ບໍລິສັດດອກງິ້ວຄຳ

ຈາກ ວິກິພີເດຍ

ບໍລິສັດດອກງິ້ວຄຳ ເປັນບໍລິສັດທີ່ຈົດທະບຽນໃນ ສປປ ລາວ ມີ ທ່ານ ຈ້າວ ເຫວີ່ຍ ເປັນປະທານ ມີເງີນລົງທຶນເບື້ອງຕົ້ນ ຕາມທີ່ແຈ້ງແກ່ລັດຖະບານລາວ ຈຳນວນ 86 ລ້ານໂດລາສະຫະລັດ ຫລື ປະມານເກືອບ 3,000 ລ້ານບາດ ນອກຈາກໂຄງການທີ່ກຳລັງກໍ່ສ້າງແລ້ວ ບໍລິເວນເກາະດອນຊາວທີ່ຢູ່ແຄມແມ່ນ້ຳຂອງຫ່າງຈາກຄາສິໂນພຽງບໍ່ເທົ່າໃດຮ້ອຍແມັດ ກໍເປັນພື້ນທີ່ເຊົ່າຂອງບໍລິສັດດອກງິ້ວຄຳ ເກາະດອນຊາວມີພື້ນທີ່ປະມານ 100 ໄຮ່. ບໍລິສັດດອກງິ້ວຄຳ ໜ້າຈະເປັນການຮ່ວມລົງທືນ ຂອງກຸ່ມທຸລະກິດຄາສິໂນຈີນ ທີ່ມາເກົ໊າ ເພາະທຸລະກິດປະເພດນີ້ບໍ່ແມ່ນໃຜມີເງີນແລ້ວຈະເຂົ້າມາເຮັດໄດ້ງ່າຍໆ ຕ້ອງມີປະສົບການ ມີທີມງານບໍລິຫານທີ່ຊ່ຽວຊານ ເລື່ອງທຸລະກິດຄາສິໂນ ມີຖານະການເງີນທີ່ຫມັ້ນຄົງ ມີປະຫວັດທີ່ດີ ບໍ່ດັ່ງນັ້ນລູກຄ້າກໍບໍ່ເຊື່ອຖື ແຖມຍັງອາດຖືກພວກຊຽນໂກງໄດ້ງ່າຍໆ ເພາະປະຈຸບັນນີ້ມີການໃຊ້ເຄື່ອງມືໄຮເທັກໃໝ່ໆ ມາໂກງ ທີ່ຄາສິໂນເມືອງປອຍເປດ ກໍເຄີຍມີການໂກງຈົນບ່ອນເຈັ໊ງໄປເກືອບຮ້ອຍລ້ານບາດ ຈົນຫາກໍ່ມາຈັບໄດ້ໃນ ຕອນຫລັງເປັນຂ່າວດັ່ງເມື່ອບໍ່ດົນມານີ້. ຫລັກທຸລະກິດ ຂອງຄາສິໂນ ຢູ່ທີ່ການເຮັດໃຫ້ລູກຄ້າເຊື່ອຖື ມີບໍລິການທີ່ດີ ດຶງດູດໃຫ້ລູກຄ້າເຂົ້າມາຫລິ້ນປະຈຳ ຫລືຫລິ້ນດົນໆ ເພາະຍິ່ງຫລິ້ນດົນ ໂອກາດທີ່ລູກຄ້າຈະພ່າຍແພ້ ຫລື ຫລິ້ນເສຍກໍມີຫລາຍຂຶ້ນ ແລະ ທຳມະຊາດ ຂອງການພະນັນ ຄົົນທີ່ຫລິ້ນເສຍກໍຢາກຈະເອົາຄືນ ຄົົນທີ່ໄດ້ນ້ອຍກໍຢາກຈະໄດ້ຫລາຍໆ ນີ້ຄືຫລັກການທີ່ຄືກັນທຸກບ່ອນ ຜູ້ຊ່ຽວຊານເລື່ອງຄາສິໂນ ອະທິບາຍ ແລະ ບອກວ່າ ຄາສິໂນຈີນ ທີ່ສາມຫລ່ຽມຄຳ ຖືວ່າຢູ່ໃນທຳເລທີ່ດີ ມີທິວທັດສວຍງາມ ມີນັກທ່ອງທ່ຽວເດີນທາງມາຕະຫລອປີ ທີ່ສຳຄັນຄື ເລື່ອງຮວງຈຸ້ຍ ຊຶ່ງພວກທີ່ເຮັດທຸລະກິດຄາສິໂນ ໃຫ້ຄວາມສຳຄັນຫລາຍ ບ່ອນນີ້ຖືວ່າເໝາະສົມຖືກຕ້ອງຕາມສາດ ເພາະດ້ານໜ້າຕິດກັບແມ່ນ້ຳ ດ້ານຫລັງກໍມີພູເຂົາ ເໝືອນກັບ ຄາສິໂນເປີດໃໝ່ ໃນມາເກົ໊າ ທີ່ຈຳລອງເອົາຄອງເວນິດ ໃນອິຕາລີມາໄວ້ໃນບ່ອນນີ້ ເພື່ອດຶງດູດນັກທ່ອງທ່ຽວ ແຕ່ທີ່ຈິງເປັນເລື່ອງຂອງຮວງຈຸ້ຍນຳ ເພາະກະແສນ້ຳ ຖືເປັນພະລັງໃນດ້ານດີ ທີ່ຈະຊ່ວຍໜຸນເສີມທຸລະກິດໃຫ້ຮຸ່ງເຮືອງ ແຕ່ຢ່າງໃດກໍຕາມ ຕ້ອງເບິ່ງຕໍ່ໄປວ່າຝີມືການບໍລິຫານຂອງຄາສິໂນແຫ່ງນີ້ຈະເປັນຢ່າງໃດ ຈະດຶງດູດໃຫ້ນັກທ່ອງທ່ຽວ ແລະ ນັກຫລິ້ນເຂົ້າມາສ່ຽງໂຊກໄດ້ຫລາຍນ້ອຍສ່ຳໃດ.