ແຂວງບໍ່ແກ້ວ

ຈາກ ວິກິພີເດຍ
(ໂອນມາຈາກ ບໍ່ແກ້ວ)
ແຂວງບໍ່ແກ້ວ
ຂໍ້ມູນທົ່ວໄປ
ແຜນທີ່ແຂວງບໍ່ແກ້ວ
ຊື່ພາສາລາວ ແຂວງບໍ່ແກ້ວ
ເມືອງເອກ ຫ້ວຍຊາຍ
ISO 3166-2 LA-BK
ຂໍ້ມູນສະຖິຕິ
ເນື້ອທີ່ 6,196 km²
ປະຊາກອນ 157,442 (2008 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ 25 ຄົນ/km²

ແຂວງບໍ່ແກ້ວ (ອັງກິດ: Bokeo Province) ເປ້ນແຂວງໜຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງທິດຕະເວັນຕົກສຽງເໜືອຂອງລາວ ເປັນແຂວງທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະ ຍັງຢູ່ໃນເຂດສາມຫຼ່ຽມຄຳອີກດ້ວຍ. ​ເຂດ​ນີ້ ​ເຄີຍ​ມີ​ບົດບາດອັນ​ສຳຄັນ​ອັນ​ຍິ່ງ​​ໃຫຍ່ ທາງ​ດ້ານປະຫວັດສາດ ​ໃນ​ສະ​ໄຫມ​ສັດຕະວັດ ທີ 20. ມີຮ່ອງຮອຍ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ທາງ​ດ້ານ​ສາດສະຫນາ​, ການ​ປົກຄອງ, ກະສັດ, ປະຫວັດ​ດ້ານ​ສົງຄາມ ​ແລະ ການ​ຄ້າ ໃນ​ສະ​ໄຫມ​ກ່ອນ, ພ້ອມ​ທັງ​ປູຊະນີຍະສະຖານ, ອະຣິຍະ​ທຳ​ອັນ​ລ້ຳ​ຄ່າ​, ສະຖາປັດຕະຍະກຳ​ອັນ​ເປັນ​ເອກະລັກ ​ແລະ ວັດວາອາ​ຮາມ​ທີ່​ເກົ່າ​ແກ່ ທີ່​ຫນ້າ​ສົນ​ໃຈຫລາຍ​ແຫ່ງ. ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີພູດອຍກວມເປັນສ່ວນໃຫຍ່ ມີເນື້ອທີ່ທັງໝົດ 6.196 ກິໂລຕາ ແມັດ, ເນື້ອທີ່ ມີ 47.820 ເຮັກຕາ ມີພົນລະເມືອງທັງໝົດ 150,000 ຄົນ ຍິງ 7.366 ຄົນ ມີ 291 ບ້ານ ແລະ 27,606 ຄົວເຮືອນ. ແຂວງບໍ່ແກ້ວ ປະກອບ ດ້ວຍຫຼາຍຊົນເຜົ່າຄື: ໄຕ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີ, ກຶມມຸ ຯລຯ

ແຂວງ​ບໍ່​ແກ້ວ ​ແມ່ນ​ເສັ້ນທາງ ​ເຊື່ອມ​ຕໍ່ ​ທາງ​ດ້ານເສດຖະກິດ ​ເຫ​ນືອ-​ໃຕ້ ທີ່​ສຳຄັນ ລະຫວ່າງ ປະ​ເທດ ​ໄທ ​ແລະ ສປ ຈີນ. ​ເສັ້ນທາງ​ລະດັບ​ພາກພື້ນ ​ໄດ້ຖືກ​ສ້າງ​ສຳ​ເລັດ​ແລ້ວ, ປັດຈຸບັນ ຂົວ​ມິດຕະພາບ ຂ້າມ​ແມ່​ນ້ຳຂອງ ​ແຫ່ງ​ທີ 4 ກໍາລັງ​ກໍ່ສ້າງ ​ແລະ ຄາດ​ວ່າ ຈະ​ສຳ​ເລັ​ດພາຍ​ໃນ​ປີ 2012, ເຊິ່ງຈະ​ສາມາດ​ເຊື່ອມ​ຕໍ່ລະບົບ​ຄົມມະນາຄົມຂົນ​ສົ່ງ ລະຫວ່າງ ຂຸນ​ຫມິ​ງ (ສປ ຈີນ) ​ແລະ ບາງກອກ (ປະ​ເທດ​ໄທ) ​ເພື່ອເຊື່ອມໂຍງເສດຖະກິດລະຫວ່າງ 3 ປະເທດ ເຊິ່ງຄາດ​ວ່າ ຈະ​ເປັນ​ໂອກາດ ​ແລະ ສິ່ງ​ກະຕຸກ​ຊຸກຍູ້ ​ໃຫ້​ບັນດາ​ຂະ​ແຫນງ​ການ​ຕ່າງໆ ທາງ​ດ້ານ​ເສດຖະກິດ ​ໄດ້​ຮັບ​ການ​ພັດທະນາ ​ແລະ ຂະຫຍາຍຕົວ​ໄດ້​ຢ່າງ​ໄວວາ.


ເນື້ອໃນ

[ດັດແກ້] ປະຫວັດແຂວງບໍ່ແກ້ວ

  • ແຂວງບໍ່ແກ້ວໄດ້ແຍກມາຈາກແຂວງຫົວຂອງ ( ແຂວງຫົວຂອງໄດ້ຖຶກຍຸບລົງເປັນ 2 ແຂວງ ) ແມ່ນພື້ນທີ່ແຂວງຫຼວງນ້ຳທາ ແລະ ບໍ່ແກ້ວໃນປັດຈຸບັນ ມາຕັ້ງເປັນແຂວງໃໝ່ ແລ້ວຕັ້ງເມືອງຫ້ວຍຊາຍ ເຊິ່ງເປັນເມືອງເອກຂອງແຂວງຫົວຂອງເດີມເປັນເມືອງເອກຂອງແຂວງບໍ່ແກ້ວ ຕໍ່ມາໃນປີ ພ.ສ. 2534 ໄດ້ມີການໂອນ ເມືອງປາກທາ ແລະ ເມືອງຜາອຸດົມຈາກ ແຂວງອຸດົມໄຊ ມາຂຶ້ນກັບແຂວງບໍ່ແກ້ວ. ຫລັງ​ຈາກສົງ​ຄາມ​ອິນດູຈີນ ​ໃນ​ຊ່ວງ​ປີ 1960 ​ແລະ 1970, ບໍ່​ແກ້ວ​ໄດ້​ກາຍ​ເປັນ​ຖານ​ທີ່​ຫມັ້ນ ຂອງ​ກອງທັບ​ຕ່າງ​ຊາດ, ​ໂດ​ຍສະ​ເພາະ​ ແມ່ນ​ເຂດ​ນ້ຳ​ຍູ້ ​ເມືອງ ເມິງເຊິ່ງຢູ່​ທາງ​ເຫນືອ ຂອງ​ເມືອງ ຫ້ວຍ​ຊາຍ ​ແມ່ນ​ຖານ​ທີ່​ຫມັ້ນ ຂອງກອງທັບ​ສະຫະລັດ ອະ​ເມ​ລິ​ກາ​ໃນ​ສະ​ໄຫມ​ນັ້ນ, ​ເຊິ່ງປັດຈຸບັນ​ຮ່ອງຮອຍ​ທີ່​ພົບ​ເຫັນ​ມີ ຄ້າຍ ທີ​ປະກອບ​ດ້ວຍ ຫ້ອງ​ຄຸມ​ຂັງ​ນັກ​ໂທດ.
  • ໃນ​ປີ 1890 ມີ​ຄົນ​ຈາກ​ລັດສານ​ຈາກ​ພະ­ມ້າ ເຊິ່ງ​ເປັນ​ນັກ​ຂຸດຊອກ​ແຮ່​ໄດ້​ພົບ​ເມັດ​ຫີນ​ສີ­ດຳ​ທີ່ເອີ້ນ ວ່າ​ນິນ ທີ່​ເຂດ​ຊຽງ​ຂອງຫ້ວຍ​ຊາຍ, ເຊິ່ງ​ເປັນ​ເຂດ​ທີ່​ນ້ຳຂອງ​ໄຫລ​ຜ່ານ​ໄທ ແລະ ລາວ. ດ້ວຍ​ຄວາມ​ອົດ­ທົນ​ພວກ​ເຂົາ​ສືບຕໍ່​ຊອກ​ຄົ້ນ​ດ້ວຍ​ຄວາມ​ເອົາ­ໃຈ­ໃສ່​ໃນ​ເຂດ​ພື້ນ​ທີ່​ດັ່ງ­ກ່າວ ແລະ ກໍ​ໄດ້​ພົບ​ແກ້ວ​ໄພ­ລິນ.

ຕາມ​ຂໍ້​ມູນ​ບັນ­ທຶກ​ການ​ຄົ້ນພົບ​ແກ້ວ​ໄພ­ລິນ​ທີ່​ຫ້ວຍ​ຊາຍຂອງ ທ່ານ​ເຮີ​ເບີກ ວາ​ຣິງ​ຕັນ ສະ​ມິດ Hervert Waringston Smyth ກ່ອນ​ຊຸມ​ປີ 1867 ແລະ ໃນ​ປີ 1943. ທ່ານ​ສະ​ມິດ ເປັນ​ຄົນ​ທີ່​ຖືກ​ທາງ​ກົມ​ບໍ່​ແຮ່​ຂອງສະ­ຫຍາມ​ຈ້າງ​ໃຫ້​ມາ​ສຶກ​ສາຕາມ​ຄຳ​ສັ່ງ​ຂອງ​ເຈົ້າ​ຊີ­ວິດ​ໄທ ເພື່ອ​ລາຍ​ງານ​ກ່ຽວ​ກັບ​ການ​ຄົ້ນພົບ​ບໍ່​ແກ້ວ​ທີ່​ເຂດ​ຊຽງ​ຂອງ, ທ່ານ​ໄດ້​ມາ​ເຖິງ​ເຂດ​ບໍ່​ຂຸດ​ຄົ້ນ​ໃນເດືອນ​ມັງ­ກອນ​ປີ 1893.

ໃນ​ບົດ​ລາຍ​ງານ​ທ່ານ​ໄດ້ ຂຽນ​ບັນ­ທຶກ​ໄວ້​ວ່າ “ເມັດ​ແກ້ວຖືກ​ຄົ້ນ​ພົບ​ໃນ​ແຜ່ນ​ຜະ­ຫນັງ​ຂອງຫີນ​ບາ​ຊານ​ທີ່​ເປັນ​ລັກ­ສະ­ນະ​ເປັນແຜ່ນ​ທີ່​ພົ້ນ​ຂຶ້ນ​ໃຫ້​ເຫັນ​ຕາມ​ພື້ນແມ່­ນ້ຳ​ໂງ (Nam Ngau)ເຊິ່ງ​ເປັນ​ສາ­ຂາ​ແມ່­ນ້ຳ​ໃຫຍ່​ສາຍຫນຶ່ງ​ທີ່​ໄຫລ​ມາ​ຈາກ​ທິດ­ເຫນືອ. ບັນ­ດາ​ສັນ­ພູ​ທາງ​ຊ້າຍ​ມື​ທີ່​ເປັນເປີ້ນ​ຄ້ອຍ​ຕ່ຳ​ລົງ​ມາ​ໃນ​ລະ­ຍະ​ທີ່ໄກ​ພໍ​ສົມ­ຄວນ, ແລະ ບໍ­ລິ­ເວນ​ພື້ນທີ່​ນີ້​ເອງ​ເປັນ​ພື້ນ​ທີ່​ປະ­ກອບ​ໄປ​ດ້ວຍ​ຫີນ​ສີ­ດຳ​ທີ່​ມີ​ຫີນ​ແຮ່​ເກີດ​ຢູ່​ນຳ, ບ່ອນ​ທີ່​ຫີນ​ມີ​ລັກ­ສະ­ນະຂອງ​ແຮ່​ແກ້ວ​ເກີດ​ຢູ່​ນຳ​ນັ້ນ​ຍັງບໍ່​ທັນ​ສາ­ມາດ​ກຳ­ນົດ​ໄດ້​ເທື່ອ, ຄ້າຍ­ຄື​ວ່າ ບ່ອນ​ເຄົ້າ​ກຳ­ເນີດ​ຂອງຫີນ​ທີ່​ມີ​ແກ້ວ​ເກີດ​ຢູ່​ນຳ​ນັ້ນ​ຖືກ​ພົບ​ປົນ​ຢູ່​ຕາມ​ກ້ອນ​ຫີນ​ທີ່​ສາຍນ້ຳ​ໄຫລ​ເຊາະ​ມາ​ຈາກ​ບໍ­ລິ­ເວນເປີ້ນ­ພູ, ຄວາມ​ໜາ​ຂອງ​ຊັ້ນ​ຫີນ​ກວດ​ທີ່​ປົນ​ເມັດ​ແກ້ວ​ນັ້ນ​ມີ​ປະມານ 5 ຫາ 20 ນິ້ວ ແລະ ປະກອບ​ດ້ວຍ​ເມັດ​ຫີນ​ຄວັກ ແລະ ຊິ້ນ​ສ່ວນ​ຂອງ​ເມັດ​ແກ້ວ​ປະ​ປົນຢູ່​ນຳ. ຊັ້ນ​ຫີນ​ທີ່​ປົດ​ຢອງ​ເທິງ​ເປັນດິນ­ດາກ​ສີ­ແດງ ເຊິ່ງ​ມີ​ຄວາມຫນາ​ສະ­ເລ່ຍ​ປະ­ມານ 3 ແມັດ​ອັນ ເປັນ​ບ່ອນ​ທີ່​ພວກ​ຄົນ​ພະ­ມ້າ​ພາກັນ​ຂຸດ ແລະ ພົບ​ເມັດ​ແຮ່​ທີ່​ເປັນແກ້ວ​ດັ່ງ­ກ່າວ. ຂຸມ​ສ້າງ​ທີ່​ຂຸດ​ມີຄວາມ​ກວ້າງ​ຂະ­ຫນາດ 3 ແມັດ ການ​ພົບ­ພໍ້​ແຮ່​ແກ້ວ​ປະ­ເສີດ​ທີ່ຫ້ວຍ​ຊາຍ​ຮູ້​ກັນ​ມາ​ຕັ້ງ­ແຕ່​ປີ 1890, ຍ້ອນ​ການ​ພົບ­ພໍ້​ໃນ​ປະ­ລິມານ​ທີ່​ຫນ້ອຍ, ຈິ່ງ​ບໍ່​ຄ່ອຍ​ຮູ້­ຈັກ​ຄວາມ​ແທ້​ຈິງ​ຂອງ​ມັນ​ສ່ຳ​ໃດ. ມີ​ການ​ເລີ່ມ​ຕົ້ນ​ຂຸດ​ຄົ້ນ​ໃຫມ່​ອີກພຽງ​ເລັກ​ນ້ອຍ​ໃນ​ຊຸມ​ປີ 1960. ມີ​ການ​ຂຸດ​ຄົ້ນ​ແຮ່​ແກ້ວ​ໄພ­ລິນ ໂດຍ​ບໍ­ລິ­ສັດ​ນ້ອຍໆ​ຢ່າງ​ຫລວງຫລາຍ​ມີ​ທັງ​ການ​ຂຸດ​ຮ່ອນ​ເອົາ​ແບບ​ທັນ​ສະ­ໄຫມ​ປົນ​ເປ​ໄປ​ນຳ. ຈາກ​ນັ້ນ​ໃນ​ປີ 1970 ແລະ 1980 ຈິ່ງ​ມີ​ການ​ຟື້ນ​ຟູ​ການ​ຂຸດ​ຄົ້ນ ແກ້ວ​ໄພ­ລິນ​ຢູ່​ເມືອງ​ຫ້ວຍ​ຊາຍເປັນ​ຮູບ​ເປັນ​ຮ່າງ​ແບບ​ອຸດ­ສາ­ຫະ­ກຳ​ຂຶ້ນ​ມາ.

ແຕ່​ວ່າ ນັບ​ແຕ່​ປີ 1960 ເປັນ ຕົ້ນ​ມາ​ໄດ້​ມີ​ຫລາຍ​ບໍ­ລິ­ສັດ​ນ້ອຍໆ ເຂົ້າ​ມາ​ສ່ຽງ​ໂຊກ​ທຳ​ການ​ຂຸດຄົ້ນ, ຮວມ​ທັງ​ບໍ­ລິ­ສັດ​ຂອງ​ປະ ເທດ​ເຊັກ​ໂກ­ສະ​ໂລ​ວາ​ກີ, ເກົາຫລີ ແລະ ໄທເຂົ້າ​ມາ.ສຳ­ ລັບ​ແກ້ວໄພ­ລິນ​ຂອງ​ລາວ​ສ່ວນ​ຫລາຍເປັນ​ເມັດ​ນ້ອຍ ເມື່ອ​ທຽບ­ໃສ່ກັບ​ແກ້ວ​ໄພ­ລິນ​ຂອງ​ປະ­ເທດ​ສີ ລັງ­ກາ ເຊິ່ງ​ເປັນ​ເມັດ​ໃຫຍ່ ແລະ ຕີ​ຕະ­ຫລາດ​ໄດ້​ດີ​ກວ່າ. ໃນ​ປີ 2006 ມີ​ການ​ສືບ­ຕໍ່​ຂຸດ​ຄົນ​ໂດຍຄົນ​ທ້ອງ­ຖິ່ນ. ຈາກ​ນັ້ນ ໃນ​ປີ 2009 ບໍ­ລິ­ສັດ​ຈີນ​ຈາກ​ໄຕ້​ຫວັນ Sino Resources MiningCo. (SinoRMC) ໄດ້​ມາ​ທຳການ​ລົງ­ທຶນ​ຂຸດ​ຄົ້ນ​ໃນ​ເຂດ​ຫ້ວຍນ້ຳ​ຮໍ Nam Hoor, ຫ້ວຍ​ສາລາ Haoy Sala, ຫ້ວຍ​ມອນ Haoy Mone, ແລະ ຫ້ວຍຕາບ Haoy Tab. ແລະ ພື້ນທີ່​ຕໍ່​ໄປ​ທີ່​ຈະ​ທຳ​ການ​ສຳ​ຫລວດແມ່ນ​ໄປ​ສັນ­ພູ​ຂອງ​ຫ້ວຍ​ຫົງ​ແຍງ Hong Nheng.ບໍ­ ລິ­ສັດ​ດັ່ງ­ກ່າວນີ້ ຄາດ​ວ່າຈະ​ຜະ­ລິດ​ແກ້ວ​ໄພ­ລິນທີ່​ບໍ່​ທັນ​ເຈັຍ­ລະ­ໄນ​ໃຫ້​ໄດ້ 200 ກິ​ໂລ​ຕໍ່​ເດືອນ. ແກ້ວ​ໄພ­ລິນ​ຂອງລາວ​ໂດຍ​ທົ່ວ​ໄປ​ມີ​ຂະ­ຫນາດ​ສອງກາ​ຣັດ carats ຫລັງ​ຈາກ​ຕັດ ຫລື ເຈັຍ­ລະ­ໄນ​ສຳ­ເລັດ​ແລ້ວ, ເຊິ່ງ​ສ່ວນ​ໃຫຍ່​ຈະ​ມີ​ຂະ­ຫນາດໃຫຍ່ 3 ມິນ​ລີ​ແມັດ ແລະ ນ້ອຍລົງ​ໄປ​ສີ​ຂອງ​ມັນ​ເປັນ​ສີ​ທີ່​ຂ້ອນ ຂ້າງ​ງົດ​ງາມ ແຕກ​ຕ່າງ​ກັນ​ໄປ.

  1. (ຫມາຍ­ເຫດ: ອັດ­ຕາ​ແລກປ່ຽນ​ເງິນ​ບາດ​ສະ­ຫຍາມ ແລະ ເງິນ​ຣູ​ປີ ຂອງ​ອິນ​ເດຍ​ໃນ​ປີ ຄ.ສ 1895 ເທົ່າ​ກັບ: 5 ບາດ ຕໍ່ 7 ຮູ​ປີ.)
  • ໃນອະດີດ ຊາວງ້ຽວກຸ່ມໜຶ່ງຈາກເມືອງໝອກໃໝ່ ໄດ້ມາຄົ້ນຫາເພັດພອຍ ທີ່ມີຄ່າ ຕາມສອງຝັ່ງແມ່ນ້ຳຂອງ ຈາກປາກນ້ຳເກິ່ງຈົນເຖິງຫ້ວຍຊາຍໃຫຍ່, ຫ້ວຍຊາຍນ້ອຍ ແລະ ປາກຫ້ວຍຫ່າຍ (ຫ້ວຍຜາຄຳ) ເມື່ອພົບແລ້ວໄດ້ກັບໄປລາຍງານເຈົ້າຟ້າຂຸນຈິ່ງ ທີ່ເມືອງໝອກໃໝ່ ໃນເວລາຕໍ່ມາ ເຈົ້າຟ້າຂຸນຈິ່ງ ຈຶ່ງຍ້າຍຜູ້ຄົນ 46 ຄອບຄົວ ມາຕັ້ງຖິ່ນຖານທີ່ເມືອງຫ້ວຍຊາຍ ເພື່ອຂຸດຄົ້ນ ຫີນມີຄ່າ ແລະ ຂາຍເປັນສິນຄ້າ ບໍລິເວນ ດັ່ງກ່າວຈຶ່ງເອີ້ນວ່າ ບໍ່ແກ້ວ.

[ດັດແກ້] ທີ່ຕັ້ງ

• ທິດເໜືອ ຕິດກັບ ແຂວງຫຼວງນ້ຳທາ ຍາວ 100 ກ.ມ

• ທິດຕະເວັນອອກ ຕິດກັບ ແຂວງອຸດົມໄຊ ຍາວ 100 ກ.ມ ແລະ ແຂວງໄຊຍະບູລີ ຍາວ 35 ກ.ມ

• ທິດຕະເວັນຕົກ ຕິດກັບ ລັດສານ ປະເທດມຽນມາ ຍາວ 98 ກ.ມ

• ທິດໃຕ້ ຕິດກັບ ຈັງຫວັດຊຽງຣາຍ ປະເທດໄທ ຍາວ 145​ ກ.ມ

[ດັດແກ້] ບັນດາເມືອງ

  1. 05-01 ເມືອງຫ້ວຍຊາຍ (Hoüayxay)
  2. 05-02 ເມືອງຕົ້ນເຜິ້ງ (Tonpheung)
  3. 05-03 ເມືອງເມິງ (Meung)
  4. 05-04 ເມືອງຜາອຸດົມ (Pha Oudom)
  5. 05-05 ເມືອງປາກທາ (Paktha)

[ດັດແກ້] ສະພາບເສດຖະກິດ-ສັງຄົມ

ແຂວງບໍ່ແກ້ວ ມີການຜະລິດເຂົ້າ, ສາລີ, ຫມາກເດືອຍ, ພືດຕະກຸນຖົ່ວ. ສຳລັບການຜະລິດເຂົ້າກິນໃນທົ່ວແຂວງບັນລຸໄດ້ 94,134 ໂຕນ, ໃນເນື້ອທີ່ 25.941,26 ເຮັກຕາ, ຖ້າທຽບໃສ່ປີ 2009 ເພີ່ມຂຶ້ນ 2.126 ໂຕນເທົ່າກັບ 2,31% ໃນນັ້ນເຂົ້ານາປີຜົນຜະລິດໄດ້ 63.298,1 ໂຕນ ໃນເນື້ອທີ່ 14.421,5 ເຮັກຕາ, ເຂົ້ານາແຊງຜົນຜະລິດໄດ້ 11,663 ໂຕນ, ໃນເນື້ອທີ່ 2,674,09 ເຮັກຕາ, ເຂົ້າເນີນສູງຜົນຜະລິດໄດ້ 18,436,7 ໂຕນ, ໃນເນື້ອທີ່ 8,779,38 ເຮັກຕາ, ເຂົ້າໄຮ່ເລື່ອນລອຍຜົນຜະລິດໄດ້ 138,66 ໂຕນ, ໃນເນື້ອທີ່ 66,29 ເຮັກຕາ. ທົ່ວ ແຂວງສະເລ່ຍລາຍຮັບເຂົ້າ ເປືອກໄດ້ 524 ກິໂລ/ຄົນ/ປີ. ວຽກງານພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ຂົວແມ່ນໄດ້ຂະ ຫຍາຍອອກຢ່າງຫລວງຫຼາຍປະຈຸບັນບ້ານໃນທົ່ວແຂວງທີ່ມີເສັ້ນທາງເຂົ້າເຖິງກວມ 86,97% ຂອງຈຳນວນບ້ານທັງໝົດ. ໃນນີ້ບ້ານທີ່ມີເສັ້ນທາງໄດ້ 2 ລະດູກວມ 71,91%, ບ້ານທີ່ມີເສັ້ນທາງທຽວໄດ້ລະດູດຽວກວມ 15,06% ແລະ ບ້ານທີ່ບໍ່ມີເສັ້ນທາງເຂົ້າເຖິງ 13,03% ຂອງຈຳນວນບ້ານທັງຫມົດ, ວຽກງານພະລັງງານບໍ່ແຮ່, ມີຫລາຍບ້ານ - ກຸ່ມ ບ້ານໄດ້ຊົມໃຊ້ໄຟຟ້າຖາວອນ. ມາຮອດປະຈຸບັນກຸ່ມບ້ານທີ່ໄດ້ຊົມໃຊ້ໄຟຟ້້າແລ້ວ 42 ກຸ່ມ ບ້ານ, ບ້ານທີ່ໃຊ້ໄຟຟ້າຖາວອນແລ້ວ 198 ບ້ານ ເທົ່າກັບ 70,46% ຂອງຈຳນວນ ບ້ານທັງຫມົດ, ທຽບໃສ່ປີ 2009 ເພີ່ມຂຶ້ນ 27 ບ້ານ. ຄົວເຮືອນທີ່ໃຊ້ໄຟຟ້າແລ້ວມີ 19,957 ຄົວເຮືອນ ເທົ່າກັບ 27,29% ຂອງຈຳນວນຄົວເຮືອນທັງຫມົດ, ທຽບໃສ່ປີ 2009 ເພີ່ມຂຶ້ນ 3.453 ຄົວເຮືອນ. ດ້ານວຽກງານວັດທະນະທຳ - ສັງ ຄົມທົ່ວແຂວງມີໂຮງຮຽນປະຖົມທັງຫມົດ 363 ແຫ່ງ ທຽບໃສ່ປີ 2009 ເພີ່ມຂຶ້ນ 1,9%, ມີໂຮງຮຽນມັດທະຍົມທັງຫມົດ 31 ແຫ່ງ ທຽບໃສ່ປີ 2009 ເພີ່ມຂຶ້ນ 2 ແຫ່ງ. ປະຈຸບັນມີບ້ານລຶບລ້າງການກືກຫນັງສືທັງຫມົດ 232 ບ້ານກວມ 82,56% ຂອງຈຳນວນບ້ານໃນທົ່ວແຂວງ, ມີເມືອງປະກາດລຶບລ້າງຈົບປະຖົມຂັ້ນພື້ນຖານແລ້ວ 3 ເມືອງຄື: ເມືອງຫ້ວຍຊາຍ, ເມືອງຕົ້ນເຜິງ ແລະ ເມືອງປາກທາ. ວຽກງານສາທາລະນະສຸກໄດ້ຂະຫຍາຍຕາຫນ່າງສາທາລະນະສຸກໄປທົ່ວເຖິງທຸກກຸ່ມບ້ານປະຈຸບັນມີສຸກສາລາປະຈຳກຸ່ມບ້ານລວມທັງຫມົດ 31 ແຫ່ງ ລວມ 25 ກຸ່ມບ້ານມີ 145 ບ້ານ ເທົ່າກັບ 51,6% ຂອງຈຳນວນບ້ານທັງຫມົດ, ໄດ້ປະກາດບ້ານແບບຢ່າງສາທາລະນະສຸກມີ 62 ບ້ານ, 27 ກຸ່ມບ້ານ, ວຽກງານຖະແຫລງຂ່າວ ແລະ ວັດທະນະທຳໄດ້ປັບປຸງຍົກລະດັບ, ຂະຫຍາຍຕາຫນ່າງການພັດ ນາລະບົບວິທະຍຸກະຈາຍສຽງ - ໂທລະພາບ ແລະ ການສ້າງຄອບຄົວ - ບ້ານວັດທະນະທຳ. ມາຮອດປະຈຸບັນມີບ້ານວັດທະນະທຳທັງຫມົດ 11 ບ້ານ, ມີຄອບຄົວວັດທະນະທຳ 3.791 ຄອບຄົວ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 955 ຄອບຄົວ ເທົ່າກັບ 25,86% ຂອງຈຳນວນຄອບຄົວວັດທະນະທຳໃນທົ່ວແຂວງ ແລະ ດ້ານວຽກງານອື່ນໆ. ພ້ອມກັນນີ້ແຂວງບໍ່ແກ້ວຍັງໄດ້ວາງທິດທາງ, ຄາດຫມາຍສູ້ຊົນໃນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ການພັດທະນາຊົນນະບົດຮອບດ້ານສົກປີ 2010-2011. ເປັນ ຕົ້ນຈະກຳນົດຈຸດສຸມກຸ່ມບ້ານພັດທະນາຂອງແຂວງໃຫ້ໄດ້ຕື່ມອີກ 2 ຈຸດສຸມ, ຈະສູ້ຊົນສ້າງບ້ານພັດທະນາຮອບດ້ານໃຫ້ໄດ້ອີກ 10 ບ້ານເທົ່າກັບ 3,55% ຂອງຈຳນວນບ້ານທັງໝົດທົ່ວແຂວງ ( 5 ບ້ານໃຫ້ກາຍເປັນ 15 ບ້ານໃນປີ 2011), ຈະສູ້ຊົນລຶບລ້າງບ້ານທຸກຍາກໃຫ້ໄດ້ 20 ບ້ານ (ຈາກ 94 ບ້ານປີ 2010 ໃຫ້ຍັງເຫຼືອ 74 ບ້ານ ເທົ່າກັບ 26,33% ຂອງ ຈຳນວນບ້ານທັງຫມົດ), ລຶບລ້າງຄົວເຮືອນທຸກຍາກໃຫ້ໄດ້ 900 ຄົວເຮືອນ (ຈາກ 6.480 ຄົວເຮືອນທຸກຍາກໃຫ້ຍັງເຫຼືອ 5.580 ຄົວເຮືອນເທົ່າກັບ 20,21% ຂອງຈຳນວນຄົວເຮືອນທັງຫມົດພາຍໃນແຂວງ), ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ, ສືບຕໍ່ຈັດຕັ້ງປະຕິບັດໂຄງການຂອງກຸ່ມບ້ານຢູ່ບັນດາເມືອງ 4 ເນື້ອໃນ 4 ຄາດຫມາຍໃຫ້ສຳເລັດ 135 ໂຄງການໃນມູນຄ່າ 84,03 ຕື້ກີບ ແລະ ດ້ານອື່ນໆຈາກນັ້ນກອງປະຊຸມຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫລຸບ ແລະ ທິດທາງຄາດຫມາຍສູ້ຊົນໃນຕໍ່ຫນ້າ. ເພື່ອພ້ອມກັນເສີມຂະຫຍຍຈຸດດີ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ.

  • ລວມຍອດຜະລິດຕະພັນພາຍໃນ GDP ສຳລັບໄລຍະ 2005-2009
  1. 2005 = 554.04
  2. 2006 = 629.95
  3. 2007 = 750.69
  4. 2008 = 897.32
  5. 2009 = 1365.72

ໝາຍເຫດ: GDP (ລ້ານ​ກີບ)

[ດັດແກ້] ການລົງທຶນ

ໃນຊ່ວງຫລາຍປີທີ່ຜ່ານມານັບຕັ້ງແຕ່ມີການກໍ່ສ້າງເສັ້ນທາງ R3A ໄດ້ມີນັກລົງທຸນຕ່າງປະເທດເຂົ້າມາສຳຫລວດຊ່ອງທາງການລົງທືນໃນແຂວງບໍ່ແກ້ວຢ່າງຕໍ່ເນື່ອງ ສ່ວນໃຫຍ່ເປັນນັກລົງທືນຈາກຈີນ ແລະ ຫວຽດນາມ ທີ່ສົນໃຈລົງທຸນໂດຍສະເພາະດ້ານການກະສິກຳ (ເຊັ່ນ: ການປູກຢາງພາລາ ແລະ ໄຮ່ອ້ອຍຂະໜາດໃຫຍ່), ອຸດສາຫະກຳເບົາ, ການທ່ອງທ່ຽວ ແລະ ຂຸດຄົ້ນບໍ່ແຮ່. ທັງນີ້, ປະຈຸບັນມີນັກລົງທືນ ຈາກແຂວງຢູນນານ ຂອງ ສປຈີນ ກຽມເຂົ້າມາລົງທືນ ໃນທຸລະກິດທ່ອງທ່ຽວ ແລະ ບໍລິການທີ່ກ່ຽວຂ້ອງ ເຊັ່ນ: ໂຮງແຮມ, ສະໜາມກ໋ອບ ແລະ ສູນການຄ້າ. ມູນຄ່າເກືອບ 90 ລ້ານໂດລາສະຫະລັດ. ນອກຈາກນີ້, ຍັງມີນັກລົງທຸນຈາກເກົາຫລີ ເຂົ້າມາເຮັດສັນຍາເຊົ່າທີ່ດິນຈຳນວນຫລາຍຮ້ອຍໄຮ່ບໍລິເວນໃກ້ ກັບຂົວຂ້າມແມ່ນ້ຳໂຂງແຫ່ງທີ່ 4 ເພື່ອຕຽມກໍ່ສ້າງໂຮງແຮມ ຂະໜາດໃຫຍ່ ແລະ ສູນຈຳໜ່າຍສິນຄ້າປອດພາສີ.

ຊື່ ສະຖານທີ່ ປະເພດໂຄງການ
Lao Houayxai Neehong Khankeo 4 ​ເມືອງ ກະສິກຳ
AAC Green City Laos ຫ້ວຍ​ຊາຍ ບັນ​ເທີ​ງ, ສວນ​ສະຫນຸກ
Buhae Industry ຫ້ວຍ​ຊາຍ ບໍ່​ແຮ່
ລາວ ​ແຊບ​ຟາຍ ຫ້ວຍ​ຊາຍ ບໍ່​ແຮ່
ຢາງພາລາ ຈົງ​ເຊິ​ນ ຫ້ວຍ​ຊາຍ ປູກຢາງພາລາ
ບໍລິສັດ ລີ​ຮັງ ພັດທະນາ​ເສດຖະກິດ ​ແຂວງບໍ່ແກ້ວ ຫ້ວຍ​ຊາຍ ໂຮງ​ແຮມ ​ແລະ ຮ້ານ​ອາຫານ
ບໍລິສັດ ຢູນນານ ຣັບ​​ເບີ້ ຫ້ວຍ​ຊາຍ ປູກຢາງພາລາ
ບໍລິສັດ ​ເຂື່ອນ​ໄຟຟ້າ ນ້ຳ​ງອນ ຫ້ວຍ​ຊາຍ ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ
ໂຮງງານ​ປະກອບ​ລົດຈັກ ຫ້ວຍ​ຊາຍ ໂຮງງານ​ປະກອບລົດຈັກ
ບໍລິສັດ ຢາ​ພາລາ ລາວ-ຊິນ​ສື ຫ້ວຍ​ຊາຍ ປູກຢາງພາລາ
ໂຮງງານໄມ້ຂີດໄຟ ຫ້ວຍ​ຊາຍ ໂຮງງານໄມ້ຂີດໄຟ
Market Building and Organizing ຫ້ວຍ​ຊາຍ ສ້າງຕະຫລາດ
ບໍລິສັດ ບໍ່​ແກ້ວ ຣັບ​ເບີ້ ຫ້ວຍ​ຊາຍ ປູກຢາງພາລາ
ກະ​ເບື້ອງ ບໍ່​ແກ້ວ ຫ້ວຍ​ຊາຍ ໂຮງງານກະ​ເບື້ອງ
ບໍລິສັດ ​ເກດ​ເວ ຫ້ວຍ​ຊາຍ ໂຮງ​ແຮມ ​ແລະ ຮ້ານ​ອາຫານ
ບໍລິສັດ ຈັງ​ຊິນ ຫ້ວຍ​ຊາຍ ຜະລິດ​ເຄື່ອງ
Pocket Factory ຫ້ວຍ​ຊາຍ ຜະລິດ​ກະ​ເປົາ
Rock Company ຫ້ວຍ​ຊາຍ ຂຸດ​ຄົ້ນ​ຫີນ
ອາ​ນີ​ໂມ ຫ້ວຍ​ຊາຍ ທ່ອງ​ທ່ຽວ
ດຣິມ ​ເຊັນ​ເຕີ້ ຫ້ວຍ​ຊາຍ ສູນ​ການ​ສຶກສາ
ບໍລິສັດ ລ້ຽງ​ຫມູ ຫ້ວຍ​ຊາຍ ຫ້ວຍ​ຊາຍ ຜະລິດ​ສະບຽບອາຫານ
ບໍ່​ແກ້ວ ປໍ​ຊັນ ຣັບ​ເບີ້ ເມິງ ປູກຢາງພາລາ
ຈົງ​ຊິງ​ຫາງ ລາວ ເມິງ ຜະລິດ​ເຈັ້ຍ
ບໍ່​ແກ້ວ ​ເລີ​ລິງ ຣັບ​ເບີ້ ເມິງ ປູກຢາງພາລາ
ບໍ່​ແກ້ວ ທີ​ຊານ ພັດທະນາ​ກະສິກຳ ເມິງ ຢາງພາລາ ​ແລະ ກະສິກຳ
ຈາ​ຟົງ ມາຍ​ນິງ ຜາ​ອຸດົມ ຂຸດຄົ້ນ​ຄຳ
ຈາ​ຟົງ ບໍ່​ແກ້ວ ພັດທະນາ ກະສິກຳ ຜາ​ອຸດົມ ຢາງພາລາ
ດອກ​ງີ້ວ​ຄຳ ກຣຸບ ຕົ້ນ​ເຜິ້ງ ເຂດເສດຖະກິດພິເສດ
ລາວ-ຈີນ ​ໄບ​ໂອ-​ເຕັກ​ໂນ​ໂລ​ຊີ ພັດທະນາ ຕົ້ນ​ເຜິ້ງ ຢາງພາລາ
ຈົງ​ຊິນ ນ້ຳ​ຫອມ ຕົ້ນ​ເຜິ້ງ ຜະລິດ​ນ້ຳ​ຫອມ
ບໍ່​ແກ້ວ ລີ​ຫາງ ສາງ​ສາລີ ຕົ້ນ​ເຜິ້ງ ສາງ​ບັນຈຸ​ສາລີ

[ດັດແກ້] ດ້ານການຂົນສົ່ງ

ບໍລິການດ້ານການຂົນສົ່ງ ຊຶ່ງລວມທັງ ທຸລະກິດຂົນສົ່ງ, ຄັງສິນຄ້າ, ສູນກະຈາຍສິນຄ້າ ລວມເຖິງທຸລະກິດໃຫ້ບໍລິການຮັບສົ່ງຜູ້ໂດຍສານ ເພື່ອຮອງຮັບ ຄວາມຕ້ອງການໃຊ້ບໍລິການຂົນສົ່ງສິນຄ້າ ແລະ ບໍລິການທີ່ກ່ຽວຂ້ອງ ຊຶ່ງມີທ່າອ່ຽງ ເພີ່ມຂຶ້ນຕາມການຂະຫຍາຍຕົວຂອງການຄ້າ ແລະ ການລົງທືນລະຫວ່າງປະເທດ ເປັນທຸລະກິດທີ່ໜ້າສົນໃຈ ແລະ ຈະທະວີຄວາມສຳຄັນຂຶ້ນເປັນລຳດັບຫາກການຈັດຕັ້ງເຂດເສດຖະກິດພິເສດ ທີ່ອຳເພີຊຽງຂອງ ທາງຝັ່ງໄທ ແລ້ວສຳເລັດ. ທັງນີ້, ປະຈຸບັນມີນັກລົງທຸນຈີນ ເຂົ້າມາລົງທືນ ສ້າງຄັງສິນຄ້າໃນເມືອງຫ້ວຍຊາຍແດ່ແລ້ວ ລວມທັງມີຕະຫລາດ ຈຳໜ່າຍສິນຄ້າຈີນ ເພື່ອຮອງຮັບນັກທ່ອງທ່ຽວ ຊາວໄທ ແລະ ຊາວຕ່າງປະເທດ ທີ່ເດິນທາງເຂົ້າມາ ແຂວງບໍ່ແກ້ວ ການເປີດໃຊ້ເສັ້ນທາງ R3A ບໍ່ພຽງແຕ່ຈະຊ່ວຍໃຫ້ການຄ້າ ແລະ ການລົງທືນໃນພື້ນທີ່ຕ່າງໆ ຕາມເສັ້ນທາງ R3A ແລະ ບໍລິເວນໃກ້ຄຽງຂະຫຍາຍຕົວດີ. ແຕ່ຍັງໝາຍເຖິງການຂະຫຍາຍຕົວທາງເສດຖະກິດຂອງໄທ, ສປປລາວ ແລະ ສປຈີນ ທີ່ເຊື່ອມໂຍງກັນດ້ວຍເສັ້ນທາງຄົມນາຄົມສາຍນີ້ອີກດ້ວຍ.

[ດັດແກ້] ສະຖານທີ່ທ່ອງທ່ຽວ

[ດັດແກ້] ບຸກຄົນທີ່ມີຊື່ສຽງ


κ

ເຄື່ອງມືສ່ວນຕົວ

Variants
ເທື່ອເບິ່ງ
Actions
ນຳທິດ
ກັບອຸບປະກອນ
ເປັນພາສາອື່ນໆ