ບໍ່ນໍ້າອຸ່ນ ແລະ ບໍ່ເກືອເມືອງຫລາ

ຈາກ ວິກິພີເດຍ

ຫລາຍ​ທ່ານ​ອາດ​ຍັງ​ບໍ່ທັນ​ໄດ້​ເຫັນ, ໄດ້​ສຳ­ຜັດ​ກັບ​ບໍ່​ເກືອ ແລະ ບໍ່​ນ້ຳ​ອຸ່ນ​ທີ່​ເມືອງ​ຫລາ ແຕ່ທ່ານ​ສາ­ມາດ​ໄປ​ທ່ຽວ​ຊົມ​ໄດ້ ໂດຍ​ທີ່​ບໍ່​ໄດ້​ເສຍ​ເງິນ​ແມ່ນ​ແຕ່​ກີບດຽວ ບໍ່​ເກືອ​ຢູ່​ຫ່າງ​ຈາກ​ເທດ​ສະບານ​ແຂວງ​ອຸ­ດົມ​ໄຊ​ປະ­ມານ 28 ກິ­ໂລ­ແມັດ​ເທົ່າ​ນັ້ນ ຫາກ​ທ່ານ​ເດີນທາງ​ຮອດ​ທີ່​ເທດ­ສະ­ບານ​ແລ້ວ​ກໍ່ ເລີ່ມ​ຂຶ້ນ​ລົດ ຫລື ມີ​ລົດ​ສ່ວນ​ຕົວກໍ່​ຍິ່ງ​ສະ­ດວກ​ດີ ແລ້ວ​ແລ່ນ​ຕາມເສັ້ນ­ທາງ​ໄປ​ທາງ​ແຂວງ​ຜົ້ງ​ສາ­ລີໃຊ້​ເວ­ລາ​ພຽງ​ແຕ່ 30 ນາ­ທີ​ກໍ່ເຖິງ​ແລ້ວ ຮອດ​ຕົວ​ເມືອງ​ຫລາ ທ່ານ​ສາ­ມາດ​ເລືອກ​ທາງ​ທີ່​ຈະ​ເຂົ້າໄປ​ທ່ຽວ​ຊົມ​ໂດຍ​ມີ 2 ທາງ ແຕ່​ລະເສັ້ນ­ທາງ​ສາ­ມາດ​ເອົາ​ລົດ​ໃຫຍ່ເຂົ້າ​ໄປ​ໄດ້, ເສັ້ນ­ທາງ​ທີ 1 ທີ່ 3 ແຍກ​ໂຮງ­ຫມໍ​ເກົ່າ​ເມືອງ​ຫລາແລ້ວ​ລ້ຽວ​ຊ້າຍ​ເວ­ລາ​ຂຶ້ນ​ໄປ, ເສັ້ນທາງ​ທີ 2 ຈະ​ລ້ຽວ​ຊ້າຍ​ທີ່​ສົ້ນ​ຂົວວັງ​ອີງເສັ້ນ­ທາງ​ດິນ​ແດງ​ຈະ​ລຽບຕາມ​ຕີນ​ພູ​ບໍ່​ໄປ​ຈົນ​ຮອດ​ບໍ່​ເກືອ (ບ່ອນ​ ຜະ­ລິດ​ເກືອ​ແບບ​ທຳ​ມະຊາດ) ແລະ ທ່ານ​ຈະ​ໄດ້​ສຳ­ຜັດກັບ​ທຳ​ມະ​ຊາດ​ທີ່​ຫນ້າ​ປະ​ທັບ​ໃຈ, ຈະ​ເຫັນ​ເກືອ​ສົດໆ​ທີ່​ເກີດ​ຂຶ້ນ​ປົກ​ຢູ່ຕາມ​ກ້ອນ​ຫີນ​ເປັນ​ສີ­ຂາວໆ​ທີ່​ມີ​ຢູ່ຕາມ​ບໍ­ລິ­ເວນ​ບໍ່​ເກືອ ນອກ­ຈາກ​ນີ້ ທ່ານ​ຍັງ​ສາ­ມາດ​ອາບ­ນ້ຳ​ອຸ່ນ​ຢູ່ຕາມ​ແຄມ​ບໍ່​ເກືອ​ໄດ້​ຕາມ​ສະ­ບາຍ ແລະຍັງ​ມີ​ບັນ­ດາ​ເຮືອນ​ພັກ, ຣີສອດ​ບໍ່​ນ້ຳ​ອຸ່ນ​ໄວ້​ຄອຍ​ບໍ­ລິ­ການທ່ານ​ພັກ­ຜ່ອນ​ຊົມ​ວິວ​ອັນ​ສວຍ​ສົດງົດ​ງາມ​ຂອງ​ທຳ​ມະ​ຊາດ ຫລັງຈາກ​ພັກ­ຜ່ອນ​ແລ້ວ​ທ່ານ​ຍັງ​ສາມາດ​ຂີ່​ລົດ​ທ່ຽວ​ຊົມ​ຕາມ​ເທດ​ສະບານ​ເມືອງ​ຫລາ, ເຊິ່ງ​ຈະ​ເຫັນແບບ­ແຜນ​ວິ­ຖີ​ການ​ດຳ­ລົງ​ຊີ­ວິດຂອງ​ຊາວ​ເມືອງ​ຫລາ ແລະ ບັນດາ​ເຜົ່າ​ຕ່າງໆ​ທີ່​ດຳ­ລົງ​ຊີ­ວິດ​ຢູ່ຮ່ວມ​ກັນ​ໃນ​ທີ່​ນັ້ນຊາວ​ເມືອງ​ມີ ຄວາມ​ຍິ້ມ­ແຍ້ມ​ແຈ່ມ​ໃສ​ຕໍ່​ແຂກຄົນ​ມາ​ທ່ຽວ, ມີ​ຄວາມ​ຮັກ­ສາ​ມັກຄີ, ມີ​ນ້ຳ­ໃຈ​ໂອບ​ເອື້ອ​ອາ­ລີ​ທີ່­ແທ້ຈິງ, ມີ​ວັດ­ທະ­ນະ­ທຳ​ການ​ນຸ່ງ​ຖືທີ່​ຈົບ­ງາມ ເຊິ່ງ​ມັນ​ສະ­ແດງ​ອອກໃຫ້​ເຫັນ​ໃນ​ງານ​ບຸນ​ປະ­ເພ­ນີ​ຕ່າງໆຂອງ​ເມືອງ​ຫລາແມ່­ຍິງ​ຈະ​ນຸ່ງ​ສິ້ນບ່ຽງ​ແພ​ຢ່າງ​ເປັນ​ລະ­ບຽບ​ຮຽບຮ້ອຍ, ອີກ​ຢ່າງ​ຫນຶ່ງ​ສິ່ງ​ທີ່​ເປັນມິ່ງ­ຂວັນ​ຂອງ​ຊາວ​ເມືອງ​ຫລາ​ກໍ່ຄື​ວັດ​ພະ​ເຈົ້າ​ສິງ​ຄຳເປັນ​ ວັດ​ທີ່​ສັກສິດ ແລະ ເປັນ​ທີ່​ເຄົາ­ລົບ​ບູ­ຊາຂອງ​ຊາວ​ລາວ ໂດຍ​ສະ­ເພາະຊາວ​ເມືອງ​ຫລາ.