ປະລະມະນູ

ຈາກ ວິກິພີເດຍ
Helium atom QM.svg

ປະລະມະນູ ຫຼື ອາຕອມ ແມ່ນຫົວໜ່ວຍຟື້ນຖານອັນໜຶ່ງ ເຊິ່ງປະກອບດ້ວຍ ນິວເຄຣຍຢູ່ໃຈກາງ ແລະ ອ້ອມຮອບດ້ວຍກຸ່ມເມກເອເລັກຕຣົງທີ່ມີໄຟຟ້າບັນຈຸລົບ. ນິວເຄຣຍຢູ່ໃຈກາງຂອງອາຕອມ ບັນຈຸ ໂປຣຕົງທີ່ມີໄຟຟ້າບວກ ແລະ ນິວຕຣົງທີ່ມີໄຟຟ້າເປັນກາງ(ຍົກເວັ້ນໃນກໍລະນີຂອງທາດຮິໂດຣ ​-1ທີ່ມີພຽງແຕ່ໂປຣຕົງ ແຕ່ບໍ່ມີນິວຕຣົງ). ເອເລັກຕຣົງ ຢູ່ອອ້ມນິວເຄຣຍໄດ້ໂດຍແຮງໄຟຟ້າແມ່ເຫຼັກ. ຫຼາຍອາຕອມ ສາມາດຕິດຕໍ່ເຂົ້າກັນ ແລະ ປະກອບເປັນໂມເລກຸນ. ອາຕອມທີ່ມີຈຳນວນໂປຣຕົງ ແລະ ເອເລັກຕຣົງເທົ່າກັນ ຈະມີໄຟຟ້າເປັນກາງ, ຖ້າບໍ່ເທົ່າກັນ ມັນຈະມີໄຟຟ້າບວກຫຼືໄຟຟ້າລົບ ແລະ ເອີ້ນວ່າ ອີອົງ(ion).ອາຕອມຖຶກຈັດແບ່ງຕາມຈຳນວນໂປຣຕົງ ແລະ ນິວຕຣົງ ຢູ່ໃນ ນິວເຄຣຍ, ຈຳນວນໂປຣຕົງ ກຳນົດທາດເຄມີ, ແລະ ຈຳນວນນິວຕຣົງ ກຳນົດ ອິໂຊໂທບຂອງທາດ.

ຄຳວ່າອາຕອມ ມີທີມາຈາກພາສາກຣິກ(Greek) ເຊີ່ງມີຄວາມໝາຍວ່າ ບໍ່ສາມາດຕັດຫຼືແບ່ງໃຫ້ນ້ອຍລົງອີກໄດ້. ທັດສະນະກ່ຽວກັບອາຕອມໃນນາມເປັນສ່ວນປະກອບຂອງວັດຖຸທີ່ບໍ່ສາມາດເບິ່ງເຫັນ ຖືກສະເໜີໂດຍນັກປັດຊະຍາຊາວອິນເດຍແລະກຣິກໃນສະໄໝເກົ່າ.ໃນສະຕະວັດທີ່17 ແລະ ທີ່18,ນັກເຄມີສາດຫຼາຍຄົນໄດ້ໃຫ້ຟື້ນຖານດ້ານຟີຊິກກັບທັດສະນະຄວາມຄິດນີອິ້ ໂດຍສະແດງໃຫ້ເຫັນວ່າ ບໍ່ສາມາດເຮັດໃຫ້ມູນທາດໃດໜຶ່ງແຕກນ້ອຍລົງໄປກ່ວານັ້ນໄດ້ດ້ວຍວິທີທາງດ້ານເຄມີ.ແຕ່ວ່າລະຫວ່າງທ້າຍສະຕະວັດທີ່19 ແລະຕົ້ນສະຕະວັດທີ່20, ນັກຟີຊິກສາດໄດ້ຄົ້ນພົບສ່ວນປະກອບຂອງອາຕອມ ແລະ ໂຄງສ້າງພາຍໃນຂອງອາຕອມ.ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ ອາຕອມສາມາດແບ່ງລົງໄດ້ອີກ.ທິດສະດີ ຄວານຕຳເມຄານິກ(Quantum mechanics)ສາມາດນຳໃຊ້ ເພື່ອອະທິບາຍແບບຂອງອາຕອມ ໄດ້ຢ່າງປະສົບຜົນສຳເລັດ.

ວັດຖຸທຸກສິ່ງທຸກຢ່າງທີ່ຢູ່ອ້ອມຂ້າງພວກເຮົາລ້ວນແລ້ວແຕ່ປະກອບສ້າງມາຈາກອາຕອມທີ່ແຕກຕ່າງກັນ. ແຕ່ວ່າພວກເຮົາ ບໍ່ສາມາດເບິ່ງແຕ່ລະອາຕອມໄດ້ ເພາະວ່າອາຕອມເປັນສິ່ງທີ່ນ້ອຍຫຼາຍ ແລະມີ ມວນສານນ້ອຍຫຼາຍ.