ນ້ຳຕານໝາກໄມ້

ຈາກ ວິກິພີເດຍ
ສູດໂຄງສ້າງຂອງນ້ຳຕານໝາກໄມ້

ນ້ຳຕານໝາກໄມ້ (ອັງກິດ: fruit sugar, fructose) ແມ່ນນ້ຳຕານພື້ນຖານຈຳພວກນ້ຳຕານດ່ຽວ ພົບໃນອາຫານຫຼາຍຫຼວງແລະແມ່ນນຶ່ງໃນສາມຂອງນ້ຳຕານໃນເລືອດທີ່ມີຄວາມສຳຄັນຫຼາຍທີ່ສຸດ. ອີກສອງຊະນິດທີ່ເຫຼືອແມ່ນ ນ້ຳຕານອະງຸ່ນ ແລະ ນ້ຳຕານນົມເຄິ່ງ. ນ້ຳຕານໝາກໄມ້ມີຫຼາຍໃນ ນ້ຳເຜິ້ງແລະໝາກໄມ້ຕ່າງ ໆ ເຊັ່ນ ເບ ແຕງຫອມ ຯລຯ ເຊິ່ງໂດຍປົກກະຕິຈະຢູ່ຮ່ວມກັບ ນ້ຳຕານອ້ອຍແລະນ້ຳຕານອະງຸ່ນ ນ້ຳຕານໝາກໄມ້ໄດ້ມາຈາກກາຣຍ່ອຍສະຫຼາຍນ້ຳຕານອ້ອຍ ເຊິ່ງເປັນນ້ຳຕານຄູ່ທີ່ປະກອບດ້ວຍນ້ຳຕານອະງຸ່ນແລະນ້ຳຕານໝາກໄມ້. ການຍ່ອຍສະຫຼາຍຈະໄວຂຶ້ນໂດຍອັງຊິມໃນລະຫວ່າງການຍ່ອຍອາຫານ.

ອ້າງອີງ[ດັດແກ້]