽງເໜືອຂອງເກາະໃຫຍ່ 2.000 ກິໂລແມັດ ໂດຍມີທະເລແທສມັນຂັ້ນກາງ ແຜ່ນດິນທີ່ຕິດທາງດ້ານໃຕ້ແມ່ນທະວີບອັງຕາກຕິກ ແລະທາງເໜືອນູແວນກາເລໂດນີ ຟີຈີແລະຕົງກາ.

ນູແວນ​ເຊລັງເຄີຍເປັນຫົງເມືອງຂອງອັງກິດດ້ວຍສົນທິສັນຍາ ໄວທັງກິ (Treaty of Waitangi) ເມື່ອປີ ຄ.ສ. 1840 ເຊິ່ງສັນຍາໄວ້ວ່າຈະໃຫ້ອິສະລະພາບໃນການປົກຄອງຕົນເອງ (complete chieftainship/tino rangatiratanga) ແກ່ຊາວມາວຣີຜູ້ເປັນຊາວພື້ນເມືອງຂອງປະເທດ. ໃນປະຈຸບັນຄວາມໝາຍທີ່ແນ່ນອນຂອງສົນທິສັນຍານີ້ຍັງຄົງແມ່ນຂໍ້ຜິດພາດ ແລະຍັງຄົງເປັນເລື່ອງທີ່ກໍ່ໃຫ້ເກີດການແບ່ງແຍກແລະຄວາມບໍ່ພໍໃຈ ແຕ່ປີ ຄ.ສ. 1840 ນູແວນ​ເຊລັງໄດ້ພັດທະນາຢ່າງຕໍ່ເນື່ອງ ຈົນເປັນປະເທດອິດສະລະທີ່ມີລັດທະສະພາໃນລະບອບປະຊາທິປະໄຕ ແລະຢູ່ພາຍໃຕ້ພະມະຫາກະສັດຂອງກະສັດແຫ່ງນູແວນ​ເຊລັງ ເຊິ່ງເປັນພະມະຫາກະສັດພະອົງດຽວກັບປະເທດອື່ນໃນເຄືອຈັກກະພົບ. ນູແວນ​ເຊລັງຮັບຜິດຊອບການຕ່າງປະເທດຂອງໝູ່ເກາະຄຸກແລະນີອູອີ ເຊິ່ງປົກຄອງຕົນເອງ ແລະປົກຄອງ ໂຕເກເລົາເປັນເມືອງຂື້ນ.

ເນື້ອທີ່ສ່ວນໃຫຍ່ຂອງນູແວນ​ເຊລັງມີພູມອາກາດອົບອຸ່ນ ແລະພູມິປະເທດມີຄວາມຫຼາກຫຼາຍແລະສວຍງານ ເສດຖະກິດຂອງນູແວນ​ເຊລັງເນັ້ນການຄ້າ ໂດຍມີພື້ນຖານຈາກກະສິກຳ ຊາວນູແວນ​ເຊລັງໂດຍທົ່ວໄປມັກການເດີນທາງ ແລະສະໜັບສະໜູນການຮ່ວມມືກັນລະຫວ່າງປະເທດແລະສິ່ງແວດລ້ອມ ກິດຈະກຳພາຍນອກ ແມ່ນກິດຈະກຳທີ່ນິຍົມກັນໂດຍສະເພາະກິລາຕ່າງໆຄື ຣັບບີ້ ຄຣິກເກັດ ແລະເບສບອນ ລວມເຖິງກິລາເອັສຕຣີມສະປອດແລະການຍ່າງມາຣາທອນ.

ຊື່ປະເທດ[ດັດແກ້]

ຄຳວ່າ ນູແວນເຊລັງ ໃນພາສາອັງກິດແມ່ນ New Zealand "ນິວຊີແລນ". ຄຳໃນພາສາລາວມາຈາກຊື່ປະເທດໃນພາສາຝະລັ່ງແມ່ນ Nouvelle-Zélande ເຊິ່ງແປວ່າ "ເຊລັງໃໝ່" (ນູແວນ "Nouvelle" ແປວ່າ ໃໝ່) ສ່ວນຄຳວ່າ ເຊລັງ (Zélande) ມາຈາກຄຳວ່າ Zeeland ໃນພາສາໂຮນລັງ ເຊິ່ງເປັນແຂວງໜຶ່ງຂອງປະເທດໂຮນລັງ ເຫດທີ່ມີຊື່ກ່ຽວຂ້ອງກັບແຂວງຂອງໂຮນລັງກໍຍ້ອນວ່ານັກສຳຫຼວດຊາວໂຮນລັງຊື່ວ່າ Abel Tasman ເປັນຊາວຕາເວັນຜູ້ທຳອິດທີ່ຄົ້ນພົບນູແວນເຊລັງ. ຫຼັງຈາກນັ້ນ ນັກສຳຫຼວດຊາວອັງກິດຊື່ ເຈມ ຄຸກ (James Cook) ກໍໄດ້ປ່ຽນການສະກົດແບບໂຮນລັງໃຫ້ເຂົ້າກັບການສະກົດແບບພາສາອັງກິດ.

ປະຫວັດສາດ[ດັດແກ້]

ການເມືອງ[ດັດແກ້]

ລັດຖະບານ[ດັດແກ້]

ສະພາບແວດລ້ອມ[ດັດແກ້]

ພູມສາດ[ດັດແກ້]

ອາກາດ[ດັດແກ້]

ເສດຖະກິດ[ດັດແກ້]

ປະຊາກອນສາດ[ດັດແກ້]

ປະເທດນູແວນເຊລັງມີປະຊາກອນປະມານ 4,401,916 ຄົນ (ກວດສອບເມື່ອປີ ຄ.ສ. 2014)[5].

ເຊື້ອຊາດແລະການອົບພະຍົບ[ດັດແກ້]

ພາສາ[ດັດແກ້]

ຊາວນູແວນເຊລັງສ່ວນຫຼາຍເວົ້າພາສາອັງກິດເປັນພາສາແມ່ ໂດຍເປັນພາສາທີ່ເວົ້າໂດຍ 98% ຂອງປະຊາກອນປະເທດ[6]. ພາສາອັງກິດສຳນຽງນູແວນເຊລັງມີລັກສະນະຄ້າຍຄຶງກັບພາສາອັງກິດສຳນຽງອົດສະຕາລີ ຍ້ອນວ່າທັງສອງມີປະຫວັດຄວາມເປັນມາທີ່ໃກ້ຄຽງກັນ.

ນອກຈາກພາສາອັງກິດ ພາສາທີ່ເວົ້າອີກພາສານຶ່ງແມ່ນພາສາມາວຣີ ແມ່ນພາສາຂອງຊາວພື້ນເມືອງມາວຣີ ເຊິ່ງເປັນຜູ້ຢູ່ອາໄສກ່ອນທີ່ຊາວອັງກິດອົບພະຍົບມາຢູ່ນູແວນເຊລັງ. ມີຊາວພື້ນເມືອງມາວຣີທັງໝົດ 599,000 ຄົນ ແຕ່ມີຜູ້ເວົ້າພາສາມາວຣີປະມານ 148,000 ພາຍໃນປະເທດ (ປີ ຄ.ສ. 2013) ແລະ ມີ 100,000 ຄົນທີ່ອ້າງວ່າຕົນຟັງອອກແຕ່ເວົ້າບໍ່ໄດ້ (ປີ ຄ.ສ. 1995)[7].

ການສຶກສາ[ດັດແກ້]

ສາສະໜາ[ດັດແກ້]

ວັດທະນະທຳ[ດັດແກ້]

ວັດທະນະທຳຂອງປະເທດນູແວນເຊລັງສ່ວນຫຼາຍມີຮາກເຫງົ້າມາຈາກຮີດຄອງປະເພນີຂອງຊາວອັງກິດແລະຊາວເອີລົບອື່ນ ໆ ເຊິ່ງປະສົມປະສານດ້ວຍປະເພນີຂອງຊາວມາວລີແລະຊາວໂປລີເນຊີ.

ສິລະປະ[ດັດແກ້]

ວັນນະກຳ[ດັດແກ້]

ສື່ແລະບັນເທີງ[ດັດແກ້]

ກິລາ[ດັດແກ້]

ອ້າງອີງ[ດັດແກ້]

  1. "2018 Census population and dwelling counts". Statistics New Zealand. 23 ກັນຍາ 2019. Retrieved 25 ກັນຍາ 2019.
  2. 2.0 2.1 2.2 2.3 "Report for Selected Countries and Subjects: October 2020". International Monetary Fund. Retrieved 21 October 2020.
  3. "Household income and housing-cost statistics: Year ended June 2019". Statistics New Zealand. Table 9. Archived from the original (XLSX) on 24 February 2020. Retrieved 24 February 2020.
  4. "Human Development Report 2020" (PDF). United Nations Development Programme. December 15, 2020. Retrieved December 15, 2020.
  5. Central Intelligence Agency. The World Factbook. /library/publications/the-world-factbook
  6. "QuickStats About Culture and Identity: Languages spoken". Statistics New Zealand. March 2006. Archived from the original on 13 ພະຈິກ 2009. Retrieved 20 February 2008.
  7. Lewis, M. Paul, Gary F. Simons, and Charles D. Fennig (eds.). 2014. Ethnologue: Languages of the World, Seventeenth edition. Dallas, Texas: SIL International. Online version: http://www.ethnologue.com.