ນໍ້າຕົກຫ້ວຍລືສີ

ຈາກ ວິກິພີເດຍ

ຕາດ​ຫ້ວຍ​ລື​ສີ ເປັນ​ຕາດ​ທີ່​ມີນ້ຳ​ໄຫລ​ລົງ​ມາ​ຈາກ​ຮ່ອມ​ຫ້ວຍຫລາຍ​ສາຍ​ປ່ອງ​ລົງ​ໃສ່​ສາຍດຽວ, ສ່ວນ​ໃຫຍ່​ກໍ່​ແມ່ນ​ນ້ຳ​ທີ່ໄຫລ​ມາ​ຈາກ​ຕີນ​ພູ​ທາງ​ເບືອງ ທິດ­ຕາ­ເວັນ­ອອກ​ຂອງ​ຄ້າຍ​ທະຫານ​ກອງ​ພົນ​ທີ 5, ແລ້ວ​ລອດ ຂົວ​ຜ່ານ​ທາງ​ເລກ​ທີ 13 ໃຕ້​ຂອງບ້ານ​ຫລັກ 12, ເປັນ​ຫ້ວຍ​ທີ່​ມີນ້ຳ​ໄຫລ​ຕະ­ຫລອດ​ປີ, ຕາດ​ດັ່ງກ່າວ​ແມ່ນ​ພວມ​ໄດ້​ຮັບ​ການ​ບູ​ລະນະ, ປົວ­ແປງ ນັບ​ແຕ່​ເສັ້ນ­ທາງ ເຂົ້າ​ຈົນ​ຮອດ​ນ້ຳ­ຕົກ​ປະ­ມານ 4 ກວ່າ​ກິ­ໂລ­ແມັດ ເປັນ​ເສັ້ນ­ທາງດິນ​ແດງ ແລະ ສະ­ຖານ­ທີ່​ພັກ​ເຊົາກໍ່​ເປັນ​ຕູບ​ມຸງ​ດ້ວຍ​ຫຍ້າ​ປະ­ມານ 10 ກວ່າ​ຕູບ ເພື່ອ​ໃຫ້​ນັກ​ທ່ອງທ່ຽວ​ໄດ້​ພັກ​ເຊົາ​ຕາມ​ສະ­ ບາຍ, ທັງ​ຫມົດ​ນີ້​ເປັນ​ການ​ສຳ​ປະ­ທານຂອງ​ໂຮງ­ງານ​ປຸງ​ແຕ່ງ​ໄມ້​ເສີດໄຊ ບ້ານ​ຫລັກ 12 ນີ້​ເອງ ເຊິ່ງເພິ່ນ​ໄດ້​ເຫັນ​ຄວາມ​ສຳ­ຄັນ​ຂອງການ​ປົກ​ປັກ​ຮັກ­ສາ​ແຫລ່ງ​ທ່ອງທ່ຽວແລະສິ່ງ­ແວ­ດລ້ອມ ​ໃຫ້​ມີຄວາມ​ສວຍ​ງາມ, ຕາດ​ດັ່ງ­ກ່າວ ພວມ​ເປັນ​ທີ່​ຮູ້­ຈັກ​ຂອງ​ນັກ​ທ່ອງທ່ຽວ​ທີ່​ມາ​ຈາກ​ທຸກ​ສາ­ລະ​ທິດນັບ​ມື້​ນັບ​ເພີ່ມ​ຂຶ້ນ ສະ­ຖານ­ທີ່​ນີ້​ໄດ້ກາຍ­ເປັນ​ບ່ອນ​ພັກ­ຜ່ອນ​ຂອງ​ຜູ້ທີ່​ມາ​ທ່ຽວ​ຊົມ​ໄດ້​ໃນ​ທຸກໆ​ຍາມ, ນັກ​ທ່ອງ​ທ່ຽວ ຫລື ຜູ້​ຄົນ​ມັກ​ມາຫລາຍ​ກວ່າ​ຫມູ່​ແມ່ນ​ງານ​ບຸນປະ­ເພ­ນີ, ບຸນ​ປະ­ຈຳ​ປີ, ບຸນ­ປີ­ໃຫມ່ແມ່ນ​ຫລາຍ​ເປັນ​ພິ­ເສດ​ຜູ້​ຄົນສ່ວນ​ໃຫຍ່​ມັກ​ອາບ­ນ້ຳ, ນັ່ງ​ລົມກັນ​ຕາມ​ໂງ່ນ​ຫີນ ແລະ ຍ່າງ­ເລາະປ່າ​ໃນ​ເຂດ​ບໍ­ລິ­ເວນ​ອ້ອມ​ຮອບ​ທີ່ມີ​ປ່າ­ໄມ້​ແປກ ແລະ ຕົ້ນ​ຍາງ​ເປັນສ່ວນ​ຫລາຍ, ສາຍ​ນ້ຳ​ທີ່​ໄຫລ​ມາຕາມ​ຫ້ວຍ ແລະ ໄຫລ​ໂຮມ​ກັນເປັນ​ອ່າງ​ຂະ­ຫນາດ​ໃຫຍ່​ທາງຕອນ​ເທິງ​ກ່ອນ​ມັນ​ຈະ​ແຍກ​ເປັນສາຍ​ຕົກ​ຕາມ​ຜາ​ຫີນ​ເປັນ​ຊັ້ນໆ, ແຕ່​ສິ່ງ​ສຳ­ຄັນ​ຢູ່​ທີ່​ກ້ອງ​ຜາ​ຫີນນັ້ນ​ຈະ​ມີ​ພະ​ພຸດ​ທະ​ຮູບ​ນ້ອຍເກືອບ 10 ອົງ​ເປັນ​ພະ​ພຸດ​ທະ​ຮູບເກົ່າ​ແກ່​ບູ­ຮານ, ຊາວ­ບ້ານ​ໃຫ້ຄວາມ​ເຊື່ອ​ຖື.

ພໍ່​ໃຫຍ່​ທີ່​ເປັນ​ສາ­ລະ­ວັດ ພາຍໃນ​ບ້ານ​ທ່ານ​ຫນຶ່ງ​ໄດ້​ເລົ່າ​ສູ່​ຟັງວ່າ: ທີ່​ມາ​ຂອງ​ຕາດ​ລື​ສີ​ມີ​ເລື່ອງເລົ່າ​ຂານ​ກັນ​ມາ​ວ່າ: ສະ­ຖານ­ທີ່ແຫ່ງ​ນີ້​ເປັນ​ບ່ອນ​ບຳ­ເພັນ​ພາ­ວະນາ​ຂອງ​ພະ​ລື​ສີ ແຕ່​ຕອນ​ນີ້​ຍັງ​ມີພຽງ​ແຕ່​ພະ​ພຸດ​ທະ​ຮູບ​ອົງ​ນ້ອຍຫລາຍ​ອົງ ເຂົາ­ເຈົ້າ​ເອີ້ນ​ວ່າ​ເປັນພະ​ພຸດ​ທະ​ຮູບ​ລື​ສີບັນ­ຈຸ​ຢູ່​ກ້ອງພະ​ລານ​ຫີນ​ບ່ອນ​ນ້ຳ­ຕົກ​ແຫ່ງ​ນີ້, ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ກໍ່​ໃຫ້ຄວາມ​ເຄົາ­ລົບ​ບູ­ຊາ, ເຊື່ອ​ຖື​ເປັນພະ​ພຸດ​ທະ​ຮູບ​ທີ່​ຄົງ​ເປັນ​ຫລັກບ້ານ​ຕັ້ງ­ແຕ່​ໃດ​ມາໃນ​ຍາມ​ບຸນ ສິນ​ກິນ​ທານ​ຕ່າງໆ ຫລື ງານບວງ­ສວງ​ຕາມ​ປະ­ເພ­ນີ​ກໍ່​ໄດ້​ສັກກາ­ລະ​ບູ­ຊາ, ປະ­ຕິ­ບັດ​ກັນ​ມາທຸກໆ​ປີ ຜູ້​ຄົນ​ທີ່​ກາຍ­ໄປŒມາ​ກໍ່ ມັກ​ຈະ​ມາ​ນົບ​ຂາບ ເພື່ອ​ເປັນ​ສິ­ລິມຸງ­ຄຸນ​ໃຫ້​ແກ່​ຕົນ​ເອງ ແຕ່​ພໍ​ມີ​ບໍ​ລິສັດ​ຕ່າງ­ປະ­ເທດ​ເຂົ້າ​ມາ​ລົງ­ທຶນປູກ​ຢາງ­ພາ­ລາ ແລະ ຕົ້ນ­ໄມ້​ຊະນິດ​ດີໆ, ເຮັດ​ໃຫ້­ການ​ບຸກ­ເບີກ​ປ່າເຫລົ່າ​ນີ້​ກາຍ­ເປັນ​ທົ່ງ​ຫົວ­ ລ້ານຈົນ​ຫມົດ, ຝູງ​ສັດ­ປ່າ​ນາໆ​ຊະ­ນິດກໍ່​ບໍ່​ຄ່ອຍ​ຈະ​ມີ​ໃຫ້​ເຫັນ​ຄື​ແຕ່​ກ່ອນອີກ.