ນ້ຳດອກເບນຈະມາດ

ຈາກ ວິກິພີເດຍ
ນ້ຳດອກເບນຈະມາດໃນຈອກພ້ອມດອກ

ນ້ຳດອກເບນຈະມາດ (ອັງກິດ: Chrysanthemum tea, Flower tea; ຈີນ: 菊花茶; ພິນອິນ: júhuā chá, ຈູຮົ່ວ ສາ) ຫຼື ນ້ຳເກັກຮວຍ ແມ່ນເຄື່ອງດື່ມເຮັດຈາກດອກເບນຈະມາດສວນ (Chrysanthemum indicum Linn. ໃນວົງ Compositae) ຫຼືເບນຈະມາດໜູ (Chrysanthemum morifolium Ramat. ໃນວົງດຽວກັນ) ຕາກແຫ້ງຕົ້ມນຳນ້ຳຕານ.[1]

ວິທີເຮັດແມ່ນ ນຳດອກເບນຈະມາດອົບແຫ້ງ 5-10 ດອກ ລົງໄປໃນໝໍ້ນຳນ້ຳປະມານ 2 ລິດ ຕົ້ມດົນ 5 ນາທີ ແລ້ວກອງອອກ ຈະເຕີມນ້ຳຕານຊາຍຫຼືນ້ຳຕານກວດລົງໄປເພື່ອເພີ່ມຕື່ມຄວາມຫວານ ຫຼືບໍ່ຕາມແຕ່ຄວາມມັກ ຫຼືຈະຕື່ມຄວາມຫອມໂດຍການໃຊ້ໃບຊາຫຼືເຕີຍລົງໄປດ້ວຢກໍ່ໄດ້ ຮັບປະທານໄດ້ທັງຮ້ອນແລະເຢັນ.

ປະໂຫຍດຂອງນ້ຳເບນຈະມາດມີຢູ່ນຳກັນຫຼາຍປະການ ນອກຈາກຄວາມຫອມສົດຊື່ນແກ້ກະຫາຍແລ້ວ ຍັງແມ່ນຢາເຢັນ ດັບພິດຮ້ອນ ແກ້ຮ້ອນໃນ ໃນຕຳລາການແພດແຜນຈີນ ຊ່ອຍໃນລະບາຍແລະຍ່ອຍອາຫານ ຊ່ອຍຂະຫຍາຍຫຼອດເລືອດແດງໃຫຍ່ທີ່ລ້ຽງຫົວໃຈ ຊ່ອຍປ້ອງກັນພະຍາດຫຼອດເລືອດຕ່າງ ໆ ເຊັ່ນ ພະຍາດຄວາມດັນໂລຫິດສູງ, ພະຍາດເສັ້ນເລືອດຕີບ ແລະພະຍາດຫົວໃຈໄດ້ ຊ່ອຍຂະຈັດສານພິດໃຫ້ອອກຈາກຮ່າງກາຢ ຊ່ອຍດູດຊັບສານກໍ່ມະເຮັງແລະຈຸລິນຊີຕ່າງ ໆ.[2] [3]

ອ້າງອີງ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]