ນ້ຳອູ

ຈາກ ວິກິພີເດຍ

ນ້ຳອູ ຍາວ 448 ກມ,ກຳເນີດຈາກສາຍພູພາກເໜືອຂອງບ້ານລານຕຸຍ,ເມືອງຍອດອູ,ແຂວງຜົ້ງສາລີ ແລ້ວປ່ອງໃສ່ນ້ຳຂອງ ຢູ່ເມືອງປາກອູ ແຂວງຫຼວງພະບາງ.ເປັນແມ່ນ້ຳສາຍສຳຄັນຂອງແຂວງຜົ້ງສາລີ ແລະ ຫຼວງພະບາງ,ເພາະສາມາດໃຊ້ເຂົ້າໃນການຄົມມະນາຄົມທາງນ້ຳ ຕິດຕໍ່ພົວພັນລະຫວ່າງແຂວງຜົ້ງສາລີ ກັບ ສູນກາງ ແລະ ຍັງສາມາດສ້າງເຂື່ອນໄຟຟ້ານ້ຳຕົກໄດ້ຫຼາຍແຫ່ງ.