ນ້ຳຕົກຕາດເຊກະຕາມ

ຈາກ ວິກິພີເດຍ

ນ້ຳຕົກທີ່ສູງ ຂອງປະເທດລາວ ມີຄວາມສູງ 120 ແມັດ ຕັ້ງຢູ່ໃນເຂດບ້ານຫລັກ 52 ຫ່າງຈາກຕົວເມືອງ ມາທາງທິດໃຕ້ ປະມານ 40 ກິໂລແມັດ ການເດິນທາງຄວນເໝົາລົດກະບະ 4 WD ເພາະເປັນທາງດິນແດງ ຍາວກວ່າ 15 ກິໂລແມັດ. ນ້ຳຕົກຕາດເຊກະຕາມ ມີທາງຂຶ້ນພຽງທາງດຽວ ທາງລົງໄປສູ່ຕົວນ້ຳຕົກຕາດ ລຳບາກແລະ ອັນຕະລາຍຫລາຍ ຍັງບໍ່ມີການເປີດໃຫ້ຍ່າງຢ່າງເປັນທາງການ ຕົວນ້ຳຕົກຕາດຢູ່ຝັ່ງກົງກັນຂ້າມກັບຈຸດຊົມວິວ ຈຸດຊົມວິວສາມາດເຫັນຕົວນ້ຳຕົກໄດ້ທັງຜາ ເພາະຕັ້ງຢູ່ສູງກວ່າຕົວນ້ຳຕົກ ເຮັດໃຫ້ເຫັນສາຍນ້ຳໄຫລລັດເລາະໂຂດຫິນເປັນກຽວຍາວໃສໄຫລຜ່ານໜ້າຜາສູງ 120 ແມັດ ຕົກລົງສູ່ຫິນດ້ານລຸ່ມ.